ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ ປະຈໍາປີ 2024, ຄະ ນະຜູ້ແທນຂັ້ນສູງຂອງ ພັກ ປປ ລາວ ນໍາໂດຍ ສະຫາຍ ສຈ.ປອ. ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ ມົນຕີ ແຫ່ງ ສ ປປ ລາວ ແລະ ສະຫາຍ ຄໍາພັນ ເຜີຍຍະວົງ, ເລ ຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມ ຢາມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ 2 ພັກ ລາວ-ຈີນ ຄັ້ງທີ 12 ທີ່ ນະຄອນຊີອານ, ແຂວງສານຊີ, ສປ ຈີນ ແຕ່ວັນທີ 16-20 ທັນວາ 2024.
ໃນວັນທີ 17 ທັນວາ 2024, ສະຫາຍ ສຈ.ປອ. ກິແກ້ວ ໄຂຄຳພິທູນ ໄດ້ພົບປະກັບ ສະຫາຍ ລີຊູເລີຍ, ກໍາມະການກົມການ ເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງ ພັກກອມມູນິດຈີນ, ເຊິ່ງໃນການພົບປະ ສະຫາຍ ສຈ.ປອ. ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນໃນຕະຫຼອດໄລຍະທີ່ຜ່ານມາ, ເຊິ່ງການ ນໍາສູງສຸດຂອງ 2 ພັກ, 2 ລັດ ໄດ້ເຫັນດີເປັນເອກະພາບ ກ່ຽວ ກັບການຮ່ວມມືທາງດ້ານຍຸດທະສາດ ກໍ່ຄື ທິດທາງການຈັດຕັ້ງປະຕິບັດແຜນແມ່ບົດ ແລະ ຖືເອົາການສ້າງຄູ່ຮ່ວມຊາຕາກໍາ ລາວ -ຈີນ ເປັນແບບຢ່າງນໍາໜ້າ ໃນການສ້າງປະຊາຄົມຮ່ວມຊາຕາກໍາມວນມະນຸດໂລກ, ເຊິ່ງມາຮອດປະຈຸບັນ ແຜນແມ່ບົດດັ່ງກ່າວ ກໍ່ພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ 2 ຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນ.
ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຈັດກອງປະຊຸມສໍາມະນາທິດ ສະດີ 2 ພັກ ທີ່ພັກກອມມູນິດຈີນ ເປັນເຈົ້າພາບຈັດໃນຄັ້ງນີ້, ນອກຈາກເປັນການຈັດຕັ້ງປະຕິບັດຕາມແຜນຮ່ວມມື 2 ພັກແລ້ວ ຍັງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນ ຂອງແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໂດຍປິ່ນອ້ອມຫົວຂໍ້ຫຼັກ: “ ປັບປຸງກົນໄກການພັດທະນາ ໃຫ້ສົມບູນແບບ: ບົດຮຽນຂອງ ລາວ ແລະ ຈີນ” ທີ່ເປັນຫົວຂໍ້ສໍາຄັນ ແລະ ມີຄວາມໝາຍຍິ່ງ ຕໍ່ການພັດທະນາປະເທດຊາດ, ສອດ ຄ່ອງກັບ ຄວາມຮຽກຮ້ອງຕ້ອງການຕົວຈິງ ໃນວຽກງານຄູ້ມຄອງພັກ, ປົກຄອງລັດ-ບໍລິຫານປະເທດ ກໍ່ຄື ພາລະກິດກໍ່ສ້າງສັງຄົມ ນິຍົມ ໃຫ້ເຂັ້ມແຂງ ແລະ ທັນສະໄໝ ຢູ່ 2 ປະເທດ ລາວ-ຈີນ, ເຊິ່ງໄດ້ເປັນໂອກາດອັນດີໃຫ້ແກ່ ນັກຄົ້ນຄວ້າທິດສະດີຂອງ 2 ພັກ ໄດ້ແລກປ່ຽນຖອດຖອນບົດຮຽນນໍາກັນ ເພື່ອໝູນໃຊ້ເຂົ້າໃນການສ້າງສາ ພັດທະນາປະເທດຊາດໃນຍຸກໃໝ່ ຂອງ 2 ພັກ, 2 ລັດຖະບານ ລາວ-ຈີນ. ສະຫາຍ ສຈ.ປອ. ກິແກ້ວ ໄຂຄໍາພິທູນ ໄດ້ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ຍາດມາໄດ້ໃນການສ້າງສາ ພັດທະນາປະເທດຊາດ ພາຍໃຕ້ການ ນໍາພາທີ່ຖືກຕ້ອງ ຂອງພັກກອມມູນິດຈີນ ທີ່ມີ ສະຫາຍເລຂາທິການໃຫ່ຍ ສີຈິ້ນຜິງ ເປັນແກນນໍາ, ພ້ອມທັງໄດ້ແຈ້ງສະພາບ ການພົ້ນເດັ່ນຂອງ ສປປ ລາວ ໃຫ້ ສະຫາຍ ລີຊູເລີຍ ຊາບ.
ສະຫາຍ ລີຊູເລີຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ສຈ.ປອ. ກິແກ້ວ ໄຂຄໍາພິທູນ, ສະຫາຍ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີ 2 ພັກ ລາວ-ຈີນ ໃນຄັ້ງນີ້ ພ້ອມ ທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື 2 ຝ່າຍ ທີ່ໄດ້ຮັບການເສີມຂະຫຍາຍຢູ່ໃນລະດັບທີ່ດີທີ່ສຸດໃນປະຫວັດສາດ ການພົວ ພັນ ລາວ-ຈີນ ແລະ ຢືນຢັນ ຈະຮ່ວມກັບຝ່າຍລາວ ສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຕັ້ງໜ້າຊຸກຍູ້ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ປະກົດຜົນເປັນຈິງ ເພື່ອນໍາເອົາຜົນ ປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດຫຼາຍຂຶ້ນກວ່າເກົ່າ.
ໃນໄລຍະຢູ່ຢ້ຽມຢາມ, ນອກຈາກ ເຄື່ອນໄຫວຢ້ຽມຢາມຢູ່ນະ ຄອນຊີອານ ທີ່ໄດ້ຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍເລຂາພັກແຂວງສານຊີ ແລ້ວ, ຄະນະ ຍັງໄດ້ໄປທັດສະນະຢ້ຽມຢາມແຂວງກຸ້ຍໂຈວ ເພື່ອຊອກຮູ້ສະພາບການ ກໍ່ຄື ບົດຮຽນໃນການພັດທະນະເສດຖະກິດ-ສັງຄົມ ແລະ ການກໍ່ສ້າງຮາກຖານພັກ ຢູ່ທ້ອງຖິ່ນດັ່ງກ່າວອີກດ້ວຍ.




