ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນກະຊວງ ປກສ ເຂົ້າຮ່ວມກອງປະຊຸມຄະນະກໍາການຄວບຄຸມຢາເສບຕິດສາກົນ

Mar 21, 2024

ໃນລະຫວ່າງວັນທີ 14-22 ມີນາ 2024, ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມ
ສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການຄວບຄຸມຢາເສບຕິດສາກົນ ຄັ້ງທີ 67 ແລະ ກອງປະຊຸມປິ່ນອ້ອມ ທີ່ປະເທດໂອຕຼິດ.
ໃນວັນທີ 14 ມີນາ 2024, ພາຍຫຼັງທີ່ ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ພ້ອມດ້ວຍຄະນະ ໄດ້ເດີນທາງຮອດສະໜາມບິນສາກົນສະວິດແຊດ (ນະຄອນຫຼວງວຽນນາ ປະເທດໂອຕຼິດ) ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ລະດັບສູງ ຂອງຄະນະກໍາມະການຄວບຄຸມຢາເສບຕິດສາກົນ ຄັ້ງທີ 67. ຫຼັງຈາກນັ້ນ ໄດ້ເຂົ້າຮ່ວມງານວາງສະແດງຫົວຂໍ້ “ຄົບຮອບ 10 ປີ ຫຼັກການແນະນໍາຂອງອົງ ການສະຫະປະຊາຊາດ ວ່າດ້ວຍການພັດທະນາທາງເລືອກໃນອະ ດີດ, ປະຈຸບັນ ແລະ ຕໍ່ໜ້າ” ແລະ ໃນຕອນບ່າຍຂອງວັນດຽວກັນ ກໍໄດ້ເຂົ້າຮ່ວມພິທີຖະແຫຼງການຮ່ວມອາຊຽນ ໃນກອງປະຊຸມເຈົ້າໜ້າທີ່ລະດັບສູງຂອງຄະນະກໍາມະການຄວບຄຸມຢາເສບຕິດ ຄັ້ງທີ 67 ເຊິ່ງໃນຖະແຫຼງການຄັ້ງນີ້ ໄດ້ໃຫ້ຮູ້ກ່ຽວກັບບັນຫາຢາ ເສບຕິດຂອງໂລກ ທີ່ມີຄວາມສະຫຼັບ ສັບຊ້ອນ ແລະ ທ້າທາຍຢ່າງຕໍ່ເນື່ອງ ມັນໄດ້ທໍາລາຍຊີວິດການເປັນຢູ່ຂອງມວນຊົນ ແລະ ການພັດທະນາປະເທດ. ອີງຕາມການລາຍງານໂລກປີ 2022, ໃນປີ 2019 ມີຜູ້ເສຍຊີວິດປະມານ 494.000 ຄົນ ເປັນຜົນມາ ຈາກການໃຊ້ຢາເສບຕິດ ເມື່ອທຽບໃສ່ປີ 2009 ເພີ່ມຂື້ນ 17,5%, ພ້ອມດຽວກັນນີ້, ຍັງໄດ້ຍົກໃຫ້ເຫັນເຖິງນະ ໂຍບາຍດ້ານຢາເສບຕິດ ແລະ ທິດທາງໃນຕໍ່ໜ້າ; ສິ່ງທ້າທາຍຢາເສບຕິດຢູ່ໃນພາກພື້ນ; ຄວາມພະຍາຍາມຂອງອາຊຽນ ໃນການແກ້ໄຂບັນ ຫາຢາເສບຕິດໃນພາກພື້ນ.
ໃນຕອນເຊົ້າຂອງວັນທີ 15 ມີນາ ໄດ້ຮ່ວມກອງປະຊຸມຮ່ວມ ລະຫວ່າງ ຫົວໜ້າຄະນະຜູ້ແທນຂອງບັນດາປະເທດພາຄີບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ໃນອະນຸພາກພື້ນແມ່ນໍ້າຂອງ; ກອງປະຊຸມພົບປະສອງຝ່າຍ ລາວ- ຈີນ; ກອງປະຊຸມພົບປະສອງຝ່າຍ ລາວ-ອົງການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກໍາ.
ໃນວັນທີ 18 ມີນາ ທ່ານ ພົຕ ຄໍາກິ່ງ ໄດ້ເຂົ້າຮ່ວມເປັນປະທານເປີດງານວາງສະແດງ ກ່ຽວກັບຜົນການຮ່ວມມືເພື່ອຄວບຄຸມຢາ ເສບຕິດ ຂອງບັນດາປະເທດພາຄີບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ໃນອະນຸພາກພື້ນແມ່ນໍ້າຂອງ ໃນຫົວຂໍ້ “ການນໍາທາງໃນຄວາມມືດ: ຄວາມເຂົ້າໃຈເຖິງສິ່ງທ້າທາຍຂອງການຜະລິດຢາເສບຕິດທີ່ຜິດກົດໝາຍ ແລະ ການລັກລອບຄ້າ-ຂາຍຢາເສບຕິດໃນພາກພື້ນແມ່ນໍ້າຂອງ”.
ທີ່ມາ: ຄວາມສະຫງົບລາວ