ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນຂັ້ນສູງ ສ ກູບາ ເດີນທາງມາຢ້ຽມຢາມ ສປປ ລາວ

Dec 1, 2025

ຄະນະຜູ້ແທນຂັ້ນສູງ ສາທາລະນະລັດ ກູບາ (ສ ກູບາ) ນໍາໂດຍ ສະຫາຍ ນາງ ມາຣ໌ຕາ ອາຢາລາ ອາວິລາ ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ ຜູ້ອໍານວຍການໃຫຍ່ສູນພັນທຸກໍາ ແລະ ເຕັກໂນໂລຊີຊີວະພາບ ສ ກູບາ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ໃນວັນທີ 1 ທັນວາ 2025 ເພື່ອມາຢ້ຽມຢາມ ສປປ ລາວ, ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025). ໂດຍມີ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ. ການມາຢ້ຽມຢາມ ເພື່ອເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວຄັ້ງນີ້, ເປັນການສະແດງໃຫ້ເຫັນເຖິງການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອດີງາມມາແຕ່ດົນນານ ແລະ ຄວາມສາມັກຄີຖານສະຫາຍອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ລາວ ແລະ ກູບາ ທີ່ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ຄະນະຜູ້ແທນຂັ້ນສູງ ສ ກູບາ ຈະໄດ້ເຂົ້າຢ້ຽມຂໍ່ານັບການນໍາຂັ້ນສູງພັກ-ລັດ ຂອງ ສປປ ລາວ ແລະ ຢ້ຽມຢາມສະຖານທີ່ຕ່າງໆ ເຊັ່ນ: ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ຢ້ຽມຊົມປ້າຍສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ ລາວ – ກູບາ ທີ່ປະຕູໄຊ.

ຂ່າວ-ພາບ: ບຸນອູ້ມ