ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ຄະນະພັກນະຄອນໂຮ່ຈີມີ່ງ.

Oct 24, 2025

ວັນທີ 23 ຕຸລາ 2025, ທີ່ນະຄອນໂຮ່ຈີມີ່ງ ຂອງຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ນຳໂດຍ ສະຫາຍນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະກັບສະຫາຍ ຕັງຫິວຟອງ ຮອງປະທານຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ຄະນະພັກນະຄອນໂຮ່ຈີມີ່ງ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ.
ສະຫາຍ ຕັງຫິວຟອງ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນຂັ້ນສູງ ຂອງຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ນຳພາສື່ມວນຊົນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມີ່ງຄັ້ງນີ້, ເປັນການປະກອບສວ່ນເສີມສ້າງ ແລະ ເພີ່ມທະວີສາຍພົວພັນຮ່ວມມືວຽກງານຖະແຫຼງຂ່າວ-ສື່ມວນຊົນລະຫວ່າງຫວຽດນາມ-ລາວເວົ້າລວມ, ເວົ້າສະເພາະວຽກງານຖະແຫຼງຂ່າວ-ສື່ມວນຊົນນະຄອນໂຮ່ຈີມີ່ງ ແລະ ວຽກງານຖະແຫຼງຂ່າວ-ສື່ມວນຊົນລາວ ທີ່ມີມູນເຊື້ອມາແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ. ສະຫາຍ ຕັງຫິວຟອງ ຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງນະຄອນໂຮ່ຈີມີ່ງໂດຍຫຍໍ້ ພ້ອມທັງການເຄື່ອນໄຫວວຽກງານສື່ມວນຊົນໃຫ້ຄະນະຜູ້ແທນລາວໄດ້ຮັບຊາບ.
May be an image of dais and text
ໃນໂອກາດນີ້, ສະຫາຍນາງ ວິລະວອນ ພັນທະວົງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອຸ່ນແລະ ສະໜິດສະໜົມ ພ້ອມທັງລາຍງານໃຫ້ຮູ້ວ່າ: ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ໄດ້ປັບປຸງກົງຈັກການຈັດຕັ້ງຄືນໃໝ່ ໂດຍມອບ-ໂອນວຽກງານຖະແຫຼງຂ່າວ-ສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ, ຊຶ່ງວຽກງານສື່ມວນຊົນລາວ ຍັງປະເຊີນໜ້າກັບບັນຫາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກບໍ່ໜ້ອຍ ບວກກັບສະພາບການພາກພື້ນ, ສາກົນມີຄວາມສັບສົນ, ບັນຫາຂໍ້ຂັດແຍ້ງ ແລະ ຄວາມບໍ່ສະຫງົບທາງດ້ານການເມືອງຢູ່ຫຼາຍປະເທດ. ສະນັ້ນ, ການພົບປະຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ຈຶ່ງເປັນໂອກາດດີ ເພື່ອຈະໄດ້ຖອດຖອນບົດຮຽນນໍາເພື່ອນສະຫາຍຫວຽດນາມຕື່ມອີກ. ເຮັດແນວໃດ ເພື່ອເຮັດໃຫ້ການຮ່ວມມືດ້ານຖະແຫຼງຂ່າວ-ສື່ມວນຊົນຂອງສອງປະເທດນັບມື້ເຕີບໃຫຍ່ເຂັ້ມແຂງ, ເຮັດໃຫ້ບັນດາອົງການສື່ມວນຊົນສອງປະເທດລາວ-ຫວຽດນາມໃຫ້ໄດ້ຮັບການພັດທະນາ, ຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານນຳກັນໃນທຸກຂົງເຂດວຽກງານ, ໃນນັ້ນການຫັນເປັນດີຈີຕອນທີ່ທັນສະໄໝ ຍິ່ງມີຄວາມສຳຄັນຫຼາຍ.
May be an image of text that says 'ĐÁNG CỘNG SẢN VIỆT NAM QUANG VINH MUÔN NĂM 素 문교로부당'
ຕອນທ້າຍ, ສະຫາຍ ຕັງຫິວຟອງ ໄດ້ອວຍພອນໃຫ້ຄະນະຜູ້ແທນຂັ້ນສູງ ຄອສພ ຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມຄັ້ງນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດຫວຽດນາມ-ລາວ,ລາວ-ຫວຽດນາມ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງ ຄອສພ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບໜັງສືພິມ ຕວຍແຈ ຕື່ມອີກ
ຂ່າວ-ພາບ:ສຳນານ