ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນພັກກອມມູນິດຈີນ ຢ້ຽມຢາມ ແລະ ປາຖະກະຖາ ຢູ່ ສປປ ລາວ

Oct 24, 2024

ຄະນະຜູ້ແທນພັກກອມມູນິດຈີນ ຢ້ຽມຢາມ ແລະ ປາຖະກະຖາ ຢູ່ ສປປ ລາວ
ໃນລະຫວ່າງວັນທີ 22-24 ຕຸລາ ນີ້, ຄະນະຜູ້ແທນພັກກອມ ມູນິດຈີນ ນໍາໂດຍ ສະຫາຍ ຊູ ຊິງຊານ ກຳມະການສູນກາງພັກ ປະທານສະພາຄົ້ນຄວ້າປະຫວັດສາດ ແລະ ເອກະສານພັກ ຂອງ ສູນກາງພັກກອມມູນິດຈີນ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ຕາມແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ປະຈຳປີ 2024 ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ສືບຕໍ່ກ້າວສູ່ລວງເລິກ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະ ເທື່ອທີ 3 ສະໄໝທີ XX ຂອງພັກກອມມູນິິດຈີນ ທີ່ໄດ້ດໍາເນີນໃນເດືອນກໍລະກົດ 2024 ຜ່ານມາ.
ໃນໄລຍະຢ້ຽມຢາມຄັ້ງນີ້, ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 23 ຕຸລາ 2024 ຊຶ່ງການພົບປະດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍ ຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ປາຖະກະຖາ ຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ໂດຍສະ ເພາະແມ່ນ ການຈັດຕັ້ງປະຕິບັດ ບັນດາແຜນການຮ່ວມມື ລະ ຫວ່າງ ສອງພັກ ປະຈໍາປີ 2024 ແລະ ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ; ຍິນດີສືບຕໍ່ຮ່ວມກັບຝ່າຍຈີນ ຈັດຕັ້ງຜັນຂະຫຍາຍຄວາມຮັບຮູ້ທີ່ເປັນເອກະພາບ ລະ ຫວ່າງ ການນຳສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ ກ່ຽວ ກັບ ການສືບຕໍ່ຮັກສາການໄປມາຫາສູ່ກັນຢ່າງເປັນປົກກະຕິ, ການແລກປ່ຽນບົດຮຽນໃນການຄຸ້ມຄອງພັກ-ບໍລິຫານປະເທດ, ການກໍ່ສ້າງພັກ-ພະນັກງານ ແລະ ການຊຸກຍູ້ເພີ່ມທະວີແລກປ່ຽນດ້ານວັດທະນະທຳ-ສັງຄົມ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ; ຊົມເຊີຍ ຕໍ່ຜົນສຳເລັດການພົບປະເຮັດວຽກກັບພາກສ່ວນກ່ຽວຂ້ອງ ຂອງພັກ ປປ ລາວ ແລະ ການປາຖະກະຖາ ຂອງ ສະຫາຍ ຊູ ຊິງຊານ ຊຶ່ງມີເນື້ອໃນອຸດົມ ສົມບູນ ແລະ ເປັນບົດຮຽນອັນສຳຄັນ ຕໍ່ ບັນດາການນຳຂອງສູນກາງພັກ-ລັດລາວ.
ສະຫາຍ ຊູ ຊິງຊານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ແລະ ເຫັນດີເປັນເອກະພາບຕໍ່ການຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງປະເທດ ລາວ-ຈີນ ໃນໄລຍະຜ່ານມາ ແລະ ປັດຈຸບັນ; ສະແດງຄວາມປິຕິຊົມຊື່ນ ແລະ ພາກພູມໃຈ ທີ່ເຫັນວ່າການພົວພັນຮ່ວມມືສອງຝ່າຍ ກໍຄືການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມ ຂອງການນຳສູງສຸດ ຂອງ ສອງພັກ, ສອງລັດ ລາວ-ຈີນ ໃນຜ່ານມາແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກມີຜົນຕົວຈິງ, ພ້ອມທັງໄດ້ລາຍງານແຜນການເຄື່ອນໄຫວຂອງຕົນໃນໄລຍະການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.
ໃນໂອກາດການຢ້ຽມຢາມດັ່ງກ່າວ, ຄະນະຍັງໄດ້ພົບປະເຮັດວຽກກັບ ສະຫາຍ ຄໍາພັນ ເຜີຍຍະວົງຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ປປ ລາວ ເພື່ອລົງເລິກການພົວພັນຮ່ວມມືດ້ານວຽກງານໂຄສະນາ-ແນວຄິດ, ການຄົ້ນຄວ້າທິດສະດີ ແລະ ເອກະສານພັກ ລະຫວ່າງ ສອງພັກ ລາວ-ຈີນ ໃນຕໍ່ໜ້າ.
ຂ່າວ: ຄຕພ; ພາບ: ແສງຈັນ