ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນຂັ້ນສູງ ສູນກາງແນວລາວສ້າງຊາດ ເຄື່ອນໄຫວຢ້ຽມຢາມ ຣາຊະອານາຈັກກຳປູເຈຍ

Oct 18, 2024

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງປະທານສະພາແນວໂຮມ ສາມັກຄີພັດທະນາມາຕຸພູມ ຣາຊະອານາ ຈັກກຳປູເຈຍ, ຄະນະຜູ້ແທນຂັ້ນສູງສູນກາງແນວລາວສ້າງຊາດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນ ກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມ ຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ຣາຊະອານາຈັກກຳປູເຈຍ ໃນນີ້, ໄດ້ມີພິທີພົບປະສອງຝ່າຍ ເຊິ່ງຝ່າຍລາວ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ຝ່າຍຣາຊະອານາ ຈັກກຳປູເຈຍ ນຳໂດຍທ່ານ ສົມເດັດ ກິດຕິສັງຫະ ບັນດິດ ແມນຊອມອອນ ທີ່ປຶກສາເຈົ້າຊີວິດແຫ່ງຣາຊະອານາຈັກກຳປູເຈຍ, ຮອງປະທານພັກປະຊາຊົນກຳປູເຈຍ, ປະທານສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ ທີ່ໂຮງແຮມ Sokha Hotel ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ, ໃນວັນທີ 17 ຕຸລາ 2024;
ສອງຝ່າຍ ໄດ້ແຈ້ງສະພາບພົ້ນເດັ່ນຂອງແຕ່ລະປະເທດ ເຊິ່ງກັນ ແລະ ກັນ ໄດ້ຮັບຊາບ, ໄດ້ ແລກປ່ຽນຄຳຄິດຄໍາເຫັນທີ່ສອງຝ່າຍມີຄວາມສົນໃຈ ຢ່າງມີບັນຍາກາດສ້າງສັນ, ພ້ອມທັງຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືໃນໄລຍະຜ່ານມາ ຕາມບົດບັນທຶກການຮ່ວມມື ຂອງສອງອົງການ (2019-2023) ເຊິ່ງໄດ້ຮັບການພັດທະນາ, ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໄດ້ມີການແລກປ່ຽນການຢ້ຽມຢາມໄປມາຫາສູ່ກັນ, ຈັດກອງປະຊຸມເສີມສ້າງຊາຍແດນມິດຕະພາບ ລາວ-ກຳປູເຈຍ ແລະ ຫຼ້າສຸດແມ່ນກອງປະຊຸມປະທານແນວໂຮມ ສາມປະເທດ ຄັ້ງທີ 05 ເມື່ອເດືອນເມສາ 2024ຜ່ານມາ ເຊິ່ງໄດ້ມີການຕົກລົງຮ່ວມມືຫຼາຍບັນຫາສໍາຄັນຮ່ວມກັນ (07 ຂໍ້) ທີ່ເປັນເງື່ອນໄຂອັນດີໃຫ້ມີການພົວພັນຮ່ວມມືກັນຫຼາຍຂຶ້ນ;
ໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ແລະ ທ່ານປະທານສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ໄດ້ຮ່ວມກັນລົງ ນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສອງອົງການ ໃນຕໍ່ໜ້າ (2024-2028) ປະກອບມີ 08 ຂໍ້ ເຊິ່ງເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມືສອງຝ່າຍ ໃຫ້ເກີດດອກອອກຜົນຕົວຈິງ ແລະ ເປັນສ່ວນໜຶ່ງປະກອບສ່ວນເສີມສ້າງການພົວພັນຮ່ວມມືມິດຕະພາບຖານບ້ານໃກ້ເຮືອນຄຽງ, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມຂອງສອງພັກ-ສອງລັດ, ປະຊາຊົນສອງປະເທດ ເວົ້າລວມ, ເວົ້າສະເພາະສອງອົງການ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
ພາບ-ຂ່າວ ໂດຍ: ຈິດຕະພົງ