ໃນວັນທີ 3 ທັນວາ 2025, ທີ່ ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ (Marta Ayala Ávila) ກໍາມະການກົມການເມືອງສູນກາງພັກ ອໍານວຍການໃຫຍ່ສູນວິສາວະກໍາ ກຳມະພັນ ແລະເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 1-3 ທັນວາ 2025.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ ທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ພ້ອມທັງນໍາເອົາຄໍາຊົມເຊີຍອັນຈົບງາມ ແລະ ພອນໄຊອັນປະເສີດຂອງພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງ ມາສູ່ການນໍາພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຊິ່ງຖືເປັນກໍາລັງໃຈທີ່ສໍາຄັນ ແລະ ທັງເປັນການສະແດງໃຫ້ເຫັນເຖິງມູນເຊື້ອສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ທີ່ມີມາແຕ່ດົນນານ; ພ້ອມນັ້ນ ຍັງໄດ້ຕີລາຄາສູງຕໍ່ການຮ່ວມມືໃນຫຼາຍຂົງເຂດວຽກງານ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງປະເທດ ລາວ-ກູບາ ໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ໃນໂອກາດນີ້, ສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງຍິ່ງ ທີ່ໄດ້ຮັບມອບໝາຍໃຫ້ເປັນຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ມາຮ່ວມຊົມເຊີຍ ກໍຄືການນໍາເອົາຄໍາອວຍພອນ ຈາກການນໍາສູງສຸດຂອງພັກ-ລັດຕົນມາສູ່ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50. ພ້ອມນີ້, ຍັງໄດ້ແຈ້ງໃຫ້ຊາບວ່າ ພັກ-ລັດ ແລະ ປະຊາຊົນກູບາ ຍາມໃດກໍຕີລາຄາສູງຕໍ່ສາຍພົວພັນແລະ ການຮ່ວມມືອັນດີງາມ ລະຫວ່າງ ສ.ກູບາ ແລະ ສປປ ລາວ ກໍຄື ລະຫວ່າງ ພັກກອມມູນິດກູບາ ແລະ ພັກປະຊາຊົນປະຕິວັດລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນຮ່ວມມືອັນເປັນມູນເຊື້ອທີ່ດີງາມ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ- ລາວ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດມາສູ່ປະຊາຊົນສອງຊາດ ກູບາ- ລາວ ກໍຄື ເພື່ອພາລະກິດ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.


