ໃນວັນທີ 25 ພະຈິກ 2025 ກ່ອນເປີດກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ ຄັ້ງທີ 60. ກອງປະຊຸມອະນຸກຳມະການວັດທະນະທຳອາຊຽນ ແລະ ກອງປະຊຸມອະນຸກຳມະການຖະແຫຼງຂ່າວອາຊຽນ ໄດ້ໄຂຂຶ້ນເພື່ອກະກຽມທາງດ້ານເນື້ອໃນຂົງເຂດວຽກງານການຮ່ວມມືທາງດ້ານວັດທະນະທຳ-ສິລະປະອາຊຽນ ແລະ ສື່ມວນຊົນ-ຖະແຫຼງຂ່າວອາຊຽນ ໃຫ້ແກ່ກອງປະຊຸມດັ່ງກ່າວ ຊຶ່ງໄດ້ດຳເນີນພາຍໃຕ້ການເປັນປະທານກອງປະຊຸມຂອງທ່ານ Mardisonri, ຫົວໜ້າກົມການຮ່ວມມືວັດທະນະທຳ, ກະຊວງວັດທະນະທຳ ແຫ່ງ ອິນໂດເນເຊຍ ແລະ ທ່ານ Ichwan Makmlir Naution, ຫົວໜ້າສູນການພົວພັນຕ່າງປະເທດ, ກະຊວງການສື່ສານ ແລະ ດິຈິຕອນ ແຫ່ງ ອິນໂດເນເຊຍ ແລະ ການເປັນຮອງປະທານຂອງ ສປປ ລາວ ໂດຍທ່ານ ນາງ ວັນເພັງ ແກ້ວປັນຍາ, ຜູ້ອຳນວຍການຫໍພິພິທະພັນແຫ່ງຊາດ ແລະ ທ່ານ ນາງ ມາໄລວຽງ ວົງຈັນດີ, ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດ ຕາມລໍາດັບ.

ໃນມື້ຕໍ່ມາ ວັນທີ 26 ພະຈິກ 2025, ທ່ານ ຄຳພູ ເພັຍສັກຂາ, ວ່າຫົວຫນ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ນຳພາ ຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມປະຈຳປີຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ ຄັ້ງທີ 60 (60th ASEAN-COCI), ໂດຍການເປັນເຈົ້າພາບຂອງປະເທດ ອິນໂດເນເຊຍ, ຊຶ່ງໄດ້ໄຂຂຶ້ນຢ່າງເປັນທາງການ, ທີ່ ກອງເລຂາອາຊຽນ, ຈາກາກຕາ, ອິນໂດເນເຊຍ. ເຂົ້າຮ່ວມໂດຍບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ທີ່ຮັບຜິດຊອບວຽກງານອະນຸກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ; ຊຶ່ງໄດ້ດໍາເນີນຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ນາງ Endah T.D Retnoastuti, ຫົວໜ້າກົມການທູດວັດທະນະທຳ, ໂຄສະນາ ແລະ ການຮ່ວມມື, ກະຊວງວັດທະນະທຳ ແຫ່ງ ອິນໂດເນເຊຍ ແລະ ທ່ານ ຄຳພູ ເພັຍສັກຂາ, ວ່າການຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໃນຖານະຮອງປະທານກອງປະຊຸມໃນຄັ້ງນີ້.
ກອງປະຊຸມ ໄດ້ຮັບຊາບການລາຍງານຈາກ ບັນດາປະເທດສະມາຊິກອາຊຽນ ແລະ ປະເທດປະສານງານກັບຄູ່ເຈລະຈາອາຊຽນ, ບັນດາປະເທດສະມາຊິກອາຊຽນຜູ້ສະເໜີກິດຈະກຳ ແລະ ກອງເລຂາອາຊຽນ ກ່ຽວກັບບັນດາກິດຈະກຳທີ່ໄດ້ສຳເລັດການຈັດຕັ້ງປະຕິບັດ ແລະ ພວມດຳເນີນການຈັດຕັ້ງປະຕິບັດ, ເປັນຕົ້ນໃນ 2 ຂົງເຂດວຽກງານຄື: ການຮ່ວມມືດ້ານວັດທະນະທຳ-ສິລະປະອາຊຽນ ແລະ ການຮ່ວມມືດ້ານຖະແຫຼງຂ່າວ-ສື່ມວນຊົນອາຊຽນ ກັບ ບັນດາປະເທດຄູ່ເຈລະຈາອາຊຽນ, ຄູ່ຮ່ວມມືຂະແໜງການ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ເຊັ່ນ: ອາຊຽນບວກສາມ, ຍີ່ປຸ່ນ, ຈີນ, ສ.ເກົາຫຼີ, ອິນເດຍ, ຣັດເຊຍ, ອີຕາລີ, ອົດສະຕາລີ, ອັງກິດ, ປາກິສະຖານ, ຕວກກີ, ຝລັ່ງ, ອັງກິດ ແລະ ນໍເວ.
ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຕົກລົງເຫັນດີຮັບຮອງເອົາຫຼາຍກິດຈະກຳ/ກອງປະຊຸມອາຊຽນໃໝ່ ຊຶ່ງມີທັງໝົດຈໍານວນ 8 ກິດຈະກຳ ພາຍໃຕ້ຄວາມຮັບຜິດຊອບຂອງກອງທຶນວັດທະນະທຳອາຊຽນ ຊຶ່ງນອນຢູ່ໃນຂົງເຂດວຽກວານວັດທະນະທຳ-ສິລະປະ ມີ 5 ກິດຈະກຳ ແລະ ຖະແຫຼງຂ່າວ-ສື່ມວນຊົນ ຈຳນວນ 3 ກິດຈະກຳ ເພື່ອຈັດຕັ້ງປະຕິບັດໃນສົກປີ 2026. ໃນນັ້ນ, ສປປ ລາວ ມີ 1 ກອງປະຊຸມຄື: ກອງປະຊຸມອະນຸກຳມະການຖະແຫຼງຂ່າວອາຊຽນ ຄັ້ງທີ 27.

ກອງປະຊຸມໄດ້ເຫັນດີຮັບຮອງເອົາ 4 ບົດລາຍງານສຳຄັນຄື: 1) ບົດລາຍງານຜົນຂອງກອງປະຊຸມອະນຸກຳມະການວັດທະນະທຳອາຊຽນ ຄັ້ງທີ 26; 2) ບົດລາຍງານຜົນຂອງກອງປະຊຸມອະນຸກຳມະການຖະແຫຼງຂ່າວອາຊຽນ ຄັ້ງທີ 26; 3) ບົດລາຍງານຜົນຂອງກອງປະຊຸມອະນຸກຳມະການວັດທະນະທຳອາຊຽນ ທີ່ ຈັດຄຽງຄູ່ກັບກອງປະຊຸມ ASEAN-COCI ຄັ້ງທີ 60 (SCC of 60th ASEAN-COCI) ເທື່ອນີ້; ແລະ 4) ບົດລາຍງານຜົນຂອງກອງປະຊຸມອະນຸກຳມະການຖະແຫຼງຂ່າວອາຊຽນ ທີ່ ຈັດຄຽງຄູ່ກັບກອງປະຊຸມ ASEAN-COCI ຄັ້ງທີ 60 (SCI of 60th ASEAN-COCI) ເພື່ອເປັນເອກະສານພື້ນຖານໃນການສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນໃນຕໍ່ໜ້າ.

ສປປ ລາວ ໄດ້ແຈ້ງຕໍ່ກອງປະຊຸມວ່າ: ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ ຄັ້ງທີ 61 ແລະ ກອງປະຊຸມອະນຸກຳມະການທີ່ກ່ຽວຂ້ອງ ຊຶ່ງຄາດວ່າຈະຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ໃນເດືອນພະຈິກ 2026.
ພາບ-ຂ່າວ: ກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງ ວທ


