ໃນລະຫວ່າງວັນທີ 23-26 ທັນວາ 2025 ນີ້, ຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເຊ້ຍ ຊູນທາວ ກໍາມະການສູນກາງພັກ, ຮອງຫົວໜ້າ, ຜູ້ປະຈໍາການ ໂຮງຮຽນພັກ ຂອງ ສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດ) ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຕາມແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ປະຈຳປີ 2025 ເພື່ອຊຸກຍູ້ການພົວພັນຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ສືບຕໍ່ກ້າວສູ່ລວງເລິກ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ ທີ່ໄດ້ດໍາເນີນໃນເດືອນຕຸລາ ຜ່ານມາ.
ໄລຍະຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນດັ່ງກ່າວໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢູ່ຫ້ອງວ່າການສູນກາງພັກ ໃນຕອນເຊົ້າຂອງວັນທີ 24 ທັນວາ 2025 ໂດຍ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ປາຖະກະຖາ ຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້, ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ກໍຄື ບັນດາແຜນການຮ່ວມມື ລະ ຫວ່າງສອງພັກ ປະຈໍາປີ 2025 ແລະ ຍິນດີຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ຮ່ວມກັບຝ່າຍຈີນ ຈັດຕັ້ງຜັນຂະຫຍາຍຄວາມຮັບຮູ້ທີ່ເປັນເອກະພາບ ລະຫວ່າງ ການນຳສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ; ສືບຕໍ່ຮັກສາການໄປມາຫາສູ່ກັນຢ່າງເປັນປົກກະຕິ, ແລກປ່ຽນບົດຮຽນໃນການຄຸ້ມຄອງພັກ-ບໍລິຫານປະເທດ, ການກໍ່ສ້າງພັກ-ພະນັກງານ ແລະ ການຊຸກຍູ້ເພີ່ມທະວີແລກປ່ຽນດ້ານວັດ ທະນະທຳ-ສັງຄົມ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ; ຕີລາຄາສູງ ຕໍ່ ການປາຖະກະຖາ ຂອງ ສະຫາຍ ເຊ້ຍ ຊູນທາວ ຊຶ່ງເນື້ອໃນຈິດໃຈຂອງ ກອງປະຊຸມຄົບຄະນະ ເທື່ອທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ ກໍຄື ບົດຮຽນຂອງພັກ-ລັດຈີນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຖືເປັນບົດຮຽນອັນລໍ້າຄ່າ ຕໍ່ການວາງແຜນ ແລະ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລາວ, ຈະເປັນໂອກາດດີໃຫ້ຝ່າຍລາວ ກໍາໄດ້ເນື້ອໃນສໍາຄັນຂອງກອງປະຊຸມດັ່ງກ່າວ ແລະ ນໍາມາໝູນໃຊ້ເຂົ້າໃນວຽກງານຕົວຈິງ.

ສະຫາຍ ເຊ້ຍ ຊູນທາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ເຫັນດີເປັນເອກະພາບ ຕໍ່ການຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງປະເທດ ຈີນ-ລາວ ໃນໄລຍະຜ່ານມາ ແລະ ປະຈຸບັນ; ຍິນດີຈະນໍາເອົາທິດຊີ້ນໍາອັນໜັກແໜ້ນ ຂອງສະຫາຍ ທອງລຸນ ສີສຸລິດ ໄປຈັດຕັ້ງຜັນຂະຫຍາຍ ເພື່ອຊຸກຍູ້ການພົວພັນຮ່ວມມື ຈີນ-ລາວ ໃນທຸກຂົງເຂດ-ຂະແໜງການ ໃຫ້ກ້າວສູ່ລວງເລິກ ແລະ ງອກງາມຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ທີ່ຈະໄຂຂຶ້ນໃນຕົ້ນປີ 2026 ນີ້ ປະສົບຜົນສໍາເລັດຢ່າງມີໄຊ.
ໃນວັນດຽວກັນ, ສະຫາຍ ເຊ້ຍ ຊຸນທາວ ຍັງໄດ້ພົບປະເຮັດວຽກກັບ ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເພື່ອລົງເລິກແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍອີກດ້ວຍ.
ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຍັງຈະໄດ້ປາຖະກະຖາ ຜົນສໍາເລັດຂອງກອງປະ ຊຸມຄົບຄະນະເທື່ອທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ ຢູ່ ຫ້ອງປະຊຸມໃຫຍ່ ຫ້ອງວ່າການສູນກາງພັກ ແລະ ໄປຢ້ຽມຢາມແຂວງຫລວງພະບາງ ໂດຍຈະໄດ້ພົບປະກັບການນໍາແຂວງ ແລະ ປາຖະ ກະຖາ ຢູ່ແຂວງຫລວງພະບາງ ຕື່ມອີກ.
ພາບ: ຂັນໄຊ


