ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກໍາປູເຈຍ

Jun 29, 2025

ຄະນະຜູ້ແທນກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນປະເທດ ນໍາໂດຍ ທ່ານ ພັນເອກ ວົງໄຊ ອິນຖະຄໍາ ຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກກໍາປູເຈຍ ໃນລະຫວ່າງວັນທີ 26-29 ມິຖຸນາ 2025.
ໃນລະຫວ່າງການຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກກໍາປູເຈຍ ຂອງຄະນະຜູ້ແທນກົມພົວພັນຕ່າງປະເທດ ໃນຄັ້ງນີ້ ໄດ້ພົບປະສອງຝ່າຍ ກັບກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຣາຊະອານາຈັກກໍາປູເຈຍ ນໍາໂດຍທ່ານ ພົນໂທ​ ພາດ ວິບົນໂສະເພັຍ ຮອງຫົວໜ້າກົມໃຫຍ່ນະໂຍບາຍ ແລະ ວຽກງານການຕ່າງປະເທດ, ຫົວໜ້າກົມພົວພັນຕ່າງປະເທດ. ໃນການພົບປະ ທັງສອງຝ່າຍ ໄດ້ຕີລາຄາຄືນວຽກງານການພົວພັນຮ່ວມມື ທີ່ສາມາດຈັດຕັ້ງປະຕິບັດ ໃນໄລຍະປີ 2024 ແລະ 6 ເດືອນຕົ້ນປີ 2025 ແລະ ສືບຕໍ່ປຶກສາຫາລືຈັດຕັ້ງແຜນການຮ່ວມມືໃນໄລຍະ 6 ເດືອນ ທ້າຍປີ 2025 ແລະ ປີ 2026
ນອກຈາກນີ້, ຄະນະກົມພົວພັນຕ່າງປະເທດ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ພົນໂທ ຂຽວ ເຊນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ເຊິ່ງ ທ່ານ ພັນເອກ ວົງໄຊ ອິນຖະຄໍາ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ຈາກຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ ສປປລ ລາວ ຝາກເຖິງທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍຄືຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ໄດ້ລາຍງານຜົນຂອງການເຮັດວຽກພົບປະສອງຝ່າຍ ລະຫວ່າງ ກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ລາວ-ກໍາປູເຈຍ ຄັ້ງນີ້ ທີ່ສໍາເລັດດ້ວຍຄວາມຈົບງາມ. ນອກນີ້, ຄະນະຍັງໄດ້ຢ້ຽມຢາມບາງສະຖານທີ່ທ່ຽວທ່ຽວທາງປະຫວັດສາດສໍາຄັນຂອງກໍາປູເຈຍ ຕື່ມອີກ.
ການຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ຣາຊະອານາຈັກກໍາປູເຈຍ ຂອງຄະນະຜູ້ແທນກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນປະເທດ ຄັ້ງນີ້ ເປັນການຮັດແໜ້ນເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ລາວ-ກໍາປູເຈຍ ທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນກວ່າເກົ່າ.