ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ເຂົ້າຮ່ວມກອງປະຊຸມສາກົນ ສຳລັບເຈົ້າໜ້າທີ່ລະດັບສູງ ຮັບຜິດຊອບວຽກງານຄວາມໝັ້ນຄົງ ທີ່ ຣັດເຊຍ

May 30, 2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ນໍາໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນສຳລັບເຈົ້າໜ້າທີ່ລະດັບສູງຮັບຜິດຊອບວຽກງານຄວາມໝັ້ນຄົງ ຄັ້ງທີ 13 ແລະ ກອງປະຊຸມປຶກສາຫາລືອາຊຽນ-ຣັດເຊຍ ສຳລັບເຈົ້າໜ້າທີ່ຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງ ຄັ້ງທີ 5 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 28-29 ພຶດສະພາ 2025 ທີ່ ນະຄອນຫຼວງມົດສະກູ ສະຫະພັນ ຣັດເຊຍ.
ໃນກອງປະຊຸມສາກົນສຳລັບເຈົ້າໜ້າທີ່ລະດັບສູງຮັບຜິດຊອບວຽກງານຄວາມໝັ້ນຄົງ ຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ແລກປ່ຽນທັດສະນະໃນຫົວຂໍ້ “ການສ້າງກົນໄກຮັກສາຄວາມໝັ້ນຄົງທີ່ສະເໝີພາບ ແລະ ບໍ່ແບ່ງແຍກ: ສິ່ງທ້າທາຍ ແລະ ກາລະໂອກາດ ສຳລັບກຸ່ມປະເທດໂລກໃຕ້ ແລະ ຕາເວັນອອກ”, ເຊິ່ງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍໄດ້ມີຄຳເຫັນແລກປ່ຽນໃນວັນທີ 28 ພຶດສະພາ 2025 ໂດຍໄດ້ຍົກໃຫ້ເຫັນເຖິງສະພາບການທີ່ເກີດຂຶ້ນ ແລະ ຄວາມຈຳເປັນໃນການປັບປຸງກົນໄກການຮັກສາຄວາມໝັ້ນຄົງສາກົນໃນປັດຈຸບັນ; ສປປ ລາວ ສະໜັບສະໜູນຄວາມພະຍາຍາມຂອງ ຣັດເຊຍ ກໍຄືຄວາມພະຍາຍາມຂອງວົງສາຄະນາຍາດສາກົນໃນການສ້າງກົນໄກຮັກສາຄວາມໝັ້ນຄົງສາກົນທີ່ສະເໝີພາບ ແລະ ບໍ່ແບ່ງແຍກ ເພື່ອຮັບປະກັນຄວາມໝັ້ນຄົງຂອງບັນດາປະເທດຕ່າງໆໃນໂລກ.
ໃນວັນດຽວກັນ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ-ຣັດເຊຍ ສຳລັບເຈົ້າໜ້າທີ່ຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງ ແລະ ໄດ້ແລກປ່ຽນທັດສະນະໃນຫົວຂໍ້ “ການປະສານງານລະຫວ່າງອົງການທີ່ກ່ຽວຂ້ອງຂອງຣັດເຊຍ ແລະ ອາຊຽນ ເພື່ອຍົກສູງຄຸນນະພາບຂອງການແລກປ່ຽນຂໍ້ມູນຂ່າວສານ ແລະ ພັດທະນາທ່າແຮງບົ່ມຊ້ອນ ເພື່ອຮັບມືກັບສິ່ງທ້າທາຍ ແລະ ໄພຂົ່ມຂູ່ຂອງບັນຫາຄວາມໝັ້ນຄົງແບບໃໝ່”, ເຊິ່ງມີບາງເນື້ອໃນສຳຄັນດັ່ງນີ້:
1. ອາຊຽນ-ຣັດເຊຍ ສືບຕໍ່ສ້າງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃຫ້ສູງຂຶ້ນ ໂດຍນຳໃຊ້ບັນດາກົນໄກການຮ່ວມມື ລະຫວ່າງ ອາຊຽນ ແລະ ຣັດເຊຍ ທີ່ມີຢູ່ແລ້ວຢ່າງເຕັມສ່ວນ,
2. ປັບປຸງຂອດປະສານງານແລກປ່ຽນຂໍ້ມູນຂ່າວສານ ຂອງແຕ່ລະກົນໄກການຮ່ວມມືອາຊຽນ ແລະ ຣັດເຊຍ ໃຫ້ສາມາດເຄື່ອນໄຫວວຽກງານໄດ້ຢ່າງມີປະສິດທິພາບ ແລະ ທັນເວລາ, ແຕ່ງຕັ້ງ, ມອບໝາຍໜ້າທີ່ໃຫ້ຜູ້ປະສານງານຂອງແຕ່ລະພາກສ່ວນ ພ້ອມທັງກຳນົດວິທີການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວຢ່າງຈະແຈ້ງ,
3. ສືບຕໍ່ສ້າງຄວາມອາດສາມາດ ໃຫ້ແກ່ເຈົ້າໜ້າທີ່ຮັບຜິດຊອບວຽກງານຕ້ານໄພຂົ່ມຂູ່ແບບໃໝ່ ລວມທັງອາຊະຍາກຳຂ້າມຊາດ ແລະ ຄວາມປອດໄພທາງໄຊເບີ ດ້ວຍການຈັດຝຶກອົບຮົມ, ການຈັດສຳມະນາວິທະຍາສາດ ແລະ ການພົບປະແລກປ່ຽນບົດຮຽນ ລະຫວ່າງເຈົ້າໜ້າທີ່ກ່ຽວຂ້ອງຂອງປະເທດສະມາຊິກອາຊຽນ ແລະ ຣັດເຊຍ ຢ່າງເປັນປົກກະຕິ.
ພ້ອມນັ້ນ, ໃນວັນທີ 29 ພຶດສະພາ 2025 ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ພົນເອກ ເຊີເກ ຊອຍກູ່ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນ ຣັດເຊຍ, ເຊິ່ງທັງສອງຝ່າຍໄດ້ຕີລາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະແມ່ນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລາວ-ຣັດເຊຍ; ສອງຝ່າຍໄດ້ປຶກສາຫາລືບາງບັນຫາທີ່ມີຄວາມສຳຄັນໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອແກ້ໄຂບັນຫາທີ່ສອງຝ່າຍເຫັນວ່າມີຄວາມຈຳເປັນໃນການຮັກສາຄວາມສະຫງົບ ແລະ ຄວາມໝັ້ນຄົງຂອງແຕ່ລະປະເທດ.
ພິເສດ ທ່ານ ພົນເອກ ເຊີເກ ຊອຍກູ່ ໄດ້ສະແດງຄວາມຂອບໃຈຕໍ່ ສປປ ລາວ ທີ່ໄດ້ສົ່ງລົດຖັງທີ່ ສປປ ລາວ ໄດ້ຮັບຈາກອະດີດສະຫະພາບໂຊຫວຽດ ຄືນໃຫ້ສະຫະພັນ ຣັດເຊຍ ຈຳນວນ 30 ກວ່າຄັນ, ເຊິ່ງພາຫະນະດັ່ງກ່າວໄດ້ຖືກນຳໃຊ້ເຂົ້າໃນການເດີນສວນສະໜາມສະເຫຼີມສະຫຼອງວັນມະຫາໄຊຊະນະ ຄົບຮອບ 80 ປີ ທີ່ ນະຄອນຫຼວງມົດສະກູ ໃນວັນທີ 09 ພຶດສະພາ 2025.
ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ວັນມະຫາໄຊຊະນະດັ່ງກ່າວ, ເຊິ່ງໄດ້ມີການສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນທາງປະຫວັດສາດຂອງຣັດເຊຍ ກໍຄືຂອງໂລກ.
ທີ່ມາ: ໜັງສືພິມຄວາມສະຫງົບ