ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຢ້ຽມຢາມ ສປປ ລາວ

Dec 25, 2024

ຄະນະຜູ້ແທນສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຢ້ຽມຢາມ ສປປ ລາວ
ໂດຍຕອບສະໜອງຕາມຄຳເຊີນ ຂອງ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ, ຄະ ນະຜູ້ແທນສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນໍາໂດຍ ສະຫາຍ ຟານ ແອັງ ເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 23-24 ທັນວາ 2024.
ໃນວັນທີ 23 ທັນວາ 2024 ນີ້, ຄະນະສັນຕິພາບແລະສາມັກຄີຂອງລາວ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ພົບປະແລກປ່ຽນ ບົດຮຽນການເຄື່ອນໄຫວການທູດ ປະຊາຊົນ ແລະ ການຄຸ້ມຄອງອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (INGOs), ອົງການຈັດຕັ້ງທາງສັງຄົມ (CSOs) ເຊິ່ງຝ່າຍລາວ ນໍາໂດຍ ສະຫາຍ ສົມມາດ ພົລເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຟານ ແອັງ ເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ.
ໂອກາດດັ່ງກ່າວ, ສອງຝ່າຍໄດ້ ຕີລາຄາກ່ຽວກັບການທູດປະ ຊາຊົນ ທີ່ມີບົດບາດສໍາຄັນໃນປັດຈຸ ບັນ ເຄື່ອນໄຫວຄຽງຄູ່ກັບການເຄື່ອນໄຫວຕ່າງປະເທດ ຂອງພັກ ແລະ ລັດ, ສ້າງສະພາບແວດລ້ອມອັນເອື້ອອໍານວຍ ໃຫ້ແກ່ການພົວພັນຮ່ວມມື.
ການເຄື່ອນໄຫວການທູດປະຊາຊົນ ຍັງເປັນວິທີທາງໃນການໂຄສະນາເຜີຍແຜ່ແນວທາງ ແລະ ຄວາມເປັນຈິງ ຂອງປະເທດຕົນຕໍ່ຕ່າງປະເທດ ເພື່ອໃຫ້ເຂົາເຈົ້າມີຄວາມເຫັນດີເຫັນພ້ອມ ແລະ ໃຫ້ການໜັບສະໜູນ. ພ້ອມນັ້ນ, ຍັງໄດ້ແລກປ່ຽນກ່ຽວກັບການ ຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (INGOs) ແລະ ອົງການຈັດຕັ້ງທາງສັງຄົມ (CSOs), ເຊິ່ງສອງຝ່າຍໄດ້ຕີລາຄາການປະກອບສ່ວນ ຂອງບັນດາອົງການຈັດຕັ້ງດັ່ງກ່າວ, ທີ່ເປັນຄູ່ຮ່ວມມືເພື່ອການພັດທະນາຢູ່ ສປປ ລາວ.
ໃນວັນທີ 24 ທັນວາ 2024, ໄດ້ຈັດປາຖະກະຖາເຜີຍແຜ່ຜົນສໍາເລັດ ການປະຕິບັດແນວທາງການທູດຕົ້ນໄຜ່ ຂອງ ສສ ຫວຽດນາມ ຢູ່ຄະນະໂຄສະນາອົບຮົມສູນກາງພັກ ເພື່ອໃຫ້ພະນັກງານ ຂອງ ລາວ ໄດ້ຮັບຮູ້ກ່ຽວກັບຜົນສໍາເລັດ ຂອງ ສສ ຫວຽດນາມ ໃນການໝູນໃຊ້ການທູດຕົ້ນໄຜ່ ຂອງ ສສ ຫວຽດ ນາມ ໃນການພົວພັນຮ່ວມມືກັບຕ່າງປະເທດ.
ໃນວັນດຽວກັນ, ຄະນະຜູ້ແທນສະຫະພັນບັນດາອົງການຈັດ ຕັ້ງມິດຕະພາບຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕື່ມອີກ.
ນອກຈາກການພົບປະເຮັດວຽກ ແລ້ວ ຄະນະຜູ້ແທນ ຍັງໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວ ທາງປະຫວັດສາດ, ວັດທະນະທໍາ ຢູ່ນະຄອນຫລວງວຽງຈັນ ຈໍານວນໜຶ່ງ.
ພາບ: ເກດສະໜາ