ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນຂັ້ນສູງ ແຂວງສະຫວັນນະເຂດ ເຄື່ອນໄຫວຢ້ຽມຢາມ ນະຄອນໂຮ່ຈິມິນ ສສ ຫວຽດນາມ

Nov 19, 2024

ຄະນະການນຳຂັ້ນສູງຂອງ ແຂວງສະຫວັນນະເຂດ ສປປ ລາວ ນຳໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສຸນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ເຄື່ອນໄຫວຢ້ຽມຢາມ-ພົບປະ ແລະເຮັດວຽກຮ່ວມກັບນະຄອນໂຮ່ຈິມິນ ສສ ຫວຽດນາມ ໃນລະຫວ່າງວັນທີ 13-19 ພະຈິກ 2024 ໂດຍໄດ້ຮັບກຽດໃຫ້ການຕ້ອນຮັບຈາກສະຫາຍ ຟານ ວັນ ໝາຍ ກໍາມະການສູນກາງພັກ ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈິມິນ, ມີສະຫາຍ ວັນໄຊ ແກ້ວວິໄລ ຕາງໜ້າກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນໂຮ່ຈິມິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງນະຄອນໂຮ່ຈິມິນ ໃຫ້ກຽດຕ້ອນຮັບ.
ໂອກາດນີ້, ມາໃນຕອນເຊົ້າວັນທີ 18 ພະຈິກ, ຄະນະຜູ້ແທນຂັ້ນສູງຂອງແຂວງສະຫວັນນະເຂດ ກໍ່ໄດ້ຢ້ຽມຢາມສູນຜະລິດພັນເຂົ້າ ແລະ ພັນພືດຂອງບໍລິສັດແນວພັນພືດພາກໃຕ້(SSC) ເຊິ່ງເປັນບໍລິສັດທີ່ມີຊື່ສຽງ ແລະໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1976 ແລະ ໃນປີ 2002 ໄດ້ມີການປັບປຸງຈາກເງິນລົງທຶນ 60 ລ້ານດົງ ຂຶ້ນເປັນ 150 ລ້ານດົງໃນປະຈຸບັນ, ບໍລິສັດດັ່ງກ່າວ ມີຄວາມຊຳນິຊຳນານ ໃນການຄົ້ນຄວ້າວິໄຈ, ຜະລິດ ແລະ ຈຳໜ່າຍແນວພັນພືດຫຼາຍຊະນິດ ໃນບັນດາແຂວງພາກໃຕ້, ພາກກາງລຽບຕາມຊາຍຝັ່ງທະເລ ແລະ ເຂດພູພຽງ ຢູ່ ສສ ຫວຽດນາມ, ການສົ່ງອອກຕ່າງປະເທດ ແມ່ນລາວ, ກຳປູເຈຍ ແລະປະເທດອື່ນໆໃນພາກພື້ນ. ນອກຈາກນີ້ ບໍລິສັດດັ່ງກ່າວ ຍັງນອນຢູ່ໃນໂຄງການຮ່ວມມືລະຫວ່າງແຂວງ ແລະນະຄອນໃນການຄົ້ນຄວ້າວິໄຈແນວພັນເຂົ້າຢູ່ ແຂວງສະຫວັນນະເຂດ ອີກດ້ວຍ.
ໃນຕອນບ່າຍຂອງວັນດຽວກັນ, ທັງສອງຄະນະກໍ່່ໄດ້ເຂົ້າຮ່ວມພິທີພົບປະກັນຢ່າງເປັນທາງການ. ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ແລະສະຫາຍ ຟານ ວັນ ໝາຍ ກໍ່ໄດ້ທົບທວນຄືນການຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນທັງສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະກໍ່ແມ່ນ ຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ແລະຄະນະການນຳຂັ້ນສູງຂອງນະຄອນໂຮ່ຈິມິນ, ເຊິ່ງໄດ້ມີ ຄວາມເປັນເອກະພາບທາງດ້ານເນື້ອໃນການຮ່ວມມື ໃນນີ້: ສອງຝ່າຍເຫັນດີສືບຕໍ່ ຜັນຂະຫຍາຍສາຍພົວພັນຮ່ວມມືຕາມເນື້ອ ໃນບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມຮ່ວມກັນ, ສອງຝ່າຍສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາ ອົງການຈັດຕັ້ງພັກ, ອົງການປົກຄອງ, ພະແນກການ, ຂະແໜງການ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງແຕ່ລະຝ່າຍມີການ ເດີນທາງໄປ-ມາ, ຢ້ຽມຢາມ, ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ນະຄອນໂຮ່ຈິມິນຍິນດີຊ່ວຍກໍ່ສ້າງຊັບພະຍາກອນມະນຸດເພີ່ມຕື່ມ ຈາກທີ່ມອບທຶນການສຶກສາ ໃຫ້ແຂວງສະຫວັນນະເຂດ 30 ທຶນຕໍ່ປີ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະປະລິນຍາເອກ, ພ້ອມດຽວກັນນີ້ ນະຄອນໂຮ່ຈິມິນຈະສະໜັບສະໜູນ ໃນການຝຶກອົບຮົມພະນັກງານວິຊາການໃນຂະແໜງການຕ່າງໆ ທັງໄລຍະສັ້ນ ແລະໄລຍະຍາວເປັນຕົ້ນຂົງເຂດກະສິກຳ, ສຶກສາ ແລະສາທາລະນະສຸກ ໂດຍສະເພາະແມ່ນການຊ່ວຍເຫຼືອດ້ານວິຊາການໃນການຜ່າຕັດຫົວໃຈ, ໃນດ້ານການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບໍລິເວນຊາຍແດນ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ຊ່ວຍໃນການປັບປຸງຍົກລະດັບການເຂົ້າເຖິງການບໍລິການດ້ານສາທາລະນະສູກ ແລະລະບົບການສື່ສານໂທລະຄົມມະນາຄົມ. ໃນຂະນະດຽວກັນ ເນື່ອງໃນໂອກາດການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ທີ່ຈະມາເຖິງນີ້ ນະຄອນໂຮ່ຈີມິນ ຍິນດີທີ່ຈະໃຫ້ການຊ່ວຍເຫຼືອຮ່ວມມືສ້າງຟີມສາລະຄະດີ ກ່ຽວກັບຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ແລະໃນຕອນທ້າຍ, ນະຄອນໂຮ່ຈິມິນ ໄດ້ສະເໜີໃຫ້ນະຄອນໄກສອນພົມວິຫານ ແຮກສ່ຽວກັບເມືອງໃດໜຶ່ງຂອງນະຄອນໂຮ່ຈິມິນ ເຊິ່ງການນຳທັງສອງຝ່າຍໄດ້ມອບໝາຍໃຫ້ຂະແໜງວິຊາການປຶກສາຫາລືກັນໃນລາຍລະອຽດຕໍ່ໄປ.