ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ຄັ້ງທີ 57

Sep 25, 2025

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ຄັ້ງທີ 57 (57th AEM) ລະຫວ່າງວັນທີ 21-26 ກັນຍາ 2025 ທີ່ນະຄອນຫຼວງກົວລາລໍາເປີ, ປະເທດມາເລເຊຍ ພາຍໃຕ້ການເປັນປະທານຂອງ ທ່ານ Tengku Datuk Seri Utama Zafrul Tengku Abdul Aziz ລັດຖະມົນຕີກະຊວງການຄ້າ, ການລົງທຶນ ແລະ ອຸດສາຫະກໍາ ມາເລເຊຍ, ມີບັນດາລັດຖະມົນຕີເສດຖະກິດ ຈາກປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ, ເລຂາທິການໃຫຍ່ອາຊຽນ, ບັນດາປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມມືອາຊຽນ ເຂົ້າຮ່ວມ.
May be an image of 13 people, dais and text that says 'ॐ MALAYSIA 2025 ASEAN INCLUSIVITY AND SUSTRINABILITY 57TH AEM-39 57AEM-39T- ΤΗ AFTA -39 COUNCIL 23 SEPTEMBER 2025 KUALA LUMPUR, MALAYSIA'
ກອງປະຊຸມຄັ້ງນີ້, ເປັນກອງປະຊຸມປະຈຳປີ ຈັດຂຶ້ນເພື່ອເປິກສາຫາລື ແລກປ່ຽນຄໍາຄິດເຫັນ ແລະ ຕິດຕາມຄວາມຄືບໜ້າ ແຜນງານການຮ່ວມມືຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ເປັນຕົ້ນ: ຄວາມຄືບໜ້າການຈັດຕັ້ງປະຕິບັດ ບັນດາແຜນວຽກບຸລິມະສິດເສດຖະກິດອາຊຽນ (PEDs) ພາຍໃຕ້ການເປັນປະທານຂອງມາເລເຊຍ ປີ 2025; ການຈັດຕັ້ງປະຕິບັດບັນດາແຜນວຽກບຸລິມະສິດ ປະຈຳປີ 2025 ພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ; ແລກປ່ຽນຄໍາເຫັນຕໍ່ຂໍ້ສະເໜີ ແລະ ຜົນການຄົ້ນຄວ້າຂອງໜ່ວຍງານສະເພາະກິດ ທາງພູມສາດເສດຖະກິດ (ASEAN Geoeconomics Task Force) ກ່ຽວກັບມາດຕະການແກ້ໄຂຜົນກະທົບ ທາງເສດຖະກິດໃນພາກພື້ນ; ການກະກຽມເຂົ້າເປັນສະມາຊິກອາຊຽນຂອງຕີມໍແລັດສະເຕ; ການຮ່ວມມືລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມພັດທະນາ ແລະ ບັນຫາອື່ນໆ ທີ່ຕິດພັນກັບການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ສາກົນ.
May be an image of 9 people, dais and text
ກອງປະຊຸມຄັ້ງນີ້ ຍັງໄດ້ເປິກສາຫາລື ແລະ ຮັບຮອງເອົາຫຼາຍເອກະສານສຳຄັນ ທີ່ເປັນຜົນງານຂອງກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 57 ແລະ ຈະນຳສະເໜີ ໃຫ້ບັນດາຜູ້ນໍາອາຊຽນ ພິຈາລະນາ ແລະ ຮັບຮອງເອົາຢູ່ກອງປະຊຸມ ສຸດຍອດຜູ້ນຳອາຊຽນ ຄັ້ງທີ 47 ທີ່ມີແຜນຈະຈັດຂຶ້ນໃນເດືອນຕຸລາ 2025.
May be an image of 5 people, television, newsroom, dais and text
ຂ່າວ: ກະຊວງ ອຄ