ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເດີນທາງເຂົ້າຮ່ວມພິທີເປີດກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ທີ່ ສປ ຈີນ ເປັນເຈົ້າພາບ ພາຍໃຕ້ຫົວຂໍ້ “ພ້ອມກັນປົກປ້ອງກົດລະບຽບສາກົນ” ໃນວັນທີ 18 ກັນຍາ 2025, ໂດຍມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ, ເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫຼາຍກວ່າ 100 ປະເທດ.
ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ປະກອບຄຳເຫັນແລກປ່ຽນທັດສະນະຕໍ່ກອງປະຊຸມໃນຫົວຂໍ້: ການຮ່ວມມືເພື່ອຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີປາຊີຟີກວ່າ, ເພື່ອປຶກສາຫາຫລື ແລະ ແລກປ່ຽນທັດສະນະກ່ຽວກັບບັນຫາຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ. ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາຂະແໜງການປ້ອງກັນຊາດ. ໃນຂະນະກຳລັງປະເຊີນໜ້າກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ນັບມື້ນັບສັບສົນ ແລະ ບໍ່ມີພົມແດນ ໂດຍສະເພາະການປ່ຽນແປງຂອງດິນຟ້າອາກາດ, ອາດຊະຍາກຳທາງໄຊເບີ, ການຂັດແຍ່ງເຂດດິນແດນ, ອາດຊະຍາກຳຂ້າມຊາດ ແລະ ບັນຫາອື່ນໆ.

ພົນໂທ ຄຳລຽງ ອຸທະໄກສອນ ຍັງໄດ້ກ່າວຕື່ມວ່າ: ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົ່ງເສີມການຮ່ວມມືດ້ານຄວາມໝັ້ນຄົງຕ້ອງການຄວາມຈິງໃຈ, ຄວາມເຄົາລົບເຊິ່ງກັນ ແລະ ກັນ ແລະ ຄວາມສະເໝີພາບ. ພວກເຮົາຄວນເຮັດວຽກຮ່ວມກັນ ເພື່ອການພັດທະນາ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ.ນີ້ເປັນໜ້າທີ່ຂອງພວກເຮົາໃນຖານະເປັນຜູ້ນຳທາງການທະຫານ ທີ່ຈະຕ້ອງຮັບປະກັນໃຫ້ປະເທດຊາດ ແລະ ພາກພື້ນຂອງພວກເຮົາ ສາມັກຄີ ແລະ ມີຄວາມເຂັ້ມແຂງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ຮຽກຮ້ອງໃຫ້ມີຄວາມຮັບຜິດຊອບຄວາມມຸ່ງໝັ້ນ ແລະ ນ້ຳໃຈແຫ່ງຄວາມສາມັກຄີຮ່ວມກັນ, ສະນັ້ນເຊື່ອໝັ້ນວ່າ ພວກເຮົາຈະສາມັກຄີ ສາມາດສ້າງອະນາຄົດທີ່ດີ, ມີສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລໄດ້.



