ໃນຕອນບ່າຍວັນທີ 25 ມີນາ 2025 ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມ ຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.
ຫໍພິພິທະພັນສິລະປະລາວ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງວັດທະນະທຳແຫ່ງໃໝ່ຂອງ ນະຄອນຫຼວງວຽງຈັນ ກໍຄືປະເທດລາວ ເຊິ່ງການເປີດສະຖານທີ່ດັ່ງກ່າວຂຶ້ນມາ ບໍ່ພຽງແຕ່ເອົາໄວ້ສຳລັບສະແດງຜົນງານສິລະປະກຳເທົ່ານັ້ນ ແຕ່ເປັນການສະແດງໃຫ້ເຫັນເຖິງ ຄວາມພາກພຽນພະຍາຍາມໃນຄວາມມຸ່ງໝັ້ນ, ຈິດວິນຍານຂອງສິລະປິນລາວ, ສັກສີທາງວັດທະນະທຳ, ຄວາມເຊື່ອໝັ້ນໃນພະລັງແຫ່ງສິນລະປະ ທີ່ສາມາດເຊື່ອມໂຍງຜູ້ຄົນ, ອະນຸລັກມໍລະດົກດ້ານວັດທະນະທຳຂອງຊາດ ແລະ ສ້າງແຮງບັນດານໃຈໃຫ້ຄົນໃນປັດຈຸບັນ.
ນອກຈາກນີ້, ຫໍພິພິທະພັນສິລະປະລາວ ຈະກາຍເປັນສູນກາງການຮຽນຮູ້, ການແລກປ່ຽນຄວາມຄິດສ້າງສັນ ແລະ ການພັດທະນາສິນລະປະ ທີ່ສອດຄ່ອງກັບຄວາມຮ່ວມມືລະຫວ່າງ ສິນລະປິນຈາກທົ່ວໂລກ ເຊິ່ງຈະມີທັງການຈັດນິເທດສະການ, ການຝຶກອົບຮົມ ແລະ ກິດຈະກຳຕ່າງໆ ເພື່ອສົ່ງເສີມໃຫ້ເຍົາວະຊົນ ແລະ ສິນລະປິນຮຸ່ນຕໍ່ໄປ ໄດ້ສືບສານວຽກງານແກະສະຫຼັກໄມ້, ວິຈິດສິນ ແລະ ຈິດຕະກຳຕະຫຼອດເຖິງການສ້າງສັນສິ່ງໃໝ່ໆ ທີ່ເປັນເອກະລັກຂອງປະຊາຊົນລາວຕໍ່ໄປ.
ພາບ: ແກ້ວ ອຸເພັດ









