ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນສະພາປະຊາຊົນແຂວງບໍລິຄຳໄຊ ແລະ ແຂວງກວ້າງບິ່ງ ແລກປ່ຽນບົດຮຽນຮ່ວມກັນ

May 21, 2025

ໃນຕອນບ່າຍວັນທີ 19 ພຶດ 2025 ຄະນະຜູ້ແທນສະພາປະຊາຊົນແຂວງບໍລິຄໍາໄຊ ນໍາໂດຍ ສະຫາຍ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັບສະພາປະຊາຊົນແຂວງກວ້າງບິ່ງ, ເຊິ່ງຕ້ອນຮັບໂດຍສະຫາຍ ເຈິ່ນຫ້າຍເຈົາ ຮອງເລຂາຜູ້ປະຈໍາການພັກແຂວງ, ປະທານສະພາປະຊາຊົນແຂວງກວ້າງບິ່ງ; ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.
ໃນວາລະກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ກໍຄືການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ແລະ ແຂວງກວ້າງບິ່ງ. ພ້ອມນີ້ ກອງປະຊຸມຍັງໄດ້ແລກປ່ຽນບົດຮຽນຕໍ່ວຽກງານສະພາປະຊາຊົນຂັ້ນແຂວງ ໃນຫົວຂໍ້ ພາລະບົດບາດການຕົກລົງບັນຫາສໍາຄັນຂອງແຂວງ, ການສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດວຽກງານການເປັນເສນາທິການຂອງເລຂາທິການສະພາປະຊາຊົນແຂວງ, ບົດຮຽນໃນການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ, ຄໍາສະເໜີ ແລະ ບັນຫາສາຍດ່ວນ ທີ່ສະເໜີຜ່ານສະພາປະຊາຊົນແຂວງ ຢ່າງກົງໄປກົງມາດ້ວຍບັນຍາກາດຟົດຟື້ນ ສ້າງສັນ ບົນຈິດໃຈຄວາມສາມັກຄີຮັກແພງ ພ້ອມທັງສະໜອງຂໍ້ມູນຂ່າວສານກ່ຽວກັບວຽກງານຕາມພາລະບົດຂອງສະພາປະຊາຊົນຂັ້ນແຂວງ, ແລກປ່ຽນບົດຮຽນ, ບໍາລຸງສ້າງພະນັກງານ. ໂດຍລວມແລ້ວການພົບປະຢ້ຽມຢາມໃນຄັ້ງນີ້ ກໍເພື່ອເປັນການສ້າງຄວາມເຂົ້າໃຈ ແລະ ຍົກລະດັບໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມເຂັ້ມແຂງ.
ຂ່າວ-ພາບ: ໂສລະຢ໋າ