ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນຈາກ ສປປ ລາວ ນຳພາໂດຍ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີ ກະຊວງການຕ່າງະເທດ ເຂົ້າຮ່ວມໂຄງການຝຶກອົບຮົມໄລຍະສັ້ນ ໃຫ້ແກ່ຜູ້ບໍລິຫານຂັ້ນການນໍາພາ ຂອງ ສປປ ລາວ (Lao Economic Leadership Program (LELP) 2026) ໃນລະຫວ່າງວັນທີ 23-28 ມີນາ 2026 ທີ່ ສສ. ຫວຽດນາມ

Mar 31, 2026

ໃນລະຫວ່າງ ວັນທີ 23-28 ມີນາ 2026, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຈາກ ສປປ ລາວ ໃນຈໍານວນ 20 ກວ່າທ່ານ ທີ່ເປັນພະນັກງານການນໍາ ຈາກ 7 ຂະແໜງການກ່ຽວຂ້ອງໃນຂັ້ນສູນກາງ ແລະ 3 ແຂວງ (ອຸດົມໄຊ, ບໍລິຄຳໄຊ ແລະ ສະຫວັນນະເຂດ), 2 ສະຖາບັນການສຶກສາ,​ພາກສ່ວນວິສະຫະກິດ ແລະ ຕົວແທນຈາກພາກສ່ວນທຸລະກິດເອກະຊົນ ເພື່ອເຂົ້າຮ່ວມໂຄງການຝຶກອົບຮົມໄລຍະສັ້ນ ໃຫ້ແກ່ຂັ້ນຜູ້ບໍລິຫານການນໍາພາຂອງ ສປປ ລາວ (Lao Economic Leadership Program 2026 (LELP) ທີ່ ໂຮງຮຽນນະໂຍບາຍ ແລະ ບໍລິຫານພາກລັດ ຂອງ ມະຫາວິທະຍາໄລ ຟູລບຣາຍ (Fulbright University) ທີ່ ນະຄອນໂຮຈິມິນ, ສສ. ຫວຽດນາມ. ໂຄງການຝຶກອົບຮົມຄັ້ງນີ້ ຈັດຂຶ້ນພາຍໃຕ້ຂອບການຮ່ວມມືດ້ານວິຊາການ ການທູດເສດຖະກິດ ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສສ ຫວຽດນາມ ສໍາລັບປີ 2026.
May be an image of dais and text that says 'โถง IGHT IGHT' May be an image of studying and table
ຈຸດປະສົງ ເພື່ອຍົກສູງຂີດຄວາມສາມາດຂອງເຈົ້າໜ້າທີ່ຂັ້ນການນໍາພາ ຂອງພາກລັດ, ສະຖາບັນການສຶກສາ ແລະ ພາກທຸລະກິດ ໃນດ້ານການຄົ້ນຄວ້າ ແລະ ວິເຄາະກ່ຽວກັບນະໂຍບາຍ ແລະ ຍຸດທະສາດ ໃນການພັດທະນາເສດຖະກິດ-ສັງຄົມຂອງພາກລັດ, ການແລກປ່ຽນ ແລະ ຖອດຖອນບົດຮຽນ ຮ່ວມກັບຊ່ຽວຊານຈາກ ສສ. ຫວຽດນາມ ກ່ຽວກັບດ້ານສະພາບການເສດຖະກິດສາກົນ ແລະ ພາກພື້ນ, ພ້ອມທັງມີການປຽບທຽບ ນະໂຍບາຍຂອງບັນດາປະເທດເພື່ອນບ້ານໃນການຮັບມືກັບບັນດາສິ່ງທ້າທາຍໃນສະພາບການພົວພັນເສດຖະກິດໃນຍຸກໃໝ່ ແລະ ການຫັນເອົາສິ່ງທ້າທາຍໃຫ້ເປັນກາລະໂອກາດໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ແລະ ວິເຄາະລົງເລິກດ້ານການແກ້ໄຂບັນຫາເສດຖະກິດມະຫາພາກ ຜ່ານການສົນທະນາກັບຜູ້ຊ່ຽວຊານດ້ານເສດຖະກິດ ແລະ ການພັດທະນາຂອງໂຮງຮຽນນະໂຍບາຍ ແລະ ບໍລິຫານພາກລັດ ທີ່ຂຶ້ນກັບມະຫາວິທະຍາໄລ Fulbright ເປັນຕົ້ນ: ດ້ານການຮັກສາສະຖຽນລະພາບທາງດ້ານການເງິນ ແລະ ງົບປະມານ ລວມທັງ ນະໂຍບາຍດ້ານພາສີອາກອນ,​ ທະນາຄານ ແລະ ການໃຊ້ຈ່າຍບໍລິຫານລັດ, ນະໂຍບາຍດ້ານການລົງທຶນ,​ ດ້ານການຄ້າ, ດ້ານການບໍລິການ ແລະ ການຫັນປ່ຽນໂຄງສ້າງເສດຖະກິດ ລວມທັງການຫັນປ່ຽນລະບົບການບໍລິກຫານລັດແບບດີຈີຕອນ ເພື່ອສົ່ງເສີມການດຶງດູດການລົງທຶນ ແລະ ບໍລິການດ້ານການຄ້າ, ການກໍ່ສ້າງຊັບພະຍາກອນມະນຸດ ເພື່ອຮອງຮັບກັບການຂະຫຍາຍອຸດສາຫະກໍາທັນສະໄໝໃນຍຸກ ອຸດສາຫະກໍາ 4.0 ແລະ ດ້ານອື່ນໆ. ນອກນັ້ນ, ຜູ້ເຂົ້າຮ່ວມທັງໝົດຍັງໄດ້ລົງໄປຢ້ຽມຢາມ ແລະ ທັດສະນະສຶກສາກ່ຽວກັບ ອຸດສາຫະກໍາການສ້າງຕົວເມືອງອັດສະລິຍະ ຂອງບໍລິສັດວິສະຫະກິດຫຸ້ນສ່ວນ ເພື່ອການລົງທຶນ ແລະ ການພັດທະນາເຂດອຸດສາຫະກໍາ ເບກາແມັກ (BECAMEX) ຢູ່ ນະຄອນ ໂຮຈິມິ່ນ, ແລກປ່ຽນບົດຮຽນກັບ ຄະນະກຳມະການຮ່ວມມື ແລະ ການລົງທຶນ ຂອງນະຄອນຮາຍຟອງ, ຄະນະກໍາມະການຄຸ້ມຄອງສະຖານທີ່ມໍລະດົກໂລກຢູ່ ອາວວິງຮາລ່ອງ, ແຂວງກວາງນິງ ແລະ ເຂດຜະລິດລົດຍົນໄຟຟ້າ ຂອງກຸ່ມບໍລິສັດ VinFast. ​​
May be an image of one or more people, dais and text No photo description available.
ໃນໂອກາດນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຢ້ຽມພົບປະກັບ ທ່ານ ຫງຽນ ແມັງ ເກື່ອງ, (H.E. Nguyen Manh Cuong), ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ນໍາອີກດ້ວຍ.
ໂຄງການຝຶກອົບຮົມໄລຍະສັ້ນ ໃຫ້ແກ່ຜູ້ບໍລິຫານລະດັບສູງຂອງ ສປປ ລາວ ໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນໃນການເສີມສ້າງຂີດຄວາມສາມາດ ໃຫ້ແກ່ຄະນະຜູ້ແທນ ສປປ ລາວ ດ້ານການກຳນົດ ແລະ ດຳເນີນນະໂຍບາຍເສດຖະກິດ-ສັງຄົມ ພ້ອມທັງ ເປັນການຮັດແໝ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມດ້ວຍກັນນັ້ນ, ການຈັດຕັ້ງປະຕິບັດໂຄງການຄັ້ງນີ້ ຍັງເປັນອີກໜຶ່ງຕົວຢ່າງ ທີ່ສະທ້ອນໃຫ້ເຫັນການຮ່ວມມື ທີ່ໃກ້ຊິດ ແລະ ເປັນຮູບປະທຳ ລະຫວ່າງສອງປະເທດ ໂດຍສະເພາະ ການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ແຫ່ງ ສປປລາວ ແລະ ສສ ຫວຽດນາມ ສຳລັບປີ 2026.