ຕອນບ່າຍວັນທີ່ 23 ພະຈິກ ຜ່ານມານີ້, ພົນຕີ ຈາງ ຜິງ ຈຸ້ນ ຫົວໜ້າການເມືອງກອງຮັບປະກັນພະລາທິການ ເມືອງກຸ້ຍລີນ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມ ຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານແຂວງຫຼວງພະບາງ, ໂດຍມີ ພັນເອກ ວິລະສິນ ມິດຕະພອນ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງ ການເມືອງ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໂອກາດນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບ ການພັດທະນາເສດຖະກິດ – ສັງຄົມ, ຕິດພັນກັບພາລະບົດບາດ, ສິດ ແລະໜ້າທີ່ການເມືອງ ຂອບເຂດກົມກອງຮັບຜິດຊອບໃຫ້ກັນຮັບຮູ້ໂດຍຫຍໍ້, ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືຂອງສອງພັກ – ລັດ ແລະສອງກອງທັບ ລາວ-ຈີນ ທີ່ເຄີຍມີມາແຕ່ດົນນານ, ເຊິ່ງ ພັນເອກ ວິລະສິນ ມິດຕະພອນ ໄດ້ມີຄຳເຫັນວ່າ: ໄລຍະຜ່ານກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຮັບການຊູ່ຊ່ວຍເຫຼືອທາງດ້ານພາຫະນະວັດຖຸ, ການກໍ່ສ້າງພະນັກງານວິຊາການ ແລະອື່ນໆ ຈາກກອງທັບປະຊາຊົນຈີນ ທີ່ບໍ່ອາດປະເມີນເປັນມູນຄ່າໄດ້, ໂອກາດນີ້ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນ ກອງຮັບປະກັນພະລາທິການ ເມືອງກຸ້ຍລີນ ກອງທັບປົດປ່ອຍປະຊາຊົນຈີນ ໃນຄັ້ງນີ້ ເຊິ່ງເປັນປະກອບສ່ວນປົກປັກຮົກສາ ແລະເສີມຂະຫຍາຍມູນເຊື້ອອັນດີງາມ ຂອງປະຊາຊົນສອງຊາດລາວ – ຈີນ, ໂດຍສະເພາະແມ່ນກອງຮັບປະກັນພະລາທິການ ເມືອງກຸ້ຍລີນ ກອງທັບປົດປ່ອຍປະຊາຊົນຈີນ ກັບກອງບັນຊາການທະຫານແຂວງຫຼວງພະບາງ ໃຫ້ກ້າວເຂົ້າສູ່ລວງເລິກ ແລະຈະເລີນງອກງາມຍິ່ງໆຂື້ນ. ພ້ອມນີ້ ຫົວໜ້າກອງຮັບປະກັນພະລາທິການ ເມືອງກຸ້ຍລີນ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສະແດງຄວາມດີໃຈ ແລະຕີຄວາມໝາຍສູງຕໍ່ການຕ້ອນຮັບອັນອົບອຸ່ນ ຂອງຄະນະບັນຊາກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມຄະນະ, ທັງໄດ້ແລກປ່ຽນບົດຮຽນຂໍ້ມູນ ດ້ານວຽກງານຮັບປະກັນພະລາທິການ ແລະມອບຂອງຂັວນທີ່ລະນຶກໃຫ້ກັນ ແລະ ກັນ ຕື່ມອີກ.
ຂ່າວ: ບຸນເພັງ ວົງແກ້ວມະນີ.







