ວັນທີ 23 ທັນວາ 2024 ນີ້, ທ່ານ ພົວ ດ່ວນ ກວ່າງຮົ່ວ ຫົວໜ້າກົມນະໂຍບາຍ, ກົມໃຫຍ່ການເມືອງ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມພົບປະກັບຄະນະພັກ, ອົງການປົກຄອງແຂວງວຽງຈັນ ແລະ ເມືອງທຸລະຄົມ ເພື່ອສໍາຫຼວດສຶກສາຄວາມເປັນໄປໄດ້ຂອງຫໍສີລາຈາລຶກຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຊຶ່ງເປັນສະຖານທີ່ອະນຸສອນສະຖານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄົມ, ສະຖານທີ່ດັ່ງກ່າວຕັ້ງຢູ່ບ້ານໂພນແຮ່ ເມືອງທຸລະຄົມ ແຂວງວຽງຈັນ ເພື່ອພິຈາລະນາຍົກລະດັບກໍ່ສ້າງເປັນອະນຸສາວະລີແຫ່ງຄວາມສາມັກຄີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ໃນອະນາຄົດ. ເປັນກຽດຕ້ອນຮັບຄະນະດັ່ງກ່າວ ໂດຍ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ, ຫົວໜ້າຄະນະປະຕິບັດງານພິເສດຂອງແຂວງວຽງຈັນ, ທ່ານ ພົວ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ, ກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດລາວ, ທ່ານ ພົວ ບຸນຜອງ ບຸດຕະວົງ ຫົວໜ້າກອງບັນຊາການທະຫານແຂວງວຽງຈັນ, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ມີຄະນະປະຕິ ບັດງານພິເສດ, ຄະນະຕິດຕາມ ຈາກຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ທ່ານ ພັທ ບຸນສະຫວັນ ແກ້ວຄໍາພົົນ ປະທານສະຫະພັັນນັກຮົບເກົ່າເມືອງທຸລະຄົມ ໄດ້ຕາງໜ້າລາຍງານຫຍໍ້ປະຫວັດການຮ່ວມສໍາພັນສູ້ຮົບລະຫວ່າງຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ແລະ ທະຫານຂອງກໍາລັງປະຕິວັດລາວ ໃນໄລຍະຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນແບບເກົ່າໃນຄາວກ່ອນ, ຈາກນັ້ນ ໄດ້ທ່ຽວຊົມຮູບພາບຈໍາລອງ, ຮູບພາບຄະນະຜູ້ແທນຫວຽດນາມມາຢ້ຽມຢາມ, ກາບໄຫວ້ບູຊາ ແລະ ວາງພວງມາລາ ໃນໄລຍະຜ່ານມາ, ພ້ອມທັງໄດ້ຂຽນຄວາມຮູ້ສຶກໃສ່ປຶ້ມບັນທຶກ, ປຶກສາຫາລືແລກປ່ຽນຄໍາເຫັນ ແລະ ລົງກວດກາເບິ່ງສະຖານທີ່ຕົວຈິງ ໃນການພິຈາລະນາກໍ່ສ້າງເປັນອະນຸສາວະລີແຫ່ງຄວາມສາມັກຄີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ
ຂ່າວ: ເມືອງທຸລະຄົມ.





