ຄະນະຜູ້ແທນແຂວງບິ່ງເຝຶອກ ອວຍພອນການນຳ ແຂວງຈຳປາສັກ ໃນໂອກາດຕ້ອນຮັບປີໃໝ່ລາວ

ຄະນະຜູ້ແທນ ແຂວງບິ່ງເຝຶອກ ສສ ຫວຽດນາມ, ເຊິ່ງນຳໂດຍ ທ່ານ ເຈິ່ນ ວັນ ມີ ຮອງປະທານ ຄະນະກຳມະການປະຊາຊົນແຂວງ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງບິ່ງເຝຶອກ ຢ້ຽມຢາມ ແລະ ອວຍພອນການນຳແຂວງຈຳປາສັກ ເນື່ອງໃນໂອກາດຕ້ອນຮັບປີໃໝ່ລາວ ພສ 2568 ໃນວັນທີ 2 ເມສາ 2025 ທີ່ຫ້ອງວ່າການແຂວງຈຳປາສັກ ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ອາລຸນໄຊ ສຸນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ.
ທ່ານ ອາລຸນໄຊ ສຸນນະລາດ ໄດ້ສະແດງການຕ້ອນຮັບ ແລະ ສະແດງຄວາມຂອບໃຈ ຕໍ່ການມາຢ້ຽມຢາມອວຍພອນ ຂອງທ່ານ ເຈິ່ນ ວັນ ມີ ພ້ອມຄະນະ ໃນຄັ້ງນີ້ ແລະ ໃນໂອກາດ ສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ນີ້ ຂໍອວຍພອນໄຊອັນປະເສີດມາຍັງ ບັນດາສະຫາຍຄະນະຜູ້ແທນ ຕະຫລອດຮອດປະຊາຊົນແຂວງບິ່ງເຝຶອກ ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ມີຜົນສຳເລັດ ໃນໜ້າທີ່ການງານທຸກປະການ ແລະ ສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ໂດຍສະເພາະ ແຂວງຈໍາປາສັກ ກັບແຂວງບິ່ງເຝຶອກ ຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ.
ໂອກາດດຽວກັນນີ້, ທ່ານ ເຈິ່ນ ວັນ ມີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງນຳເອົາຄຳອວຍພອນໄຊອັນປະເສີດ ມາຍັງ ທ່ານ ອາລຸນໄຊ ສຸນນະລາດ ພ້ອມດ້ວຍສະຫາຍ ຄະນະພັກ, ອົງການປົກຄອງແຂວງ ແລະ ປະຊາຊົນແຂວງຈຳປາສັກ ໃນໂອກາດຂຶ້ນປີໃໝ່ລາວ ພສ 2568 ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ມີຜົນສໍາເລັດໃນທຸກຂົງເຂດວຽກງານທຸກປະການ, ອວຍພອນແດ່ສາຍພົວພັນມິດຕະພາບ, ຄວາມສະມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ, ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນສອງແຂວງ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫລອດການລະນາ.
ຂ່າວ: ທັດຊະນະ



