ວັນທີ 22 ກັນຍາ 2024 ຜ່ານມາ ຢູ່ສໍານັກງານໃຫຍ່ ອົງການສະຫະປະຊາດ, ທີ່ ນິວຢອກ, ສ ອາເມລິກາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍອະນາຄົດ ພາຍໃຕ້ຫົວຂໍ້: ວິທີທາງແກ້ໄຂບັນຫາເເບບຫລາຍຝ່າຍ ເພື່ອອະນາຄົດທີ່ດີກວ່າເກົ່າ. ໃນພາກພິທີເປີດ, ກອງປະຊຸມໄດ້ຮັບຮອງເອົາຂໍ້ຕົກລົງວ່າດ້ວຍອະນາຄົດ ທີ່ສຸມໃສ່ 5 ບັນຫາສໍາຄັນຂອງໂລກ ຄື: ການເລັ່ງລັດການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາເເບບຍຶນຍົງ ໂດຍການພັດທະນາລະບົບການເງິນ; ຮັກສາສັນຕິພາບ ເເລະ ຄວາມໝັ້ນຄົງສາກົນ; ຊຸກຍູ້ການພັດທະນາໃນຂະເເໜງການ ວິທະຍາສາດ, ເຕັກໂນໂລຊີ ເເລະ ນະວັດຕະກໍາ ໄປຄຽງຄູ່ກັບການຮ່ວມມືທາງດ້ານດີຈິຕອນ; ປົກປັກຮັກສາຜົນປະໂຫຍດຂອງຄົນຮຸ່ນໃໝ່ ເເລະ ດໍາເນີນການປະຕິຮູບລະບົບການປົກຄອງສາກົນ ທີ່ມີຄວາມຈໍາເປັນ.
ໂອກາດດັ່ງກ່າວ, ທ່ານ ຟິເລມອນ ຢາງ, ປະທານສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 79 ໄດ້ກ່າວເປີດກອງປະຊຸມ ໂດຍທ່ານໄດ້ໃຫ້ຄວາມສໍາຄັນຕໍ່ສະພາບການຂອງໂລກ ທີ່ກໍາລັງຜະເຊີນໜ້າກັບສິ່ງທ້າທາຍນາໆປະການ ລວມທັງບັນຫາຂໍ້ຂັດເເຍ່ງຕ່າງໆ, ການປ່ຽນເເປງດິນຟ້າອາກາດ, ຄວາມແຕກໂຕນດ້ານດີຈິຕອນ, ຄວາມບໍ່ສະເໝີພາບ, ໄພຂົ່ມຂູ່ຕໍ່ສິດທິມະນຸດ ເເລະ ບັນຫາອື່ນໆ ທີ່ຮຽກຮ້ອງໃຫ້ມີການປະຕິບັດງານຮ່ວມກັນຢ່າງຮີບດ່ວນ. ພ້ອມນັ້ນ, ທ່ານ ກໍໄດ້ເນັ້ນເຖິງຄວາມຫວັງ ແລະ ກາລະໂອກາດໃນການຟື້ນຟູການຮ່ວມມືສາກົນ ພາຍໃຕ້ຂໍ້ຕົກລົງວ່າດ້ວຍອະນາຄົດ ແລະ ສອງເອກະສານຊ້ອນທ້າຍ ເຊິ່ງໄດ້ກຳນົດຄຳໝາຍໝັ້ນສັນຍາທີ່ຈະແກ້ໄຂວິກິດການຕ່າງໆ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຊຸກຍູ້ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ສ້າງສັງຄົມທີ່ຍຸຕິທຳ ແລະ ກວມລວມ ແລະ ຮັບປະກັນວ່າ ເຕັກໂນໂລຊີ ຮັບໃຊ້ຜົນປະໂຫຍດຮ່ວມກັນຂອງມວນມະນຸດ. ນອກນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຈົ່ງຊ່ວຍກັນຍົກສູງບົດບາດຂອງເເມ່ຍິງ ເເລະ ຊາວໜຸ່ມ ໃນຂະບວນການຕັດສິນໃຈຕໍ່ກັບບັນຫາຕ່າງໆ ກໍຄື ການຈັດຕັ້ງປະຕິບັດ ປພຍ, ຍົກສູງສັນຕິພາບ ເເລະ ການຮ່ວມມືເເບບຫລາຍຝ່າຍ ເພື່ອຮັບປະກັນຄວາມຍຸຕິທໍາ, ກວມລວມ ເເລະ ສະເໝີພາບ ໂດຍຢຶດໝັ້ນຕາມຫລັກການທີ່ລະບຸໄວ້ໃນ ກົດບັດ ສປຊ.
ທ່ານ ອັນໂຕນີໂອ ກູເຕເຣັສ ເລຂາທິການໃຫຍ່ ອົງການ ສປຊ ກໍໄດ້ມີຄໍາເຫັນໂດຍໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ພ້ອມກັນຍົກລະດັບການຮ່ວມມື ເພື່ອເເກ້ໄຂບັນດາສິ່ງທ້າທາຍຕ່າງໆທີ່ກໍາລັງສົ່ງຜົນກະທົບຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງສາກົນ ແລະ ໄດ້ຕີລາຄາສູງຕໍ່ 3 ເອກະ ສານສໍາຄັນຂອງກອງປະຊຸມສຸດຍອດຄັ້ງນີ້ ຄື: ຂໍ້ຕົກລົງວ່າດ້ວຍອະນາຄົດ, ຂໍ້ຕົກລົງດ້ານດີຈິຕອນຂອງສາກົນ ເເລະ ຖະເເຫລງການເພື່ອຄົນຮຸ່ນໃໝ່ໃນອະນາຄົດ ເຊິ່ງເອກະສານດັ່ງກ່າວ ຈະເປັນບ່ອນອີງສໍາຄັນໃນການສ້າງຄວາມເຂັ້ມເເຂງໃຫ້ເເກ່ ສະພາຄວາມໝັ້ນຄົງ, ການປະຕິຮູບລະບົບການເງິນສາກົນ, ການນໍາໃຊ້ປັນຍາປະດິດໃນທາງທີ່ຖືກຕ້ອງ ເເລະ ອື່ນໆ. ທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງຈັດຕັ້ງປະຕິບັດຕາມຜົນກອງປະຊຸມດັ່ງກ່າວ ເພື່ອຮັບປະກັນການປ່ຽນເເປງອັນມີຄວາມໝາຍສຳຄັນ ເເລະ ສາມາດບັນລຸໄດ້ຕາມຄວາມຄາດຫວັງຂອງປະຊາຊົນທົ່ວໂລກ.
ໃນພາກກອງປະຊຸມຄົບຄະນະ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຂຶ້ນກ່າວປາໄສ ໂດຍທ່ານໄດ້ຕີລາຄາສູງຕໍ່ກັບກອງປະຊຸມສຸດຍອດຄັ້ງນີ້ ເຊິ່ງເປັນເວທີສໍາຄັນໜຶ່ງ ເພື່ອສະເເດງຄວາມໝາຍໝັ້ນໃນການສົ່ງເສີມສັນຕິພາບ ເເລະ ຄວາມໝັ້ນຄົງສາກົນ ແນໃສ່ການເເກ້ໄຂບັນດາສິ່ງທ້າທາຍຕ່າງໆທີ່ໂລກຂອງພວກເຮົາກໍາລັງຜະເຊີນຢູ່. ພ້ອມນັ້ນ, ທ່ານກໍໄດ້ສະເເດງຄວາມເຫັນດີຕໍ່ການຮັບຮອງຂໍ້ຕົກລົງວ່າດ້ວຍອະນາຄົດ ແລະ ເອກະສານຊ້ອນທ້າຍທັງສອງສະບັບ ແລະ ໄດ້ຮຽກຮ້ອງໃຫ້ຂອບການຊ່ວຍເຫລືອທາງດ້ານທຶນຮອນຕ່າງໆ ສາມາດຈັດຕັ້ງປະຕິບັດໄດ້ຈິງ ເພື່ອຮັບປະກັນວ່າປະເທດກໍາລັງພັດທະນາຈະໄດ້ຮັບການຊ່ວຍເຫລືອທີ່ພຽງພໍ, ຫລຸດຜ່ອນຄວາມແຕກໂຕນດ້ານດີຈິຕອນ ແລະ ຄວາມສ່ຽງຕ່າງໆຈາກການນໍາໃຊ້ເຕັກໂນໂລຊີດີຈິຕອນ, ສົ່ງເສີມບົດບາດຂອງ ຊາວໜຸ່ມ ເເລະ ຄົນຮຸ້ນໃໝ່ ເພື່ອສ້າງຂີດຄວາມສາມາດໃຫ້ເເກ່ເຂົາເຈົ້າ ໃນການປັບໂຕ ແລະ ກຽມຄວາມພ້ອມເພື່ອອະນາຄົດ. ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະໜັບສະໜູນການປະຕິຮູບອົງການ ສປຊ ລວມທັງສະພາຄວາມໝັ້ນຄົງ, ສະມັດຊາໃຫຍ່ ແລະ ສະພາເສດຖະກິດ-ສັງຄົມ ອົງການ ສປຊ ກໍຄື ການປະຕິຮູບສະຖາບັນການເງິນສາກົນຢ່າງຮີບດ່ວນ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ.
ໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ, ຍັງໄດ້ ພົບປະສອງຝ່າຍກັບ ທ່ານ ກົງສະຕັງຕີໂນສ ກົມໂບສ, ລັດຖະມົນຕີກະຊວງການຕ່າງປະເທດ ໄຊປຣັດ ເເລະ ທ່ານ ວານດຣາກ ລຸດວິງ ແຈນຊະເກ ວິເທເກີ ລັດຖະມົນຕີກະຊວງການຕ່າງປະເທດ ນິກາຣາກົວ ເພື່ອເເລກປ່ຽນທັດສະນະ ເເລະ ປຶກສາຫາລືກ່ຽວກັບສະພາບການຮ່ວມມື, ບາງບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ ລວມທັງທິດທາງການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃນຕໍ່ໜ້າ.
ທ່ານ ຮອງນາຍົກລັດຖະມົນຕີ ຈະສືບຕໍ່ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນວັນທີ 23 ກັນຍາ ແລະ ຈະປະກອບຄຳເຫັນໃນຫົວຂໍ້ສະເພາະທີ 3 ຄື: ເພື່ອກ້າວໄປສູ່ ອະນາຄົດດ້ານດີຈິຕອນ ຮ່ວມກັນ: ແນໃສ່ເສີມຂະຫຍາຍການຮ່ວມມື ແລະ ນະວັດຕະກຳ ທີ່ກວມລວມ ເພື່ອຮັດແຄບຊ່ອງຫວ່າງທາງດ້ານດີຈິຕອນ.




