ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 28 ກັນຍາ 2022 , ຄະນະຜູ້ແທນຈາກ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອົດສະຕຣາລີ ປະຈຳ ນະຄອນຫຼວງວຽງ ຈັນ ແລະ ອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ໄປຢ້ຽມຢາມໂຮງຮຽນປະຖົມສຶກສາທີ່ ນະຄອນຫຼວງວຽງຈັນ ທີ່ໄດ້ນຳໃຊ້ເປັນຈຸດສັກວັກຊີນ ເພື່ອສັງເກດຂະ ບວນການສັກວັກຊີນກັນພະຍາດ ໂຄວິດ-19 ສຳລັບເດັກນ້ອຍໂດຍນຳໃຊ້ວັກຊີນສະເພາະເດັກເປັນຄັ້ງທໍາອິດ ເຊີ່ງສະໜັບສະໜູນໂດຍປະເທດອົດສະຕຣາລີ.
ການປະກອບສ່ວນລ້າສຸດຈາກປະເທດອົດສະຕຣາລີ ໃຫ້ແກ່ ສປປ ລາວ ນັ້ນປະກອບມີວັກຊີນ ໄຟເຊີ ເພື່ອສ້າງພູມຄຸ້ມກັນພະຍາດ ໂຄວິດ-19 ສຳລັບເດັກ ທັງໝົດຈຳນວນເກືອບ 500,000 ໂດສ, ເຊິ່ງມີບຸລິມະສິດໃນການສັກໃຫ້ແກ່ກຸ່ມເດັກນ້ອຍອາຍຸ 5-11 ປີ ໃນ ສປປ ລາວ. ວັກຊີນຈຳນວນດັ່ງກ່າວເເມ່ນໄດ້ສະໜອງໃຫ້ ສປປ ລາວ ເພີ່ມຕື່ມພາຍຫຼັງຈາກການຊ່ວຍເຫຼືອວັກຊີນ ໄຟເຊີ ແລະ ແອສຕຣາ-ເຊນິກາ ຈຳນວນຫຼາຍກວ່າໜຶ່ງລ້ານໂດສໂດຍ ລັດຖະບານອົດສະຕຣາລີ ໃນຕົ້ນປີທີ່ຜ່ານມາ.
ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ໄດ້ກ່າວວ່າ: “ລັດຖະບານ ແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈມາຍັງລັດຖະບານອົດສະຕຣາລີ ອີກຄັ້ງສຳລັບການປະກອບສ່ວນອັນມີຄ່ານີ້ຕໍ່ຂະ ບວນການສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ.” ທ່ານຍັງໄດ້ຢໍ້າຄືນອີກກ່ຽວກັບຄວາມປອດໄພ ແລະ ປະສິດທິຜົນຂອງບັນດາວັກຊີນກັນພະຍາດ ໂຄວິດ-19 ທັງໝົດທີ່ນຳໃຊ້ຢູ່ໃນ ສປປ ລາວ ໃນປະຈຸບັນ, ເຊີ່ງແມ່ນໄດ້ຮັບການຮັບຮອງຈາກ ກະຊວງສາທາລະນະສຸກ ເເລ້ວ.
ທ່ານ ນາງ ຂັນທະລີ ສີຣິພົງພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ກໍໄດ້ກ່າວຄຳເຫັນໃນງານຄັ້ງນີ້ ໂດຍໄດ້ເນັ້ນເຖິງຄວາມທັນການຂອງການມາເຖິງຂອງວັກຊີນຈຳນວນດັ່ງກ່າວ. ທ່ານໄດ້ກ່າວວ່າ: “ການມາຮອດຂອງວັກຊີນເຫຼົ່ານີ້ໄດ້ກົງກັບໄລຍະເປີດສົກຮຽນໃໝ່ ສົກຮຽນ 2022-2023 ຂອງບັນດາໂຮງຮຽນໃນ ສປປ ລາວ ໃນຕົ້ນເດືອນກັນຍາເຊັ່ນດຽວກັນ, ເຊຶ່ງ ລັດຖະບານເເຫ່ງ ສປປ ລາວ ກໍ່ໄດ້ມີການເພີ່ມທະວີຄວາມເອົາໃຈໃສ່ປຸກລະດົມຂະບວນການສັກວັກຊີນກັນພະຍາດ ໂຄວິດ-19 ໃຫ້ແກ່ເດັກນ້ອຍ, ໂດຍສະເພາະເດັກນັກ ຮຽນ ເພື່ອສ້າງພູມຄຸ້ມກັນເພີ່ມຕື່ມຈາກພະຍາດດັ່ງກ່າວເເກ່ ນັກຮຽນ, ພົນລະ ເມືອງຂອງລາວ ແລະ ຜູ້ດຳລົງຊີວິດຢູ່ ສປປ ລາວ ທຸກຄົນ.”
ໃນງານດັ່ງກ່າວນີ້, ພະນະທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ກໍ່ໄດ້ກ່າວເຖິງສາຍພົວພັນທາງການທູດອັນເເໜ້ນເເຟ້ນລະ ຫວ່າງ ອົດສະຕຣາລີ ເເລະ ສປປ ລາວ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19 . “ອົດສະຕຣາລີ ມຸ່ງໝັ້ນທີ່ຈະສຶບຕໍ່ໃຫ້ການຊ່ວຍເຫຼືອເເກ່ ສປປ ລາວ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19. ໃນປີນີ້, ອົດສະຕາລີ ແລະ ສປປ ລາວ ກໍໄດ້ສະເຫຼີມສະຫຼອງຄົບຮອບ 70 ປີ ຂອງການພົວພັນດ້ານການທູດ ລາວ-ອົດສະຕຣາລີ ເເລະ ຄໍາໝັ້ນສັນຍາຂອງພວກເຮົາທີ່ຈະສຶບຕໍ່ໃຫ້ການຊ່ວຍເຫຼືອເເກ່ການພັດທະນາຂອງ ສປປ ລາວ ກໍຍັງໜັກແໜ້ນຄືດັ່ງເມື່ອ 70 ປີກ່ອນ.”
ໃນລະຫວ່າງປີ 2020 ຫາ 2023, ອົດສະ ຕາລີ ໄດ້ລະດົມທຶນຊ່ວຍເຫຼືອກວ່າ 22 ລ້ານ ໂດລາອົດສະຕາລີ ເພື່ອສະໜັບສະ ໜູນລັດຖະບານເເຫ່ງ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ເເລະ ການສະໜອງການເຂົ້າເຖິງວັກຊີນທີ່ປອດໄພ ແລະ ມີປະສິດທິຜົນ ໃຫ້ກັບປະຊາຊົນລາວ.
ນອກຈາກນັ້ນ, ອົດສະຕຣາລີຍັງໃຫ້ການຊ່ວຍເຫຼືອດ້ານເຕັກນິກເພື່ອສະໜັບສະ ໜູນການຈັດສົ່ງວັກຊີນໂດຍຜ່ານ ອົງການຢູນິເຊັບ, ອົງການອະນາໄມໂລກ ເເລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດ ຖະບານ (NGO), ພ້ອມຍັງໄດ້ໃຫ້ຄຳແນະນຳດ້ານສຸຂະພາບຈາກຜູ້ຊ່ຽວຊານຈາກສະ ຖາບັນຕ່າງໆຂອງປະເທດອົດສະຕາລີ ເພື່ອເສີມສ້າງຄວາມເຂັ້ມແຂງຂອງຂະ ບວນການສັກວັກຊີນແຫ່ງຊາດຂອງ ສປປ ລາວ.
ພະນະທ່ານ ໂພລ ແຄລີ ໄດ້ກ່າວຕື່ມອີກວ່າ: “ອົດສະຕຣາລີ ມີຄວາມຍິນດີ ທີ່ໄດ້ປະກອບສ່ວນສະໜັບສະໜູນ ແຜນປະຕິບັດການສັກວັກຊີນປ້ອງກັນ ພະຍາດໂຄວິດ-19 ແຫ່ງຊາດ ຂອງ ສປປ ລາວ. ການປະກອບສ່ວນຫລ້າສຸດນີ້ສະເເດງໃຫ້ເຫັນເຖີງສາຍພົວພັນທາງ ການທູດອັນແໜ້ນແຟ້ນລະຫວ່າງປະ ຊາຊົນອົດສະຕຣາລີ ແລະ ປະຊາຊົນລາວ, ແລະ ພວກເຮົາຫວັງວ່າວັກຊີນເຫຼົ່ານີ້ຈະຊ່ວຍໃຫ້ການປົກປ້ອງເພີ່ມຕື່ມເເກ່ເດັກ ນ້ອຍລາວໃນທົ່ວປະເທດ.”
ນອກຈາກການຊ່ວຍເຫຼືອຂອງອົດສະ ຕາລີ, ຄູ່ຮ່ວມມືສາກົນເຊັ່ນ ອົງການຢູນີເຊັບ ກໍ່ຍັງໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ກະຊວງສາທາລະນະສຸກ ເເລະ ກະຊວງສຶກສາທິການ ແລະ ກິລາ ເພື່ອປູກຈິດສໍານຶກໃນບັນດາຊຸມຊົນກ່ຽວກັບການສັກວັກຊີນສຳລັບເດັກ ແລະ ການສັກວັກຊີນກັນພະຍາດ ໂຄວິດ-19 ໂດຍລວມ. ນອກນັ້ນ, ອົງການຢູນີເຊັບ ກໍຍັງໄດ້ໃຫ້ການສະໜັບສະໜູນໃນການເສີມສ້າງຂີດຄວາມສາມາດຂອງພະນັກງານ ກະຊວງສາທາລະນະສຸກ ເພື່ອສື່ສານ ເເລະ ສະໜອງຂໍ້ມູນຢ່າງມີປະສິດທິພາບໃຫ້ເເກ່ບັນດາຊຸມຊົນ ກ່ຽວກັບຄວາມສ່ຽງຕ່າງໆຈາກພະຍາດ ໂຄວິດ-19 ອີກເຊັ່ນດຽວ ກັນ.
“ວັກຊີນເປັນເຄື່ອງມືອັນສຳຄັນໃນການເເກ່ໄຂວິກິດການໃນທົ່ວໂລກທີ່ເກີດຂຶ້ນຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ເດັກນ້ອຍແມ່ນໜຶ່ງໃນກຸ່ມຄົນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລະບາດຂອງພະຍາດດັ່ງກ່າວເພາະພວກເຂົາໄດ້ສູນເສຍການຮຽນຮູ້ຈາກການໂຈະການຮຽນຊົ່ວຄາວ, ເຊີ່ງຍັງໄດ້ສົ່ງຜົນກະ ທົບຕໍ່ ການພັດທະນາໃນວຽກງານດ້ານການສຶກສາໂດຍລວມອິກ. ດັ່ງນັ້ນ, ການສັກວັກຊີນຈະຊ່ວຍຮັບປະກັນໃຫ້ເດັກ ນ້ອຍມີຄວາມປອດໄພຫຼາຍຂຶ້ນຢູ່ໃນໂຮງຮຽນໃນໄລຍະສົກຮຽນໃໝ່ນີ້ ເເລະ ຮັບປະກັນວ່າພວກເຂົາສາມາດໄດ້ຮັບການສຶກສາທີ່ເໝາະສົມ ເພື່ອອະນາຄົດທີ່ສົດໃສຂອງເຂົາເຈົ້າ. ດັ່ງນັ້ນ, ພວກເຮົາກໍຕ້ອງສືບຕໍ່ເອົາໃຈໃສ່ ຕໍ່ການຮັບປະກັນການເຂົ້າເຖິງວັກຊີນຢ່າງເທົ່າທຽມໃນ ສປປ ລາວ, ລວມເຖີງສຳລັບເດັກນ້ອຍ, ເພາະວ່າບໍ່ມີໃຜຈະປອດໄພຈົນກວ່າທຸກຄົນຈະປອດໄພ,” ກ່າວໂດຍ ນາງ ດຣ. ເພຍ ເຣເບລໂລ ບີຣໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ.
May be an image of 2 people, child, people standing and indoor