ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນການນຳຂັ້ນສູງ 3 ແຂວງພາກເໜືອລາວ ພົບປະ ກັບຄະນະຜູ້ແທນຂັ້ນສູງ ແຂວງດຽນບ່ຽນ

Dec 26, 2024

ຄະນະຜູ້ແທນການນຳຂັ້ນສູງ 3 ແຂວງພາກເໜືອລາວ ພົບປະ ກັບຄະນະຜູ້ແທນຂັ້ນສູງ ແຂວງດຽນບ່ຽນ
ກອງປະຊຸມພົບປະແລກປ່ຽນບົດຮຽນລະຫ່ວາງຄະນະຜູ້ແທນແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ກັບ ຄະນະຜູ້ແທນການນຳຂັ້ນສູງ 3 ແຂວງພາກເໜືອລາວ: ແຂວງຫຼວງພະ ບາງ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ທັນວາ 2024 ຢູ່ທີ່ຫ້ອງປະຊຸມດອກບານ – ສູນແລກປ່ຽນວັດທະນະທໍາ ແລະ ຂໍ້ມູນຂ່າວສານການທ່ອງທ່ຽວແຂວງດຽນບ່ຽນ.
ແຂວງດຽນບ່ຽນ ນຳໂດຍ ສະຫາຍ ເຈີນ ກັວກ ເກື່ອງ ກໍາມະ ການສູນກາງພັກກອມມຸນິດຫວຽດນາມ, ເລຂາຄະນະບໍລິຫານງານພັກແຂວງດຽນບ່ຽນ ແລະ ຝ່າຍແຂວງຫຼວງພະບາງນໍາໂດຍສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງພະບາງ, ແຂວງຜົ້ງສາລີນຳໂດຍ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ແຂວງອຸດົມໄຊນຳໂດຍສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງເຈົ້າ ແຂວງອຸດົມໄຊ ພ້ອມດ້ວຍການນຳຂອງທັງ 4 ແຂວງ 2 ປະເທດເຂົ້າຮ່ວມ.
ໃນພິທີພົບປະຄັ້ງນີ້ ສະຫາຍ ເຈີນ ກັວກ ເກື່ອງ ເລຂາຄະນະບໍລິຫານງານພັກແຂວງດຽນບ່ຽນ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງຕໍ່ ຄະນະຜູ້ແທນ ທັງ 3 ແຂວງຂອງພາກ ເໜືອລາວ ທີ່ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນຮ່ວມກັນ ເຊິ່ງເປັນການເສີມຂະຫຍາຍມູນ ເຊື້ອ ແລະ ເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ອ້າຍນ້ອງ ກໍ່ຄື 4 ແຂວງ 2 ປະເທດເວົ້າລວມ, ເວົ້າສະເພາະ ແມ່ນ ແຂວງດຽນບ່ຽນກັບ ແຂວງຜົ້ງສາລີ ນັບມື້ເຂົ້າສູ່ລວງເລິກ. ໂອກາດນີ້, ສະຫາຍ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ຕາງໜ້າຄະນະຜູ້ແທນຂັ້ນສູງແຂວງຜົ້ງສາລີ ໄດ້ມີຄຳເຫັນຕິລາຄາກ່ຽວກັບໝາກຜົນແຫ່ງການຮ່ວມມືລະຫ່ວາງ ແຂວງຜົ້ງສາລີ ກັບ ແຂວງດຽນບ່ຽນ ວ່າ: ໄລຍະຜ່ານມາສອງແຂວງໄດ້ມີມູນ ເຊື້ອການພົວພັນຮ່ວມມືມາແຕ່ດົນນານ, ປະຊາຊົນມີຮີດຄອງປະເພນີ, ວັດທະນະທຳທີ່ຄ້າຍຄືກັນ, ມີຄວາມສາມັກຄີຮັກແພງກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສືບທອດກັນມາ, ການພົວພັນຄະນະຜູ້ແທນຂັ້ນສູງລະຫວ່າງ ສອງແຂວງກໍ່ເປັນປົກກະຕິ ແລະ ກ້ວາງຂວາງ ນັບມື້ຫັນເຂົ້າສູ່ລວງເລິກ.
ພ້ອມກັນນີ້, ແຕ່ລະແຂວງກໍ່ໄດ້ລາຍງານສະພາບຈຸດພິເສດ, ທີ່ຕັ້ງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ແລະ ການຮ່ວມມືຮອບດ້ານຂອງແຕ່ລະແຂວງໃນໄລຍະທີ່ຜ່ານໃຫ້ກັນຊາບເຊິ່ງກັນ ແລະ ກັນ ເພື່ອເຮັດແນວໃດເຮັດໃຫ້ການພົວພັນຮ່ວມມື ຂອງສອງປະເທດ ລາວ-ຫວຽດນາມ ກໍ່ຄື 4 ແຂວງ 2 ປະເທດເວົ້າລວມ, ເວົ້າສະເພາະ ແຂວງຜົ້ງສາລີ – ແຂວງດຽນບຽນ ໃນເງື່ອນໄຂສະພາບການອັນໃໝ່ໃຫ້ນັບມື້ນັບດີຂຶ້ນ ແລະ ມີບາດກ້າວໃໝ່ຢ່າງບໍ່ຢຸດຢັ້ງ.
ພາບ-ຂ່າວ: ແສງຄຳ ສາລີວັນ