ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນຂັ້ນສູງພັກ ປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

Oct 13, 2025

ໂດຍ​ຕອບ​ສະ​ໜອງ​​ຕາມ​ການ​ເຊື້ອ​ເຊີນ​ ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ແຮງ​ງານ​ເກົາ​ຫຼີ ແລະ ໂດຍໄດ້ຮັບການມອບໝາຍຈາກ ສະຫາຍ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ຄະ​ນະ​ຜູ້​ແທນຂັ້ນ​ສູງພັກປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ນຳ​ໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເດີນທາງ​​ໄປ​ຮ່ວມ​ພິ​ທີ​ສະ​​ເຫຼີມສະຫຼອງ ວັນ​ສ້າງ​ຕັ້ງ​ພັກ​ແຮງ​ງານ​ເກົາ​ຫຼີ ຄົບຮອບ 80 ປີ (10/10/1945-10/10/2025) ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ລະຫວ່າງວັນ​ທີ 09-11 ຕຸ​ລາ 2025, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກການນຳພັກ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ອ້າຍນ້ອງ.
May be an image of text May be an image of text
ໃນ​ໄລ​ຍ​ະ​ເຄື່ອນໄຫວຢູ່ ສປປ ເກົາຫຼີ, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ ແລະ ຊົມການສະແດງສິລະປະກາຍະກຳ ທີ່ສະໜາມກິລາ 1 ພຶດສະພາ ໃນຕອນແລງວັນທີ 9 ຕຸລາ 2025, ເຂົ້າຮ່ວມພິທີສວນສະໜາມຢ່າງຍິ່ງໃຫຍ່ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ໃນຕອນແລງວັນທີ 10 ຕຸລາ 2025. ພ້ອມນີ້, ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ທາງປະຫວັດສາດ, ວັດທະນະທຳ ແລະ ເສດຖະກິດຈຳນວນໜຶ່ງ ເປັນຕົ້ນ: ຢ້ຽມຊົມບ້ານມັນກຽງແດ (ບ້ານເກີດຂອງ ປະທານ ກິມອິນຊຸງ), ຫໍວາງສະແດງຜະລິດຕະພັນອຸດສະຫະກໍາເບົາ ແລະ ຫໍພິພິທະພັນປະຫວັດສາດໄຊຊະນະສົງຄາມປົດປ່ອຍປິຕິພູມ.
May be an image of crowd and text May be an image of crowd
ການເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວຂອງຄະນະຜູ້ແທນພັກ ປປ ລາວ ໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງການສະໜັບສະໜູນເຊິ່ງກັນ ແລະ ກັນ, ໃຫ້ກຳລັງໃຈກັນ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ.
May be an image of fireworks and text May be an image of crowd and text