ໃນວັນທີ 04 ເມສາ 2025, ທີ່ນະຄອນຫຼວງ ຮ່າໂນ້ຍ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດຖະບານແຫ່ງ ສສ ຫວຽດນາມ ເຂົ້າວາງພວງມາລາ ແລະ ຂຽນປຶ້ມໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຊຶ່ງນຳໂດຍ ສະຫາຍ ເລືອງ ເກື່ອງ, ກຳມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ສະຫາຍ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ. ໃນບົດຂຽນໄວ້ອາໄລ, ສະຫາຍຫົວໜ້າຄະນະຜູ້ແທນຂັ້ນສູງພັກ, ລັດຖະບານຫວຽດນາມ ໄດ້ສະແດງຄວາມຮູ້ສຶກວ່າ: ສຸດອາໄລອາວອນສະຫາຍ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ຊຶ່ງຜູ້ນຳທີ່ດີເລີດ, ລູກຫຼານອັນປະເສີດຂອງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດທີ່ກ້າແກ່ນ, ເສຍສະຫຼະຕະຫຼອດຊີວິດເພື່ອຄວາມອິດສະລະພາບ, ປະຊາທິປະໄຕ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຖາວອນຂອງປະເທດລາວ. ສະຫາຍ ຄຳໄຕ ສີພັນດອນ ຈາກໄປແມ່ນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດຖະບານ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວ. ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ສູນເສຍເພື່ອນສະຫາຍຜູ້ຍິ່ງໃຫຍ່, ສະຫາຍເປັນອ້າຍນ້ອງທີ່ສະໜິດສະໜົມທີ່ສຸດ, ຜູ້ມີຜົນງານອັນໃຫຍ່ຫຼວງ ແລະ ສຳຄັນປະກອບສ່ວນເຂົ້າໃນການກໍ່ສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ. ຕໍ່ການສູນເສຍອັນໃຫຍ່ຫຼວງນີ້, ຕາງໜ້າພັກ, ລັດຖະບານ, ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າຂໍສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງພັກ, ລັດຖະບານ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວສະຫາຍ ຄຳໄຕ ສີພັນດອນ.
ໃນມື້ດຽວກັນນີ້, ບັນດາຄະນະການນຳ ບັນດາອົງການ ພັກ ລັດ ອົງການຈັດຕັ້ງມະຫາຊົນ ນະຄອນຫຼວງຮ່າໂນ້ຍ ບັນດາແຂວງ ກໍ່ໄດ້ເຂົ້າຂຽນປື້ມໄວ້ອາໄລ ໃນນັ້ນມີ: ສະຫາຍ ເຈິ່ນ ເກິມ ຕູ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ຫງວຽນ ດັກ ດິງ, ຮອງປະທານສະພາແຫ່ງຊາດ, ສະຫາຍ ບຸຍ ທິ ມິງ ຮວາຍ, ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ, ສະຫາຍ ນາງ ຫວູ ຫວຽດ ຈາງ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ, ສະຫາຍ ບຸ່ຍ ກວ່າງ ຮຸຍ, ເລຂາຊາວໜຸ່ມກອມມູນິດຫວຽດນາມ, ສະຫາຍ ຫງວຽນ ທິ ຕວຽນ, ປະທານສູນກາງສະຫະພັນແມ່ຍິງຫວຽດນາມ, ສະມາຄົມມິດຕະພາບ ລາວ-ຫວຽດນາມ, ສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ, ສະຫະພັນອົງການຈັດຕັ້ງມິດຕະພາບນະຄອນຫຼວງຮ່າໂນ້ຍ, ບັນດາການນຳກະຊວງ, ການນຳແຂວງ, ບັນດາສະຖາບັນການສຶກສາ, ຄະນະປະສານງານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ, ບັນດາສະຖານທູດຕ່າງປະເທດ ປະຈຳ ສສ ຫວຽດນາມ 25 ປະເທດ ກໍໄດ້ໄປວາງພວງມາລາ ແລະ ຂຽນປື້ມໄວ້ອາໄລສະຫາຍ ພົນເອກ ຄຳໄຕ ສີພັນດອນ ທີ່ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ອີກດ້ວຍ, ລວມທັງໝົດ 70 ຄະນະ. ຫຼັງຈາກນັ້ນ, ສະຖານທູດຍັງຈະໄດ້ສືບຕໍ່ຮັບການມາໄວ້ອາໄລຈົນຮອດວັນທີ 6 ເມສາ 2025.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.




