ໃນລະຫວ່າງວັນທີ 2-8 ທັນວາ ຜ່ານມາ, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບ ສະພາກວດສອບ ສາທາລະນະລັດ ອິນໂດເນເຊຍ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ ໂດຍໄດ້ຮັບການຕ້ອນຮັບຂອງທ່ານ ນາງ ອິດສມາ ຢ່າຕັນສ (Dr. Isma Yatun) ປະທານສະພາກວດສອບ ສ ອິນໂດເນເຊຍ ໃນການຢ້ຽມຢາມ ແລະ ເຮັດວຽກກັບສະພາກວດສອບ ສ ອິນໂດເນເຊຍ ຄັ້ງນີ້, ຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ, ເຂົ້າຮ່ວມພິທີເຊັນແຜນກິດຈະກຳຮ່ວມມືສອງຝ່າຍ 2025-2026, ແລກປ່ຽນບົດຮຽນກ່ຽວກັບ ການມີສ່ວນຮ່ວມໃນການພິຈາລະນາງົບປະມານປະຈໍາປີ ແລະ ການຄວບຄຸມຄຸນນະພາບການກວດສອບ ແລະ ເຂົ້າຮ່ວມແລກປ່ຽນບົດຮຽນ ກ່ຽວກັບການກວດສອບງົບປະມານຂັ້ນທ້ອງຖິ່ນ ຢູ່ ສະພາກວດສອບປະຈໍາພາກ ທີ່ ບາຫຼີ ປະເທດ ອິນໂດເນເຊຍ.
ການພົບປະສອງຝ່າຍໃນຄັ້ງນີ້, ບໍ່ພຽງແຕ່ເປັນຂີດໝາຍໃນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ ທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືສອງຝ່າຍແຕ່ ປີ 2016 ເທົ່ານັ້ນ, ຫາກຍັງເປັນການຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດຂອງສອງປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ; ພ້ອມດຽວກັນນັ້ນ, ກໍເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດກໍຄືການເສີມຂະຫຍາຍສາຍພົວພັນທາງການທູດຄົບຮອບ 67 ປີ (30 ສິງຫາ 1957 – 30 ສິງຫາ 2024). ກອງປະຊຸມພົບປະສອງຝ່າຍຄັ້ງນີ້, ນອກຈາກຄະນະຜູ້ແທນທັງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ ແລ້ວ, ຄະນະຜູ້ແທນສອງຝ່າຍຍັງໄດ້ແລກປ່ຽນບົດຮຽນດ້ານວິຊາການ 3 ຫົວຂໍ້ສໍາຄັນຄື:
1) ການມີສ່ວນຮ່ວມໃນການພິຈາລະນາງົບປະມານປະຈໍາປີ;
2) ການຄວບຄຸມຄຸນນະພາບການກວດສອບ;
3) ການກວດສອບງົບປະມານຂັ້ນທ້ອງຖິ່ນ.
ຈາກນັ້ນ, ກອງປະຊຸມສອງຝ່າຍ ໄດ້ທົບທວນຄືນຜົນສໍາເລັດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ຄື:
1) ຜັດປ່ຽນກັນ ພົບປະ-ຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ;
2) ແລກປ່ຽນບົດຮຽນ ບັນດາຫົວຂໍ້ແລກປ່ຽນທີ່ໄດ້ລະບຸໄວ້ໃນແຜນກິດຈະກໍາຮ່ວມມື 2025 ແລະ 2026 ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານກວດສອບໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ;
3) ຊຸກຍູ້ ສະໜັບສະໜຸນ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສະພາກວດສອບ ສ ອິນໂດເນເຊຍ ກໍຄືສະພາກວດສອບປະຈຳພາກ ອິນໂດຍເນເຊຍ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ແບ່ງປັນຄວາມຮູ້ໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ; ພ້ອມທັງຈະສືບຕໍ່ການຮ່ວມມືໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ-ນັກກວດສອບຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຕໍ່ໜ້າ. ຈາກນັ້ນ, ທ່ານ ນາງ ອິດສມາ ຢ່າຕັນສ ກໍໄດ້ສະແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າອົງການກວດສອບແຫ່ງລັດ ສປປ ລາວ ແລະ ສະພາກວດສອບ ສ ອິນໂດເນເຊຍ ຈະສືບຕໍ່ສະໜັບສະໜູນອົງການກວດສອບແຫ່ງລັດ ສປປ ລາວ ແລະ ຈະເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງອົງການກວດສອບແຫ່ງລັດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ດ້ວຍບາດກ້າວທີ່ໜັກແໜ້ນ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.
ຂ່າວ: ອົງການກວດສອບແຫ່ງລັດ



