ໃນວັນທີ 1 ກໍລະກົດ 2025, ທ່ານ ອານຸພາບ ວົງໜໍ່ເເກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ກອງປະຊຸມລະດັບສູງ ວ່າດ້ວຍປະເທດດ້ອຍພັດທະນາ” ໂດຍການເປັນປະທານຮ່ວມຂອງ ທ່ານ ນາຍົກລັດຖະມົນຕີ ເນປານ ເເລະ ທ່ານ ຮອງເລຂາທິການໃຫຍ່ ສປຊ. ໃນນັ້ນ, ກອງປະຊຸມໄດ້ໄດ້ປຶກສາຫາລື ກ່ຽວກັບ ວິທີການຈັດຕັ້ງປະຕິບັດ ເອກະສານຄວາມໝາຍໝັ້ນ ເຊວິລ ໃຫ້ມີປະສິດທິພາບ ເເລະ ປະສິດທິຜົນ ຕາມຄວາມຕ້ອງການຂອງບັນດາປະເທດ ດ້ອຍພັດທະນາ. ທ່ານ ຮອງລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ເນື້ອໃນກໍຄືຜົນຂອງກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນ ບຸລິມະສິດຂອງ ບັນດາປະເທດດ້ອຍພັດທະນາ ເປັນຕົ້ນ ການເພີ່ມທະວີການຮ່ວມມືທາງດ້ານອາກອນ; ການລະດົມງົບປະມານພາຍໃນ; ການພັດທະນາອຸດສາຫະກໍາ; ເເລະ ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ. ນອກນັ້ນ, ທ່ານ ຍັງໄດ້ນໍາສະເໜີຕໍ່ທີ່ປະຊຸມ ກ່ຽວກັບ ການກະກຽມໃຫ້ເເກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ເເລະ ການຊ່ວຍເຫຼືອ ບັນດາປະເທດ ດ້ອຍພັດທະນາ ໂດຍການສ້າງສູນປະຊາສໍາພັນດ້ານການລົງທຶນ ສໍາລັບປະເທດ ດ້ອຍພັດທະນາ; ການເຂົ້າເຖິງເເຫຼ່ງທຶນ; ເເລະ ການຢຶດໝັ້ນຕໍ່ພັນທະຂອງຕົນ ໃນການສະໜອງທຶນຊ່ວຍເຫຼືອລ້າ ເພື່ອການພັດທະນາ ໃຫ້ເເກ່ບັນດາປະເທດດ້ອຍພັດທະນາ.

ໃນມື້ດຽວກັນ, ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມປິ່ນອ້ອມລະດັບສູງ ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມເເຂງ: ການເງິນດ້ານການປ່ຽນເເປງດິນຟ້າອາກາດ ເພື່ອການພັດທະນາທີ່ຍືນຍົງ” (Empowering Resilience: Climate Smart Financing for Sustainable Development) ຮ່ວມກັບ ຮອງລັດຖະມົນຕີກະຊວງການເງິນຂອງ ເນປານ ເເລະ ບັງກາລາເທດ. ກອງປະຊຸມຄັ້ງນີ້ ຈັດຂຶ້ນ ເພື່ອປຶກສາຫາລື ເເລະ ເເລກປ່ຽນປະສົບການ ກ່ຽວກັບ ການສະໜອງທຶນ ເພື່ອຮັບມືກັບບັນຫາການປ່ຽນເເປງຂອງດິນຟ້າອາກາດ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.
ໃນວັນທີ 2 ກໍລະກົດ 2025, ຄະນະຜູ້ແທນ ທາງການ ຂອງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ພາກອະພິປາຍທົ່ວໄປ ແລະ ກອງປະຊຸມຂັ້ນສູງປິ່ນອ້ອມກອງປະຊຸມ ເປັນຕົ້ນແມ່ນ ທ່ານ ອານຸພາບ ວົງໜໍ່ເເກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ສຳລັບບັນດາປະເທດ ບໍ່ມີຊາຍແດນຕິດທະເລ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາຍົກລັດຖະມົນຕີ ໂບລິວີ ເເລະ ທ່ານ ຮອງເລຂາທິການໃຫຍ່ ສປຊ. ສປປ ລາວ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ຍົກໃຫ້ເຫັນສິ່ງທ້າທາຍ ຂອງປະເທດບໍ່ມີຊາຍແດນຕິດທະເລ ໂດຍສະເພາະ ສປປ ລາວ ໃນດ້ານໂຄງສ້າງ ແລະ ພູມສັນຖານຂອງປະເທດ ທີ່ຍັງທ່ວງດຶງ ການເຊື່ອມໂຍງດ້ານການຄ້າ ແລະ ເສດຖະກິດ ຂອງປະເທດບໍ່ມີຊາຍແດນຕິດທະເລ ເຂົ້າກັບພາກພື້ນ ແລະ ສາກົນ. ພ້ອມນັັ້ນ, ຍັງຍົກໃຫ້ເຫັນຄວາມພະຍາຍາມຂອງ ສປປ ລາວ ໃຫ້ການຫັນປະເທດຈາກປະເທດບໍ່ມີຊາຍແດນຕິດທະເລ ເປັນປະເທດເຊື່ອມຈອດ ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ຈາກໂຄງການ ທາງລົດໄຟ ລາວ-ຈີນ. ດ້ວຍເຫດນີ້, ຈຶ່ງຈຳເປັນຕ້ອງເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫຼືອຈາກສາກົນ ໃນການເຂົ້າເຖິງທຶນຮອນ, ການຊ່ວຍເຫຼືອດ້ານວິຊາການ ແລະ ການຊ່ວຍເຫຼືອທາງດ້ານການຄ້າແກ່ປະເທດ ບໍ່ມີຊາຍແດນຕິດທະເລ ໃຫ້ຫຼາຍຂຶ້ນ.

ພ້ອມດຽວກັນນີ້, ຄະນະຜູ້ແທນທາງການລາວ ຍັງໄດ້ພົບປະສອງຝ່າຍ ກັບ ປະເທດປ໋ອກຕຸຍການ ແລະ ປະເທດ ເຢຍລະມັນ ເພື່ອປຶກສາຫາລື ການຮ່ວມມືໃນຂອບສອງຝ່າຍ ແລະ ໃນຂອບຫຼາຍຝ່າຍ ໂດຍຜ່ານ ອົງການ ສະຫະປະຊາຊາດ ພ້ອມທັງປຶກສາຫາລື ບັນຫາທີ່ ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.
ທ້າຍສຸດ, ໃນວັນທີ 3 ກໍລະກົດ 2025, ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ໄດ້ອັດລົງ ດ້ວຍຜົນສຳເລັດອັນຈົບງານ ແລະ ສາມາດຮັບຮອງເອົາ ເອກະສານຄວາມໝາຍໝັ້ນ ເຊວິລ “Compromiso de Sevilla” (Seville Commitment) ເຊິ່ງຈະເປັນບ່ອນອີງໃຫ້ແກ່ປະເທດສະມາຊິກ ອົງການ ສະຫະປະຊາຊາດ ໃນທົດສະວັດຕໍ່ໜ້າ ເພື່ອສືບຕໍ່ຮ່ວມມື ລະດົມຂົນຂວາຍທຶນເຂົ້າໃນການຮ່ວມມືເພື່ອການພັດທະນາໂດຍລວມຂອງສາກົນ ໃຫ້ນັບມື້ນັບຫລາຍຂຶ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ເອກະສານຄວາມໝາຍໝັ້ນ ເຊວິລ ເປັນເອກະສານສາກົນໜຶ່ງທີ່ສຳຄັນ ມີໄລຍະ ເວລາຈັດຕັ້ງປະຕິບັດ ໜຶ່ງທົດສະວັດ ກໍ່ຄື ແຕ່ປີ 2025-2035, ມີຈຸດປະສົງເພື່ອສະໜອງທຶນໃຫ້ແກ່ການພັດທະນາຂອງສາກົນ ໂດຍຜ່ານ ການປະຕິຮູບໂຄງສ້າງການເງິນສາກົນ, ການຮ່ວມມືດ້ານອາກອນ, ການສົ່ງເສີມນະໂຍບາຍພາຍໃນ, ການລະດົມຂົນຂວາຍພາກເອກະຊົນ, ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ, ການຢ້ຳຄືນຄວາມສຳຄັນຂອງ ທຶນຊ່ວຍເຫຼືອເພື່ອການພັດທະນາ ແລະ ການສະໜັບສະໜູນບົດບາດຂອງ ສປຊ, ຮຽກຮ້ອງຍົກເລີກມາດຕະການບີບບັງຄັບຝ່າຍດຽວ ແລະ ການສ້າງຄວາມເຂັ້ມແຂງວຽກງານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາຂອງບັນດາປະເທດໃນໂລກ.


