ໃນລະຫວ່າງວັນທີ15-23 ທັນວາ2024,ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງ ການກວດສອບແຫ່ງລັດ ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບ ສະພາກວດສອບບັນຊີແຫ່ງ ສະຫະພັນຣັດເຊຍທີ່ນະຄອນມົດສະກູ ປະເທດ ຣັດເຊຍໂດຍໄດ້ຮັບການຕ້ອນຮັບຂອງທ່ານ ໄບລີສ ກາໄວຊົກປະທານສະພາກວດສອບບັນຊີແຫ່ງ ສະຫະພັນຣັດເຊຍ. ການຢ້ຽມຢາມ ແລະ ເຮັດວຽກກັບສະພາກວດສອບບັນຊີແຫ່ງ ສະຫະພັນຣັດເຊຍຄັ້ງນີ້ ຊຶ່ງໃນວັນທີ 17 ທັນວາ ຜ່ານມານີ້ ຄະນະຜູ້ແທນຈະໄດ້ເຂົ້າ ຮ່ວມພົບປະສອງຝ່າຍ ແລະ ຮ່ວມພິທີລົງນາມ ຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍຂົງເຂດວຽກງານກວດສອບແຫ່ງລັດ ສະບັບປັບປຸງແລະ ກອງປະຊຸມແລກປ່ຽນບົດຮຽນດ້ານວິຊາການບົນພື້ນຖານຜັນຂະຫຍາຍຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລະ ຫວ່າງ ອົງການກວດສອບແຫ່ງລັດສປປລາວ ກັບສະພາກວດ ສອບບັນຊີແຫ່ງສະຫະພັນລັດເຊຍ.
ື ການພົບປະສອງຝ່າຍໃນຄັ້ງນີ້,ບໍ່ພຽງແຕ່ເປັນຂີດໝາຍໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການ ຮ່ວມມືສອງຝ່າຍ, ຫາກຍັງເປັນການຊຸກຍູ້ຊ່ວຍເຫຼືອແລະສະໜັບສະໜູນຊຶ່ງກັນແລະກັນເພື່ອພັດທະນາຂະແໜງການກວດສອບແຫ່ງລັດຂອງສອງປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ, ພ້ອມດຽວກັນນັ້ນ, ກໍເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດກໍຄືການເສີມຂະຫຍາຍສາຍພົວພັນທາງການທູດຄົບຮອບ 64ປີ (7 ຕຸລາ 1960–7 ຕຸລາ 2024).ກອງປະຊຸມພົບປະສອງຝ່າຍຄັ້ງນີ້, ນອກຈາກຄະນະຜູ້ແທນທັງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ ແລ້ວ, ຄະນະຜູ້ແທນສອງຝ່າຍຍັງໄດ້ແລກປ່ຽນບົດຮຽນດ້ານວິຊາການ 3 ຫົວຂໍ້ສໍາຄັນຄື: 1. ການມີສ່ວນຮ່ວມໃນການພິຈາລະນາແຜນງົບປະມານປະຈຳປີ,2. ການກວດສອບງົບປະມານຂັ້ນທ້ອງຖິ່ນ ແລະ 3. ການພັດທະນາດ້ານບຸກຄະລາກອນຢູ່ຫ້ອງການສະພາກວດສອບບັນຊີ.
ນອກຈາກການແລກປ່ຽນບົດຮຽນທາງດ້ານວິຊາການແລ້ວ, ກອງປະຊຸມສອງຝ່າຍໄດ້ທົບທວນຄືນຜົນສໍາເລັດ ແລະທິດທາງການຮ່ວມມືເພື່ອພັດທະນາຂະແໜງການກວດສອບແຫ່ງລັດຂອງສອງປະເທດໃຫ້ມີການເຕີບໃຫຍ່, ເຂັ້ມແຂງແລະກ້າວໜ້າຢ່າງບໍ່ຢຸດຢັ້ງໃນຕໍ່ໜ້າ ຄື:
1. ສະເໜີໃຫ້ມີການຜັດປ່ຽນ ພົບປະ-ຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ;
2. ສະເໜີລົງເລິກຊ່ວຍໃນການສ້າງບຸກຄະລາກອນ, ນັກກວດສອບ ໂດຍການແລກປ່ຽນບົດຮຽນ ໃນບັນດາຫົວຂໍ້ທີສອງຝ່າຍມີຄວາມສົນໃຈ ເປັນຕົ້ນ: ການກວດສອບລັດວິສາຫະກິດ, ການເຂົ້າເຖິງຂໍ້ມູນດ້ານການເງິນຂອງລັດຖະບານຂັ້ນສູນກາງ ແລະ ທ້ອງຖິ່ນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານນັກກວດສອບ ແລະ ການຫັນເປັນທັນສະໄໝ ເຂົ້າໃນວຽກງານກວດສອບ;
3. ສະເໜີສ້າງເປັນໂຄງການເປັນອັນສະເພາະໃນການຮ່ວມມືລະຫວ່າງ ສອງອົງການ ເພື່ອຊ່ວຍອົງການກວດສອບປະຈໍາພາກທີ່ສ້າງຕັ້ງຂຶ້ນໃໝ່ ຂອງ ສປປ ລາວ ໂດຍສະເພາະບົດຮຽນການກວດສອບງົບປະມານຂັ້ນທ້ອງຖິ່ນ, ການກວດສອບຜົນການຈັດຕັ້ງປະຕິບັດ;
ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ, ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດອບແຫ່ງລັດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສະພາກວດສອບບັນຊີແຫ່ງ ສະຫະພັນຣັດເຊຍກໍຄືສະພາກວດ ສອບປະຈຳນະຄອນເຊັນປີເຕີສະເບີກທີ່ໄດ້ໃຫ້ການຕ້ອນຮັບ ແລະ ແບ່ງປັນຄວາມຮູ້ໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ, ພ້ອມທັງສືບຕໍ່ຮ່ວມມື ແລະ ຊ່ວຍເຫຼືອ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ນັກກວດສອບຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຕໍ່ໜ້າ. ຈາກນັ້ນ, ທ່ານໄບລີສ ກາໄວຊົກປະທານສະພາກວດສອບບັນຊີແຫ່ງ ສະຫະພັນຣັດ ເຊຍກໍໄດ້ສະແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າອົງການກວດ ສອບແຫ່ງລັດ ສປປ ລາວ ແລະ ສະພາກວດສອບບັນຊີແຫ່ງ ສະຫະພັນຣັດເຊຍຈະສືບຕໍ່ສະໜັບ ສະໜູນອົງການກວດສອບແຫ່ງລັດສປປ ລາວ ແລະຈະເສີມ ຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ດ້ວຍບາດກ້າວທີ່ໜັກແໜ້ນ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.
ຂ່າວ:ອົງການກວດສອບແຫ່ງລັດ



