ວັນທີ 19 ກັນຍາ 2025 ຄະນະຜູ້ແທນສະພາອົດສະຕຣາລີ ທີ່ເຂົ້າຮ່ວມໂຄງການລິເລີ່ມການເປັນຜູ້ນຳພາກພື້ນອົດສະຕຣາລີ ໄປຢ້ຽມຢາມໂຮງຮຽນປະຖົມທົ່ງກາງ, ນະຄອນຫຼວງວຽງຈັນ ຮ່ວມກັບ ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ລາວ ພ້ອມດ້ວຍຄະນະກົມຈາກກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ.
ການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນໄດ້ເຫັນຜົນໄດ້ຮັບຕົວຈິງຂອງການໃຫ້ທຶນຊ່ວຍເຫຼືອຢ່າງຕໍ່ເນື່ອງຂອງລັດຖະບານອົດສະຕຣາລີ ໃນການສຶກສາຊັ້ນປະຖົມ ໂດຍຜ່ານແຜນງານບີຄວາ. ສະມາຊິກສະພາໄດ້ຮ່ວມສັງເກດການສອນໃນຫ້ອງຮຽນທີ່ມີຄວາມມ່ວນຊື່ນ, ນັກຮຽນມີສ່ວນຮ່ວມໃນການຮຽນຢ່າງຫ້າວຫັນໃນວິຊາພາສາລາວ, ພາສາອັງກິດ, ວິທະຍາສາດ ແລະ ສິ່ງແວດລ້ອມ. ນັກຮຽນໄດ້ຮ່ວມການທົດລອງວິທະຍາສາດດ້ວຍການປະຕິບັດຕົວຈິງ ແລະ ຮ່ວມກັນເຮັດກິດຈະກໍາຮຽນພາສາລາວ ແລະ ພາສາອັງກິດ ດ້ວຍຄວາມເອົາໃຈໃສ່ ສະແດງໃຫ້ເຫັນເຖິງຄວາມມ່ວນຊື່ນ ແລະ ຄວາມມັກໃນການຮຽນ. ວິທີການສິດສອນແບບໃໝ່ຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ໄດ້ຊຸກຍູ້ໃຫ້ການຮຽນມີຄວາມມ່ວນຊື່ນ, ມີການຖາມຕອບ ແລະ ການປະຕິບັດຕົວຈິງ, ໄດ້ປ່ຽນຈາກການຮຽນແບບເກົ່າທີ່ເນັ້ນໃສ່ແຕ່ການຈື່ຈຳ. ຄູໄດ້ແນະນໍາໃຫ້ນັກຮຽນໄດ້ຮຽນຮູ້ຜ່ານກິດຈະກໍາຕ່າງໆ, ໂດຍເນັ້ນໃສ່ການຄົ້ນຄິດແບບວິເຄາະ ແລະ ການມີສ່ວນຮ່ວມ, ສະແດງໃຫ້ເຫັນເຖິງຜົນສໍາເລັດຂອງການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ.

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີຄໍາເຫັນວ່າ: ການຢ້ຽມຢາມໂຮງຮຽນຄັ້ງນີ້ ເປັນການສະແດງເຖິງສາຍພົວພັນຄູ່ຮ່ວມມືອັນ ໜັກແໜ້ນລະຫວ່າງ ລາວ ແລະ ອົດສະຕຣາລີ ໃນການພັດທະນາການສຶກສາຂັ້ນພື້ນຖານໃຫ້ມີຄຸນນະພາບ, ພວກເຮົາຮ່ວມກັນສ້າງລະບົບການສຶກສາທີ່ສົ່ງເສີມການຮຽນຮ່ວມ ນັກຮຽນໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການຮຽນ ແລະ ພັດທະນາທັກສະທີ່ຈຳເປັນສຳລັບສະຕະວັດທີ 21. ການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແມ່ນມີຄວາມສຳຄັນຕໍ່ການຫັນປ່ຽນຄັ້ງນີ້, ແລະ ພວກເຮົາຂໍຂອບໃຈສຳລັບຄວາມມຸ່ງໝັ້ນໃນການຊ່ວຍເຫຼຶອຂອງພວກທ່ານ”.
ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກະອັກຄະລັດຖະທູດອົດສະຕຣາລີ ມີຄໍາວ່າ: “ລັດຖະບານອົດສະຕຣາລີ ໄດ້ຖືເອົາສາຍພົວພັນອັນຍາວນານກັບ ລາວ ໂດຍສະເພາະກັບກະຊວງສຶກສາທິການ ແລະ ກິລາ ເປັນສິ່ງທີ່ສຳຄັນຫຼາຍ. ການຮ່ວມມືອັນຍາວນານຂອງພວກເຮົາ, ໂດຍຜ່ານແຜນງານບີຄວາ, ໄດ້ສະທ້ອນໃຫ້ເຫັນວິໄສທັດ ແລະ ຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາໃນຂະແໜງການສຶກສາ ທີ່ສົ່ງເສີມການຮຽນຮ່ວມ ແລະ ມີຄຸນນະພາບ. ໃນການລົງຢ້ຽມຢາມໂຮງຮຽນຄັ້ງນີ້ ຖືເປັນວາລະທີ່ພາກພູມໃຈ ທີ່ໄດ້ເຫັນໝາກຜົນໃນທາງທີ່ດີຂອງການຮ່ວມມືຂອງພວກເຮົາ ເພື່ອເສີມສົ່ງເສີມເສັ້ນທາງການຮຽນຮູ້ຂອງເດັກ.”

ຄຽງຄູ່ກັບການຢ້ຽມຢາມໂຮງຮຽນແລ້ວ ຄະນະຜູ້ແທນໄດ້ຢ້ຽມຊົມການວາງສະແດງທີ່ນຳສະເໜີໂດຍຜູ້ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກິລາ. ການວາງສະແດງໄດ້ຍົກໃຫ້ເຫັນ 3 ຂົງເຂດສຳຄັນທີ່ລັດຖະບານອົດສະຕຣາລີໃຫ້ການສະໜັບສະໜູນ ແລະ ເປັນໃຈກາງໃນການປັບປຸງການສຶກສາທີ່ກຳລັງດຳເນີນຢູ່ຄື: ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່; ບົດຮຽນຝຶກເວົ້າພາສາລາວ ທີ່ສ້າງຂຶ້ນເພື່ອສະໜັບສະໜູນນັກຮຽນທີ່ບໍ່ໄດ້ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ ແລະ ສົ່ງເສີມການຮຽນຮ່ວມໂດຍສະເພາະນັກຮຽນທີ່ມາຈາກຫຼາຍຊົນເຜົ່າ; ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອສົ່ງເສີມໃຫ້ຄູມີຄວາມຮູ້ຄວາມສາມາດ ແລະ ຮັບປະກັນການສອນທີ່ມີຄຸນນະພາບໃນທົ່ວປະເທດ.
ທ່ານ ກິ່ງມະໂນ ພົມມະຫາໄຊ ຍົກໃຫ້ເຫັນຕື່ມວ່າ: “ການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ມີບົດບາດສໍາຄັນໃນການປັບປຸງຫຼັກສູດແຫ່ງຊາດ, ການສ້າງສື່ການຮຽນການສອນໃຫ້ມີຄຸນນະພາບ, ການສ້າງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ແກ່ຄູ. ໄລຍະທີ 2 ຂອງໂຄງການແມ່ນສຸມໃສ່ຮັບປະກັນໃຫ້ຄູອາຈານມີໂອກາດສືບຕໍ່ຍົກລະດັບທັກສະ ແລະ ສະໜອງການສຶກສາຄຸນນະພາບສູງໃຫ້ແກ່ເດັກທຸກຄົນ.”
ຈາກນັ້ນ, ລັດຖະບານອົດສະຕຣາລີ ໄດ້ມອບ ປຶ້ມນິທານ, ອຸປະກອນກິລາ ແລະ ອຸປະກອນການຮຽນໃຫ້ແກ່ໂຮງຮຽນຕື່ມອີກ.
ຂ່າວ: ອ່ອນຄຳ ວສລ


