ໃນວັນທີ 10 ທັນວາ 2024, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຣັງເດີ ເປຢາຣາມີເຣດສ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກສັງຄົມນິຍົມເອກະພາບ ເວເນຊູເອລາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ອໍານາດປະຊາຊົນເວເນຊູເອລາ ພ້ອມດ້ວຍຄະນະ.
ໃນໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍການມາຢ້ຽມຢາມ ສປປ ລາວ ຂອງຄະນະ ແລະ ຕີລາຄາສູງຕໍ່ຜົນການພົບປະເຮັດວຽກລະຫວ່າງ ສະຫາຍ ຣັງເດີ ເປຢາຣາມີເຣດສ ແລະ ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ທີ່ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສອງພັກ ຊຶ່ງເປັນນິມິດໝາຍອັນໃໝ່ ແລະ ເປັນບາດກ້າວສໍາຄັນໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງພັກ ໃຫ້ໜັກແໜ້ນຫຼາຍຂຶ້ນ; ໄດ້ແຈ້ງໃຫ້ຊາບສະພາບພົ້ນເດັ່ນ ຢູ່ ສປປ ລາວ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ປປ ລາວ ແລະ ຊົມເຊີຍຜົນສໍາເລັດອັນໃຫຍ່ຫຼວງ ທີ່ປະຊາຊົນເວເນຊູເອລາອ້າຍນ້ອງຍາດມາໄດ້ ໂດຍສະເພາະແມ່ນຜົນສໍາເລັດທີ່ມີຄວາມໝາຍສໍາຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນ ຂອງພັກສັງຄົມສັງຄົມນິຍົມເອກະພາບເວເນຊູເອລາ ຕະຫຼອດໄລຍະຜ່ານມາ. ຕີລາຄາສູງຕໍ່ສາຍພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ເວເນຊູເອລາ ຊຶ່ງໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ, ປະກອບສ່ວນສໍາຄັນເຂົ້າໃນພາລະກິດປະຕິວັດຢູ່ສອງປະເທດລາວ ແລະ ເວເນຊູເອລາ ກໍຄືພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ສະຫາຍ ຣັງເດີ ເປຢາ ຣາມີເຣດສ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ບຸນທອງ ຈິດມະນີ ທີ່ໄດ້ໃຫ້ກຽດຕ້ອນຮັບຄະນະໃນຄັ້ງນີ້, ສະແດງຄວາມດີໃຈ ທີ່ໄດ້ມີໂອກາດຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດ ແລະ ໄດ້ເຫັນຕົວຈິງ ໃນການສ້າງສາພັດທະນາປະເທດຊາດຂອງລາວໃຫ້ຮັ່ງມີ ແລະ ເຂັ້ມແຂງ, ພ້ອມຕີລາຄາສູງຕໍ່ຜົນສໍາເລັດ ທີ່ ສປປ ລາວ ຍາດມາໄດ້ ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພັກ ປປ ລາວ ຈະສາມາດສືບຕໍ່ປະສົບຜົນສໍາເລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ແຈ້ງຈຸດປະສົງການມາຢ້ຽມຢາມ, ລາຍງານ ກ່ຽວກັບສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ແລະ ບົດບາດຂອງພັກສັງຄົມນິຍົມເອກະພາບເວເນຊູເອລາ ໃນການນໍາພາປະເທດ ໃຫ້ ສະຫາຍ ບຸນທອງ ຈິດມະນີ ໄດ້ຮັບຊາບ. ໃນໂອກາດນີ້, ພັກ, ລັດເວເນຊູເອລາ ໄດ້ສະເເດງຄວາມໝາຍໝັ້ນ ທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆກັບ ສປປ ລາວ ໃຫ້ຫຼາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ເວເນຊູເອລາ-ລາວ.
ຂ່າວ: ຄຕພ, ພາບ: ພູວຽງຄຳ



