ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນລາວເຂົ້າຮ່ວມເວທີສົນທະນາລະດັບສູງ ກ່ຽວກັບຄວາມຮ່ວມມືດ້ານເສດຖະກິດ ແລະ ການຄ້າ RCEP ທີ່ ສປ ຈີນ

Sep 25, 2024

ເວທີສົນທະນາລະດັບສູງກ່ຽວກັບຄວາມຮ່ວມມືດ້ານເສດຖະກິດ ແລະ ການຄ້າ RCEP ຈັດຂຶ້ນທີ່ນະຄອນນານນິງ ເຂດກວາງຊີປົກຄອງຕົນເອງຈີນ ໃນວັນທີ 24 ກັນຍາ 2024 ນີ້ ບັນດາຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນຮ່ວມກັບຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ ແລະ ນູແວນເຊລັງ ໄດ້ຮ່ວມສົນທະນາໃນຫົວຂໍ້ການສົ່ງເສີມການຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ 3.0 ເພື່ອຍົກສູງການຮ່ວມມື, ການເຊື່ອມໂຍງຕ່ອງໂສ້ການສະໜອງ, ອັດຊ່ອງວ່າງທາງການຄ້າລະຫວ່າງຊາດໃຫ້ມີປະສີດທິຜົນຍິ່ງຂຶ້ນ.
ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຄໍາເຫັນວ່າ: ການສົນທະນາຫາລືໃນຄັ້ງນີ້ເປັນການກ້າວສູ່ຂັ້ນຕໍ່ໄປຂອງຄວາມຮ່ວມມືພາຍໃຕ້ໄລຍະເວລາທີ່ພວມປະເຊີນກັບສິ່ງທ້າທາຍຮອບດ້ານ ໃນສິ່ງແວດລ້ອມຂອງການດໍາເນີນທຸລະກິດ, ມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງໃຊ້ຈຸດແຂງຈາກສັນຍາຄວາມຮ່ວມມືດ້ານເສດຖະກິດ ແລະ ການຄ້າ ສົມທົບກັບອາຊຽນ ເພື່ອໃຫ້ແນ່ໃຈວ່າທຸລະກິດ, ອຸດສາຫະກໍາ ແລະ ເສດຖະກິດຂອງພວກເຮົາຈະຍັງຄົງສາມາດແຂ່ງຂັນແລະປັບໂຕໄດ້.
ພ້ອມນີ້ ທ່ານໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງທີ່ໃນໂອກາດສົນທະນາໃນຄັ້ງນີ້ໄດ້ເປັນສັກຂີພິຍານໃນການເປີດຕົວກົດບັດພັນທະມິດ ຄວາມຮ່ວມມືດ້ານອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໃນຍຸກທີ່ຕ່ອງໂສ້ດັ່ງກ່າວຝືດ ແລະ ປະສົບກັບຄວາມບໍ່ແນ່ນອນຫຼາຍຢ່າງ, ໝາກຜົນຂອງກອງປະຊຸມລັດຖະມົນຕີ RCEP ຄັ້ງທີ 3 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນອາທິດຜ່ານມາ ໄດ້ຢືນຢັນໃຫ້ເຫັນວ່າ ອາຊຽນ-ຈີນ ມີຄວາມມຸ່ງໝັ້ນໃນການສົ່ງເສີມຄວາມຮ່ວມມືກັນຢ່າງແຂງແຮງ ເຊິ່ງທັງໝົດນີ້ຈະຊ່ວຍຂັບເຄື່ອນບັນດາຫົວໜ່ວຍທຸລະກິດທີ່ເປັນກະດູກສັນຫຼັງຂອງເສດຖະກິດຂອງເຮົາໃຫ້ພັດທະນາໄປໜ້າພ້ອມກັນ ໂດຍທີ່ບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ.
ທີ່ມາ: CMG FM93