ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນຈາກກອງປະຊຸມການລົງທຶນອາຊຽນ ຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກວຽງຈັນ

Oct 7, 2024

ວັນທີ 6 ຕຸລາ 2024 ຄະນະຜູ້ແທນຈາກກອງປະຊຸມການລົງທຶນອາຊຽນ ຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກວຽງຈັນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອເປັນການຕ້ອນຮັບກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ທີ່ ສປປ ລາວ ເຮົາເປັນເຈົ້າພາບຈັດຂຶ້ນວັນທີ 8-11 ຕຸລາ 2024 ຢູ່ນະຄອນຫຼວງວຽງຈັນ ທັງເປັນການຕ້ອນຮັບງານມະຫາກຳລາວໂລຊິດສະຕິກ ຄັ້ງປະຖົມມະລຶກ ຈັດຂຶ້ນວັນທີ 10-12 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ເຊິ່ງພາຍໃນງານຈະມີກອງປະຊຸມສຳມະນາກ່ຽວກັບການເສີມສ້າງບົດບາດຂອງລາວ ໃນການເປັນຈຸດເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງໃນພາກພື້ນ ສາກົນ ອາຊຽນ ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ ເພື່ອຂັບເຄື່ອນການເຕີບໃຫຍ່ດ້ານການຂົນສົ່ງໃນພາກພື້ນ ຖືກຕ້ອນຮັບໂດຍທ່ານ Tee Chee Seng ຮອງປະທານບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ທ່ານ ພອນສະຫວັນ ທຳມະສິດ ຄະນະບໍລິຫານທ່າບົກທ່ານາແລ້ງ ດ້ານວຽກງານນິຕິກໍາ ແລະ ທ່ານ ສີສຸພັນ ສິງສະຫວ່າງ ຫົວໜ້າຫ້ອງການບໍລິຫານບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ ພ້ອມດ້ວຍຄະນະບໍລິຫານ ແລະ ພະນັກງານ.
ທ່ານ ວັນທະນາ ນໍລິນທາ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ເຊິ່ງ ກົມສົ່ງເສີມການລົງທຶນໃນນາມຫ້ອງການບໍລິການການລົງທຶນປະຕູດຽວ ກະຊວງແຜນການ ແລະ ການລົງທຶນແຈ້ງມາຍັງຄະນະບໍລິຫານບໍລິສັດຊາບວ່າ: ອົງການ UNESCAP ໃນນາມຄູ່ຮ່ວມ ແລະ ຜູ້ສະໜັບສະໜູນໃນການຈັດກອງປະຊຸມ ສົ່ງເສີມການລົງທຶນອາຊຽນ ຢູ່ ສປປ ລາວ ມີແຜນຈັດກິດຈະກຳໃຫ້ຄະນະຜູ້ ແທນທີ່ເຂົ້າຮ່ວມກອງປະຊຸມ ທີ່ມາຈາກພາກລັດ ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດຈາກບັນດາປະເທດສະມາຊິກອາຊຽນ 60 ກວ່າທ່ານໄດ້ມີໂອກາດສຶກສາ ແລະ ເຂົ້າໃຈຕໍ່ກັບສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການລົງທຶນຢູ່ ສປປ ລາວ ໂດຍສະເພາະທິດທາງໃນການພັດທະນາບັນດາເຂດເສດຖະກິດພິເສດຢູ່ ສປປ ລາວ ບັນດາໂຄງການພັດທະນາຂອງເຂດເສດຖະກິດພິເສດ ແລະ ເຂດໂລຈິສຕິກ ຄ່ຽນຖ່າຍສິນຄ້າ ແລະ ຢ້ຽມຢາມບໍລິສັດທີ່ໄດ້ລົງທຶນໃນເຂດດັ່ງກ່າວ ເຊິ່ງການມາຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກວຽງຈັນ ຂອງຄະນະຜູ້ແທນຄັ້ງນີ້ໄດ້ຖືກຕ້ອນຮັບຢ່າງອົບອຸ່ນ ຈາກຜູ້ບໍລິຫານ ແລະ ພະນັກງານຂອງບໍລິສັດ ທັງເປັນໂອກາດອັນດີໄດ້ຮູ້ຂໍ້ມູນ ໄດ້ເຫັນການພັດທະນາ ແລະ ການບໍລິການຂອງເຂດດັ່ງກ່າວໃນໄລຍະຜ່ານມາ ແລະ ໃນອະນາຄົດຂ້າງໜ້າ.
ໂອກາດນີ້ທ່ານ Tee Chee Seng ໄດ້ກ່າວຕ້ອນຮັບພ້ອມທັງລາຍງານຄວາມເປັນມາຂອງໂຄງການວ່າ: ໂຄງການພັດທະນາທ່າບົກທ່ານາແລ້ງ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານລາວ ໃນການຫັນປ່ຽນປະເທດລາວຈາກ Land Lock ສູ່ປະເທດ Land Link ໃຫ້ເປັນສູນກາງແຫ່ງການເຊື່ອມໂຍງເຊື່ອມຈອດອານຸພາກພື້ນ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງໂຄງການຈະເຮັດໜ້າທີ່ ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງ ອາຊຽນ ໄປ ຈີນ ແລະ ຈີນ ໄປສູ່ ເອີຣົບ ໂດຍນໍາໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນ ພ້ອມນັ້ນການພັດທະນາໂຄງການມີຄວາມສໍາຄັນຍ້ອນໂຄງການເປັນຍຸດທະສາດໜຶ່ງຂອງໂຄງການພັດທະນາ Laos Logistics Link ເຊິ່ງເປັນຈຸດເຊື່ອມຕໍ່ຫຼັກຂອງບັນດາການຂົນສົ່ງຫຼາຍຮູບແບບທາງລົດ ທາງລາງ ທາງເຮືອ ແລະ ເຊື່ອມໂຍງບັນດາຈຸດພັດທະນາຕ່າງໆໃນພາກພື້ນສູ່ສາກົນ ມີເປົ້າໝາຍຫຼັກເພື່ອຫຼຸດຕົ້ນທຶນໂລຊິດສະຕິກຂອງປະເທດລາວ ແລະ ຈຸດພິເສດຂອງເຂດດັ່ງກ່າວຕັ້ງຢູ່ເສັ້ນທາງເຊື່ອມຕໍ່ທີ່ຄວາມສາມາດຂົນສົ່ງສູງ ເນື່ອງຈາກຕັ້ງຢູ່ເສັ້ນທາງລົດໄຟລາວ-ໄທ ແລະ ລາວ-ຈີນ ນອກນັ້ນຍັງເປັນຈຸດເຊື່ອມການຂົນສົ່ງທາງລົດໄຟໄປຍັງປະເທດອ້ອມຂ້າງເຊັ່ນ: ມຽນມາ ໄທ ກຳປູເຈຍ ຫວຽດນາມ ແລະ ມາເລເຊຍ.
ຈາກນັ້ນທ່ານ ສາຄອນ ພິລາງາມ ໄດ້ນໍາສະເໜີກ່ຽວກັບການພັດທະນາໂຄງການວ່າ: ໂຄງການດັ່ງກ່າວເປັນໂຄງການໜຶ່ງຂອງລາວໂລຊິດສະຕິກລິ້ງ ແມ່ນອີງໃສ່ການຜັນຂະຫຍາຍນະໂຍບາຍວ່າດ້ວຍການເຊື່ອມໂຍງເຊື່ອມຈອດ ເອົາຈຸດທີ່ຕັ້ງຂອງປະເທດລາວສ້າງເປັນຈຸດແຂງເພື່ອປະກອບສ່ວນ ເຂົ້າໃນວຽກງານການຂົນສົ່ງການຄ້າລາວໂລຊິດສະຕິກລິ້ງ ປະກອບມີທ່າເຮືອຢູ່ວຸ່ງອ່າງ ສສ ຫວຽດນາມ ເສັ້ນທາງລົດ ໄຟລາວ-ຫວຽດນາມ ເຂດໂລຊິດສະຕິກຢູ່ແຂວງຄຳມ່ວນ ແລະ ເຂດໂລຊິດສະຕິກຢູ່ນະຄອນຫຼວງວຽງຈັນ ທັງໝົດນີ້ແມ່ນຍຸດທະສາດຂອງລັດຖະບານລາວ ເປົ້າໝາຍຂອງລາວໂລຊິດສະຕິກລິ້ງ ຖ້າຫາກເສັ້ນທາງລົດໄຟເຊື່ອມໂຍງກັບທ່າເຮືອວຸ້ງອ່າງ ຈະເຮັດໃຫ້ລາວຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ກາຍເປັນປະເທດທີ່ເຊື່ອມໂຍງກັບທະເລ ຖ້າເສັ້ນທາງລົດໄຟສຳເລັດຈະເຮັດໃຫ້ລາວມີທາງອອກສູ່ທະເລໄປສູ່ປາຊີຟິກ ເພື່ອເຮັດໃຫ້ລາວຍົກສູງການຜະລິດ ການຄ້າກະສິກຳ ແລະ ການທ່ອງທ່ຽວ ໃນນັ້ນເຂດໂລຊິດສະຕິກຢູ່ຕາມເສັ້ນທາງລົດໄຟລາວ-ຫວຽດນາມແລ້ວເຊື່ອມໂຍງໃສ່ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໂຄງການທ່າບົກທ່ານາແລ້ງນອນຢູ່ໃນໂຄງການຍຸດທະສາດຫຼັກ ທີ່ລັດຖະບານລາວໄດ້ຊຸກຍູ້ ແລະ ສົ່ງເສີມກຸ່ມບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ໄດ້ເຮັດການກໍ່ສ້າງ ແລະ ເປີດບໍລິການທ້າຍປີ 2021 ໂຄງການມີເນື້ອທີ່ທັງໝົດ 418 ເຮັກຕາ ໃນນັ້ນເນື້ອທີ່ເຂດໂລຊິດສະຕິກ 327 ເຮັກຕາ ແລະ ທ່າບົກທ່ານາແລ້ງເນື້ອ ທີ່ 98 ເຮັກຕາ ເປັນການລົງທຶນຂອງເອກະຊົນລາວ 100% ໂຄງການມີມູນຄ່າ 727 ລ້ານໂດລາສະຫະລັດ ປັດຈຸບັນບໍລິສັດສຳເລັດພັດທະນາໂຄງການທ່າບົກທ່ານາແລ້ງໄລຍະທີ 1 ແລະ ສືບຕໍ່ກໍ່ສ້າງໂຄງການໄລ ຍະທີ 2 ເຂດໂລຊິກສະຕິກໃນເນື້ອທີ່ 327 ເຮັກຕາ ການພັດທະນາປະກອບດ້ວຍ 8 ເຂດຄື: ເຂດສາງເກັບມ້ຽນນໍ້າມັນ ເຂດຜະລິດສົ່ງອອກ (ເຂດອຸດສາຫະກໍາເບົາ) ເຂດໂລຊິດສະຕິກພາກ (ເຂດສາງສິນຄ້າ ແລະ ສາງເຢັນ) ເຂດການຄ້າ ເຂດເຕັກໂນໂລຊີ ເຂດການເງິນ ເຂດໂຮງງານກັ່ນ ແລະ ຫຼອມຄໍາ ແລະ ເຂດກັກກັ້ນພືດ ແລະ ສັດ ມູນຄ່າການກໍ່ສ້າງປະມານ 500 ລ້ານໂດລາສະຫະລັດ ຄາດໝາຍການກໍ່ສ້າງຈະໃຫ້ສຳເລັດພາຍໃນ 3 ປີຂ້າງໜ້າ ແລະ ຈະເລີ່ມກໍ່ສ້າງເດືອນພະຈິກ 2024.
ຕອນທ້າຍສອງຝ່າຍຍັງໄດ້ສົນທະນາແລກປ່ຽນບາງບັນຫາ ທີ່ມີຄວາມສົນໃຈນໍາກັນຈາກນັ້ນຄະນະບໍລິຫານບໍລິສັດໄດ້ນໍາພາຄະນະຜູ້ແທນໄປຢ້ຽມຢາມຕົວຈິງ ເບິ່ງຕຶກປະຕິບັດງານຂອງທ່າບົກທ່ານາແລ້ງ ແລະ ຕຶກພາສີທ່າບົກທ່ານາແລ້ງ ຢ້ຽມຢາມລານຕູ້ສິນຄ້າຊີວາຍ ສາງຄ່ຽນຖ່າຍສິນຄ້າ ແລະ ຈຸດຄ່ຽນຖ່າຍສິນຄ້າລະຫວ່າງລາງມາດຕະຖານ ແລະ ລາງໜຶ່ງແມັດຕື່ມອີກ.
ພ້ອມດຽວກັນນີ້ທາງບໍລິສັດຍັງຝາກເຊີນຊວນບັນດາທ່ານ ກໍຄືປະຊາຊົນຄົນລາວທີ່ມີຄວາມສົນໃຈເຂົ້າຮ່ວມ ງານມະຫະກໍາໂລຊິດສະຕິກລາວ ຄັ້ງປະຖົມມະລຶກ (Lao logis tics fair 2024) ທີ່ຈະຈັດຂຶ້ນລະຫວ່າງວັນທີ 11-12 ຕຸລາ 2024 ທີ່ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ.
ທີ່ມາ: ວຽງຈັນໃໝ່
May be an image of text
May be an image of video games and text