ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 21 ພະຈິກ 2023, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນນາມຜູ້ຕາງໜ້າຂັ້ນສູງຂອງພັກ ປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການຈັດຕັ້ງກອງປະຊຸມສາກົນ ຄັ້ງທີ 3 ຜ່ານວີດີໂອທາງໄກ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຄະນະຜູ້ແທນຈາກ 16 ພັກການ ເມືອງທີ່ມາຈາກ ອາຊີ, ອາ ຟຣິກາ, ອາເມຣິກາລາຕິນ, ເອີຣົບ ແລະ 1 ອົງການຈັດຕັ້ງສາກົນຂອງພັກການເມືອງໃນອາຊີ (ໄອແຄັບ ICAPP). ກອງປະຊຸມຄັ້ງນີ້ ເປັນກອງປະຊຸມສືບຕໍ່ຈາກກອງປະຊຸມຄັ້ງທີ 2 ຜ່ານມາ ທີ່ຈັດໂດຍ ພັກຣັດເຊຍເອກະພາບ ເພື່ອປຶກສາຫາລືການກະກຽມໃຫ້ແກ່ການຈັດກອງປະຊຸມເວທີປຶກສາຫາລື ຂອງບັນດາຝ່າຍສະໜັບ ສະໜູນການຕໍ່ສູ້ຕ້ານການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່, ຊຶ່ງຈະຈັດຂື້ນໃນຕໍ່ໜ້າ.
ໃນກອງປະຊຸມດັ່ງກ່າວ, ຫົວໜ້າຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ແນວຄິດລິເລີ່ມຂອງ ພັກຣັດເຊຍເອກະພາບ ໃນການຈັດກອງປະຊຸມເວທີປຶກສາຫາລືດັ່ງກ່າວ ຊຶ່ງເປັນຂີດໝາຍສໍາຄັນແຫ່ງການຮ່ວມມື ແລະ ເຕົ້າໂຮມກໍາລັງແຮງ ຂອງບັນດາພັກການເມືອງຈາກທະວີບຕ່າງໆໃນໂລກ ແນໃສ່ພ້ອມກັນຕ້ານການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່ ທີ່ເປັນສິ່ງທ້າທາຍຕໍ່ການພັດທະນາຂອງບັນດາປະຊາຊາດໃນພາກພື້ນ ແລະ ໃນໂລກ; ຕີລາຄາສູງ ແລະ ຊົມເຊີຍການກະກຽມດ້ານຕ່າງໆຂອງພັກຣັດເຊຍເອກະພາບ ແລະ ເຫັນດີສະໜັບສະໜູນຮ່າງເນື້ອໃນເອກະສານຕ່າງໆສຳລັບກອງປະຊຸມເວທີປຶກສາຫາລືທີ່ຈະຈັດຂື້ນໃນຕໍ່ໜ້າ; ຢືນຢັນສືບຕໍ່ຢືດໝັ້ນໃນແນວທາງນະໂຍບາຍຕ່າງປະເທດຂອງພັກ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື; ສະແດງຄວາມໝາຍໝັ້ນໃນການສືບຕໍ່ຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດກັບ ພັກຣັດເຊຍເອກະພາບ ແລະ ບັນດາພັກເພື່ອນມິດ ແລະ ກໍາລັງທີ່ກ້າວໜ້າຂອງບັນດາປະເທດໃນໂລກເພື່ອຕໍ່ສູ້ຕ້ານການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່.
ຂ່າວ;ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ