ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 28

Nov 1, 2024

ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການ ສັງຄົມໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ 28 ແລະ ກອງປະຊຸມກ່ຽວຂ້ອງລະຫວ່າງວັນທີ 28-31 ຕຸລາ 2024 ທີ່່ປະເທດສິງກະໂປ ພາຍໃຕ້ຫົວຂໍ້: ການເພີ່ມທະວີຄວາມເຂັ້ມ ແຂງ ແລະ ການສົ່ງເສີມນະວັດຕະກໍາ.
ໃນໂອກາດເຂົ້າຮ່ວມກອງປະຊຸມ,ຫົວໜ້າຄະນະຜູ້ແທນສປປ ລາວໄດ້ລາຍງານຜົນສໍາເລັດໃນການສ້າງຖະແຫລງການວຽງຈັນ ວ່າດ້ວຍການເຄື່ອນຍ້າຍແຮງງານ, ການພັດທະນາ ແລະ ຮັບຮູ້ສີມືແຮງງານເຄື່ອນຍ້າຍ ແລະ ລາຍງານການກວດກາການຈັດຕັ້ງປະຕິບັດຖະແຫລງການດັ່ງກ່າວ ທີ່ໄດ້ຮັບຮອງໃນກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນປະທານອາຊຽນ ໃນເດືອນຕຸລາ 2024 ທີ່ຜ່ານມາ, ພ້ອມ ທັງລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນປະຕິບັດ ງານຄວາມເປັນເອກະສັນຂອງອາຊຽນ ວ່າດ້ວຍການປົກປ້ອງສົ່ງເສີມສິດທິແຮງງານເຄື່ອນຍ້າຍອາຊຽນ ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບການຈັດຕັ້ງປະ ຕິບັດແຜນງານລຶບລ້າງການນໍາໃຊ້ແຮງງານເດັກ ໃນທຸກຮູບແບບທີ່ຮ້າຍແຮງ, ຊຶ່ງບັນດາປະເທດສະມາ ຊິກອາຊຽນ ກໍຄື ສປປ ລາວ ໄດ້ມີຄວາມພະຍາມໃນການຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວເຂົ້າສູ່ແຜນງານລະດັບຊາດ ແນໃສ່ເພື່ອການປ້ອງກັນບັນຫາແຮງງານເດັກ, ການປົກປ້ອງແຮງ ງານໄວໜຸ່ມ ແລະ ສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາ ສຳລັບໄວໜຸ່ມໃນຕໍ່ໜ້າໃຫ້ມີປະສິດທິຜົນ.ສຳລັບກອງປະຊຸມ ລັດຖະມົນຕີແຮງງງານອາຊຽນ ຄັ້ງທີ 29 ແມ່ນຈະຈັດຂຶ້ນທີ່ປະເທດ ໄທໃນປີ 2026.
May be an image of 13 people, dais, newsroom and text