ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນຈາກບໍລິສັດທາງລົດໄຟ ສສ ຫວຽດນາມ ທັດສະ ນະສຶກສາທາງລົດໄຟລາວ-ຈີນ

Dec 19, 2024

ໃນລະຫວ່າງວັນທີ 15-18 ທັນວາ 2024 ບໍລິສັດ ທາງລົດ ໄຟລາວ-ຈີນ ຈໍາກັດ ໄດ້ຕ້ອນຮັບທ່ານ ເຈິ່ນອຽນຕວນ (Mr.Tran Anh Tuan) ຮອງຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟ ສສ ຫວຽດນາມ ພ້ອມດ້ວຍຄະນະກວ່າ 40 ທ່ານ ທີ່ມາເຄື່ອນໄຫວທັດສະນະສຶກສາຢູ່ທາງລົດໄຟ ລາວ-ຈີນ.
ໃນລະຫວ່າງທັດສະນະສຶກສາຢູ່ທາງລົດໄຟລາວ-ຈີນ ຄະນະຜູ້ແທນຈາກບໍລິ ສັດທາງລົດໄຟ ສສ ຫວຽດນາມ ໄດ້ທົດລອງຂີ່ລົດໄຟ EMU ຂະບວນລ້ານຊ້າງ ແລະ ໄດ້ໄປຢ້ຽມຊົມສະຖານີຫຼວງພະບາງ, ສູນສ້ອມແປງບໍາລຸງຮັກສາລົດໄຟຫຼວງພະບາງສະ ຖານີນະຄອນຫຼວງວຽງຈັນ, ສະຖານີດ່ານຂົນສົ່ງສິນຄ້າທາງລົດ ໄຟວຽງຈັນໃຕ້, ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ແລະ ສຳນັກງານໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
ໃນໂອກາດເຂົ້າຢ້ຽມຢາມສໍານັກງານໃຫຍ່ ບໍລິສັດ ທາງລົດ ໄຟລາວ-ຈີນ ຈໍາກັດ, ສອງຝ່າຍໄດ້ມີການປະຊຸມຮ່ວມກັນ ເພື່ອແລກປ່ຽນ ແລະ ຮຽນຮູ້ລົງເລິກກ່ຽວກັບສະພາບລວມຂອງທາງລົດໄຟລາວ-ຈີນ. ໃນນັ້ນທ່ານ ເຈິ່ນອຽນຕວນ ໄດ້ຕີລາຄາສູງຕໍ່ທາງລົດໄຟລາວ-ຈີນ ໃນຖານະທີ່ເປັນໂຄງການຕົວແບບໃນການ ກໍ່ສ້າງການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຍັງເປັນໂຄງ ການທີ່ຫັນປະເທດລາວຈາກປະເທດບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍປະເທດເຊື່ອມຈອດກັບບັນດາພາກພື້ນ ແລະ ສາກົນ, ສິນຄ້າລາວ ແລະ ສິນຄ້າຂອງປະເທດອ້ອມຂ້າງສາມາດຂົນສົ່ງຜ່ານທາງລົດໄຟລາວ-ຈີນ ເຊື່ອມຈອດກັບເຄືອຂ່າຍທາງລົດໄຟຈີນໄປສູ່ປະເທດໃນເອີຣົບ ແລະ ພູມມີພາກອື່ນໆ.
ໂຄງການລົດໄຟລາວ-ຈີນ ບໍ່ພຽງແຕ່ເຮັດໃຫ້ມີການພັດທະນາເສດຖະກິດໃນລາວເທົ່ານັ້ນ ຍັງໄດ້ນຳການພັດທະນາມາສູ່ບັນດາປະເທດອ້ອມຂ້າງ ແລະ ພາກພື້ນ, ການກໍ່ສ້າງທາງລົດໄຟທີ່ນຳໃຊ້ລາງມາດຕະຖານສາກົນທີ່ທັນສະໄໝ ຂອງທາງລົດໄຟລາວ-ຈີນ ໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ບັນດາປະເທດອ້ອມຂ້າງ ໃນການພັດທະນາສ້າງທາງລົດໄຟໃນອະນາຄົດອີກດ້ວຍ.