ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໄລຍະວັນທີ 20-23 ກຸມພາ 2024, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມປະຈໍາພາກພື້ນອາຊີ-ປາຊີຟິກ ວ່າດ້ວຍການພັດທະນາແບບຍືນຍົງ ຄັ້ງທີ 11 (Eleventh Asia Pacific Forum on Sustainable Development) ພາຍໃຕ້ຫົວຂໍ້:“ຊຸກຍູ້ການຈັດຕັ້ງປະຕິບັດວາລະ 2030 ການພັດທະນາແບບຍືນຍົງ ແລະ ລຶບລ້າງຄວາມທຸກຍາກໃນທ່າມກາງວິກິດການຕ່າງໆ: ຮັບປະກັນການສ້າງວິທີທາງແກ້ໄຂທີ່ຍືນຍົງ, ທົດທານ ແລະ ການແກ້ໄຂບັນຫາດ້ວຍນະວັດຕະກຳໃນພາກພື້ນອາຊີ-ປາຊີຟິກ”(Reinforcing the2030 Agenda for Sustainable Development and Eradicating poverty in Times of Multiples crisis: The Effective Delivery of Sustainable, Resilient, and innovative solution in Asia and the Pacific) ເຊິ່ງກອງປະຊຸມດັ່ງກ່າວມີການນໍາຂັ້ນສູງຈາກຫຼາຍປະເທດເຂົ້າຮ່ວມເຊິ່ງຄະນະປະທານກອງປະຊຸມ ໄດ້ຢໍ້າຄືນຄວາມສຳຄັນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນທ່າມກາງວິກິດການຕ່າງໆ ໂດຍສະເພາະແມ່ນການປ່ຽນແປງດິນຟ້າອາກາດ, ວິິກິດການທາງດ້ານເສດຖະກິດ, ການເງິນ ແລະ ອື່ນໆ ທີ່ທຸກປະເທດຕ້ອງໄດ້ເອົາໃຈໃສ່ ເພື່ອຂັບເຄື່ອນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃຫ້ມີປະສິດທິຜົນ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ຂຶ້ນກ່າວປາໄສຕໍ່ກອງປະຊຸມ ໂດຍທ່ານໄດ້ຢໍ້າຄືນຄວາມໝາຍໝັ້ນຂອງລັດຖະບານໃນການຈັັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ກໍຄື ວາລະ 2030, ໂດຍສະເພາະ ທ່ານໄດ້ຊຸກຍູ້ໃຫ້ບັນດາປະເທດສະມາຊິກ ຕ້ອງໄດ້ຍົກລະດັບການຮ່ວມມື, ການປະສານງານ ແລະ ປັບປຸງກົນໄກການຂອບການຮ່ວມມືຫຼາຍຝ່າຍໃຫ້ມີຄວາມເຂັ້ມແຂງ, ເທົ່າທຽມ ແລະ ມີປະສິດທິພາບຫຼາຍຂື້ນກວ່າເກົ່າ ເພື່ອແນ່ໃສ່ການຈັດຕັ້ງປະຕິບັດເປົ້າໝາຍລວມ ໃນໄລຍະການຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແກ້ໄຂວິກິດການຕ່າງໆຂອງໂລກທີ່ກໍາລັງປະເຊີນຢູ່ໃນປັດຈຸບັນ. ນອກຈາກນີ້, ທ່ານຍັງໄດ້ລາຍງານຕໍ່ກອງປະຊຸມກ່ຽວກັບຂະບວນການກະກຽມບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3ຂອງ ສປປ ລາວ ໂດຍໃນເດືອນພະຈິກ 2023 ທີ່ຜ່ານມາ, ກອງປະຊຸມຄະນະຊີ້ນໍາລະດັບຊາດເພື່ອການຈັັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໄດ້ຕົກລົງກຳນົດຂອບເຂດ ແລະ ບູລິມະສິດໃນການກະກຽມຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 3 (3rd Voluntary National Report ຫລືVNR) ຂອງ ສປປ ລາວ ໂດຍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກຂະແໜງການຕ່າງໆ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ລວມທັງບັນດາອົງການເຄືອຂ່າຍ ສປຊ ແລະ ບັນດາຄູ່ຮ່ວມພັດທະນາ. ບົດລາຍງານແຫ່ງຊາດສະບັບທີ 3 ແມ່ນຈະສຸມໃສ່ 3 ເນື້ອໃນຫຼັກດັ່ງນີ້: 1. ສະທ້ອນໃຫ້ເຫັນການຈັດຕັ້ງປະຕິບັດວາລະ 2030 ແລະ ກໍານົດທິດທາງໃນການເລັ່ງການຈັດຕັ້ງປະຕິບັດ; 2. ການລະດົມຂົນຂວາຍແຫຼ່ງທຶນ ເພື່ອສະໜັບສະໜູນໃຫ້ແກ່ແຜນງານແຫ່ງຊາດ ກໍ່ຄື: ຍຸດທະສາດແຫ່ງຊາດ ແລະ ງົບປະມານສະເພາະສຳລັບ ປພຍ; 3. ຊີ້ໃຫ້ເຫັນສິ່ງທ້າທາຍຫຼັກໃນການຈັດຕັ້ງປະຕິບັດ ປພຍ ແລະ ວາງນະໂຍບາຍ ແລະ ທິດທາງໃນຕໍ່ໜ້າເພື່ອການຈັດຕັ້ງປະຕິບັດ ພ້ອມທັງລົງເລິກ 11 ເປົ້າໝາຍ(ປພຍ 1,2,3,4,5,7,8,9,13,17,18)ຄຽງຄູ່ໄປກັບ 6 ຂົງເຂດບູລິມະສິດຂອງເລຂາທິການໃຫຍ່ອົງການ ສປຊ.
ໃນວັນດຽວກັນ, ທ່ານໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດຍັງໄດ້ພົບປະກັບທ່ານ Guy Ryder,ຜູ້ຊ່ວຍເລຂາທິການໃຫຍ່ອົງການ ສປຊ ດ້ານນະໂຍບາຍ ເພື່ອສົນທະນາ ແລະ ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ, ນະໂຍບາຍລວມຂອງອົງການ ສປຊ, ການກະກຽມເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍອະນາຄົດ (Summit of the Future)ແລະ ການເປັນປະທານອາຊຽນຂອງ ສປປ ລາວ. ໃນໂອກາດດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍຮ່ວມກັບທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດອາກເມນີ ເພື່ອເສີມຂະຫຍາຍການຮ່ວມມືຂອງສອງປະເທດໃຫ້ຢູ່ໃນທ່າຂະຫຍາຍຫຼາຍຂື້ນ ທັງໃນລະດັບພາກພື້ນ ແລະ ສາກົນ.
ໃນໄລຍະເຂົ້າຮ່ວມກອງປະຊຸມປະຈໍາພາກພື້ນອາຊີ-ປາຊີຟິກ ວ່າດ້ວຍການພັດທະນາແບບຍືນຍົງ ຄັ້ງທີ 11ນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ປະກອບຄໍາເຫັນໃນວາລະທີ 2 .ພ້ອມດຽວກັນນັ້ນ, ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມທີ່ສຳຄັນຕ່າງໆ ເປັນຕົ້ນ: Regional Workshop for the VNR ໂດຍໄດ້ເຂົ້າຮ່ວມເປັນຜູ້ຮ່ວມບັນຍາຍໃນຫົວຂໍ້: ການກະກຽມບົດລາຍງານແຫ່ງຊາດແບບສະໝັກໃຈ 2024 (Status of 2024 VNRs)ແລະ ພວກເຮົາພ້ອມກັນກ້າວໄປ (Leave No One Behind: LNOB) ໃນພາກກອງປະຊຸມປິ່ນອ້ອມ. ນອກຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຮັດວຽກຮ່ວມກັບປະເທດອາແຊກໄບຊານ ແລະ UNESCAP ເພື່ອກະກຽມໃຫ້ແກ່ການແລກປ່ຽນບົດຮຽນກ່ຽວກັບບົດລາຍງານແຫ່ງຊາດແບບສະໝັກໃຈ ໃນຖານະທີ່ ສປປ ລາວ ແລະ ອາແຊກໄບຊານ ໄດ້ຖືກຈັບຄູ່ໃນຂັ້ນຕອນການຮ່າງ VNR ອີກດ້ວຍ.