ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ແລະ ເຂດເສດຖະກິດພິເສດບຶງທາດຫຼວງ, ບໍລິສັດຈົງຫູ້ນ ໂຊລ້າເຕັກໂນໂລຊີ ລາວ ຈຳກັດຜູ້, ໂຄງການກໍ່ສ້າງອາຄານ ຂອງບໍລິສັດ ອ້ອມອາຊີ ພັດທະນາ ອະສັງຫາລິມະຊັບ ໃນວັນທີ 7 ມັງກອນ 2026.
ສຳລັບການໄປຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ຄະນະຜູ້ແທນກໍໄດ້ຮັບຟັງການລາຍງານ ຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນວ່າ: ເຂດພັດທະນາກວມລວມໄຊເສດຖາ ໄດ້ຮັບ ການສ້າງຕັ້ງຂຶ້ນຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອເປັນແກ່ນສໍາຄັນໃນການດຶງດູດການລົງທຶນ, ສ້າງວຽກເຮັດງານທໍາ, ຍົກສູງຂີດຄວາມສາມາດໃນການຜະລິດອຸດສາຫະກໍາ, ເພື່ອປັບປຸງໂຄງສ້າງເສດຖະກິດ ໃຫ້ທັນສະໄໝ ແລະ ຍືນຍົງ. ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ, ການຊີ້ນໍາ-ນໍາພາຂອງລັດຖະບານ ແລະ ອໍານວຍຄວາມສະດວກຈາກຂະແໜງການຕ່າງໆ, ເຂດພັດທະນາກວມລວມໄຊເສດຖາແຫ່ງນີ້ ກໍາລັງມີຄວາມກ້າວໜ້າຢ່າງຕໍ່ເນື່ອງ ໃນການພັດທະນາພື້ນຖານໂຄງລ່າງເປັນເສັ້ນທາງ, ລະບົບໄຟຟ້າ, ນໍ້າປະປາ, ລະບົບສາທາລະນຸປະໂພກ ແລະ ສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ກິດຈະການລົງທຶນ ແລະ ການດໍາລົງຊີວິດຂອງພະນັກງານ-ກໍາມະກອນ ແລະ ປະຊາຊົນ. ພ້ອມນັ້ນ, ຍັງມີໂຄງການລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າມາດໍາເນີນກິດຈະການຢ່າງຕໍ່ເນື່ອງ, ຊຶ່ງສ້າງມູນຄ່າເພີ່ມ, ເຕີບໂຕທາງເສດຖະກິດ ແລະ ເຕີບໂຕອັດຕາການຈ້າງງານ ແລະ ອື່ນໆ.

ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ, ທ່ານ ນາງ ອ່ອນລາຢາ ແສງທຳມະວົງ ຜູ້ຊ່ວຍຫົວໜ້າການຕະຫຼາດ ບໍລິສັດລາວທາດ ລົງທຶນພັດທະນາຈຳກັດ ໄດ້ໃຫ້ຮູ້ວ່າ: ເຂດເສດຖະກິດພິເສດບຶງທາດຫຼວງ ມີເນື້ອທີ່ທັງໝົດ 365 ເຮັກຕາ, ມີເນື້ອທີ່ສິ່ງປຸກສ້າງ 8 ລ້ານຕາລາງແມັດ ແລະ ມີມູນຄ່າການລົງທຶນທັງໝົດ 5 ຕື້ ໂດລາສະຫະລັດ. ກຸ່ມບໍລິສັດ ວ່ານເຟິງ ຊຽງໄຮ້ ໄດ້ເຊັນສັນຍາຮ່ວມມືກັບລັດຖະບານລາວໃນທ້າຍປີ 2011 ແລະ ໂຄງການກໍ່ສ້າງໄດ້ເລີ່ມຕົ້ນຢ່າງເປັນທາງການໃນເດືອນ ທັນວາ ປີ 2012. ບໍລິເວນນີ້ ເປັນໄລຍະທຳອິດຂອງການພັດທະນາ ຊຶ່ງ ປະກອບມີໂຮງແຮມ ແລະ ອາພາດເມັ້ນ, ປະກອບມີ 11 ອາຄານ. ໃນນັ້ນ, ມີ 2 ອາຄານຢູ່ຊັ້ນ 1-3 ຈະເປັນໂຮງຮຽນນານາຊາດ, ອາຄານ 3 ແລະ 4 ທີ່ເປີດເປັນໂຮງແຮມໂປລີ ຫລື The Qube Hotel ແລະ ອາຄານ 6 ແລະ 7 ແມ່ນເປີດເປັນໂຮງແຮມຢູອຶນ ສ່ວນທີ່ເຫຼືອແມ່ນເປັນອາພາດເມັ້ນ. ນອກຈາກນີ້, ດ້ານໜ້າຂອງ ໂຮງແຮມໂປລີ ແມ່ນ ສູນການຄ້າ Q Mall ປະກອບມີ: ຮ້ານອາຫານ, ຮ້ານກິນດື່ມ, ເຄື່ອງຫັດຖະກໍາ ແລະ ຊຸບເປີມາເກັດ ຊຶ່ງໄດ້ເປີດຂາຍ ແລະ ໃຫ້ບໍລິການແລ້ວ. ໂຄງການຕໍ່ມາ ແມ່ນຕະຫຼາດບຶງທາດຫຼວງ, ສວນສະໜຸກທີ່ໄດ້ເປີດໃຫ້ປະຊາຊົນໃນເຂດອ້ອມຮອບເຂົ້າມາໃຊ້ບໍລິການໄດ້ສະດວກສະບາຍ. ປັດຈຸບັນ, ເຂດເສດຖະກິດພິເສດບຶງທາດຫຼວງມີ 3 ໂຄງການໃຫຍ່ທີ່ເລັ່ງໃສ່ໃນການພັດທະນາກໍຄືໂຄງການສ້າງສະໜາມກ໊ອຟ 18 ຫຼຸມ, ໂຄງການກໍ່ສ້າງປົກຄອງນະຄອນຫຼວງ ແລະ ການສ້າງພະພຸດທະຮູບຂະໜາດໃຫຍ່ໃຈກາງບຶງ ສູງປະມານ 129 ແມັດ. ຫຼັງຈາກໂຄງການນີ້ສ້າງສໍາເລັດ ຈະເປັນແລນມາກແຫ່ງໃໝ່ໃຫ້ກັບປະເທດລາວ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ແລະ ສະຖານທີ່ແຫ່ງນີ້, ຈະກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຫຼາຍລ້ານຄົນໃນແຕ່ລະປີ. ນອກຈາກນີ້, ຍັງມີໂຄງການທີ່ກໍາລັງຢູ່ໃນຂັ້ນຕອນດໍາເນີນງານ ແລະ ຊອກຫານັກລົງທຶນ ປະກອບມີ: ອາພາດເມັ້ນສໍາລັບນັກການທູດ (Building 15-16), ໂຄງການຕຶກແຝດ, ສູນການຄ້າສາກົນບຶງທາດຫຼວງ, ຖະໜົນຄົນຍ່າງ, ຕະຫຼາດກາງຄືນ ແລະ ອື່ນໆ.

ທີ່ມາ: ຂປລ


