ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນ ຄອສພ ຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ

Jan 26, 2025

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມກອງປະຊຸມວຽກງານໂຄສະນາອົບຮົມ ປະຈໍາປີ 2024 ຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 24 ມັງກອນ ຜ່ານມານີ້. ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ຄະນະຜູ້ແທນ ຄອສພ ຈາກນັ້ນ ກໍໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການຄຸ້ມຄອງບໍລິຫານ ແລະ ພັດທະນາເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ວ່າ: ນະຄອນຫຼວງວຽງຈັນ ມີເຂດເສດຖະກິດພິເສດ 5 ເຂດຄື: ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດຕາມສັນຍາສຳປະທານ 2,360 ເຮັກຕາ, ນັບແຕ່ສ້າງຕັ້ງຈົນເຖິງປັດຈຸບັນສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 276 ບໍລິສັດ (ຕ່າງປະທດ 211 ບໍລິສັດ, ພາຍໃນ 43 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 22 ບໍລິສັດ), ມີແຮງງານທັງໝົດ 9,546 ຄົນ, ໃນນັ້ນແຮງງານລາວ 6,603 ຄົນ, ແຮງງານຕ່າງປະເທດ 2,971 ຄົນ, ຜະລິດຕະພັນສິນຄ້າທີ່ບັນດາໂຮງງານພາຍໃນເຂດຜະລິດປະກອບມີ: ເຄື່ອງເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ, ອຸປະກອນການແພດ, ຜະລິດຕະພັນຢາ, ຜະລິດຕະພັນເຄື່ອງໃຊ້ໄຟຟ້າ, ຫົວອາຫານສັດ, ນ້ຳມັນເຊື້ອໄຟ, ຜະລິດຕະພັນອາຫານສຳເລັດຮູບ-ເຄື່ອງດື່ມ ແລະ ອື່ນໆ.
ສະເພາະເຂດພັດທະນາກວມລວມໄຊເຊດຖາ ມີຈຸດປະສົງເພື່ອພັດທະນາແບບກວມລວມຄົບວົງຈອນ ທີ່ປະກອບດ້ວຍເຂດອຸດສາຫະກຳທັນສະໄໝ, ເຂດການຄ້າ-ການບໍລິການ ແລະ ການຂົນສົ່ງ LOGISTIC. ເຂດດັ່ງກ່າວນີ້ຖືກສ້າງຂຶ້ນໃນປີ 2010 ບົນພື້ນຖານຂອງການປະຕິບັດຕາມຂອບສັນຍາວ່າດ້ວຍການຮ່ວມທຶນ ລະຫວ່າງ ລັດຖະບານ ສປປ ລາວ ກັບ ລັດຖະບານ ສປ ຈີນ ພ້ອມກັນນີ້ ກໍກໍານົດເອົາເຂດພັດທະນາກວມລວມໄຊເຊດຖາ ເປັນເຂດຮ່ວມມືລະຫວ່າງ 2 ລັດຖະບານ ລາວ-ຈີນ ໂດຍມອບໃຫ້ອໍານາດການປົກຄອງ ນະຄອນຫຼວງວຽງຈັນ ເປັນຕົວແທນລັດຖະບານ ສປປ ລາວ ຖືຫຸ້ນ 25% ແລະ ບໍລິສັດລົງທຶນຕ່າງປະເທດແຂວງຢຸນນ່ານ, ສປ ຈີນ ຖືຮຸ້ນ 75% ຮ່ວມກັນພັດທະນາ. ນັບແຕ່ສ້າງຕັ້ງຈົນເຖິງປັດຈຸບັນສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 155 ບໍລິສັດ (ຕ່າງປະທດ 128 ບໍລິສັດ, ພາຍໃນ 19 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 8 ບໍລິສັດ), ມີທຶນທັງໝົດ 2.8 ຕື້ກວ່າໂດລາ, ມີທຶນຈົດທະບຽນ 595 ລ້ານກວ່າໂດລາ ແລະ ມີການລົງທຶນຕົວຈິງໄປແລ້ວ 2.3 ຕື້ກວ່າໂດລາ, ສາມາດປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ 262 ຕື້ກວ່າກີບ, ການນຳເຂົ້າສິນຄ້າມີມູນຄ່າ 4.2 ຕື້ກວ່າໂດລາ ແລະ ສົ່ງອອກສິນຄ້າມີມູນຄ່າ 599 ລ້ານກວ່າໂດລາ.
ສະເພາະປີ 2024 ມີບໍລິສັດສ້າງຕັ້ງໃໝ່ 25 ບໍລິສັດ, ໃນນັ້ນຕ່າງປະເທດ 18 ບໍລິສັດ, ພາຍໃນ 5 ບໍລິສັດ ແລະ ພາຍໃນ + ຕ່າງປະເທດ 2 ບໍລິສັດ, ມີທຶນທັງໝົດ 309 ລ້ານກວ່າໂດລາ ແລະ ທຶນຈົດທະບຽນ 152 ລ້ານກວ່າໂດລາ, ມີມູນຄ່າການລົງທຶນຕົວຈິງ 72 ລ້ານກວ່າໂດລາ; ປະຕິບັດພັນທະອາກອນເຂົ້າງົບປະມານລັດໄດ້ 58 ຕື້ກວ່າກີບ; ນໍາເຂົ້າສິນຄ້າມູນຄ່າ 402 ລ້ານກວ່າໂດລາ ແລະ ສົ່ງອອກສິນຄ້າມູນຄ່າ 245 ລ້ານກວ່າໂດລາ, ມີແຮງງານທັງໝົດ 7,520 ຄົນ ໃນນັ້ນລາວ 4,721 ຄົນ ແລະ ຕ່າງປະເທດ 2,827 ຄົນ; ການປ້ອງກັນຄວາມສະຫງົບມີພະນັກງານ ປກສ, ລປພ ລວມມີ 60 ສະຫາຍ. ສຳລັບການພັດທະນາມີ 3 ໄລຍະຄື: ໄລຍະທີ 1 ສຳເລັດການກໍ່ສ້າງໂຄງລ່າງພື້ນຖານໄຟຟ້າ, ນ້ຳປະປາ, ເສັ້ນທາງພາຍໃນເຂດ ແລະ ເຕັກນິກການສື່ສານ. ໄລຍະທີ 2 ສຸມໃສ່ການພັດທະນາການຄ້າ, ການທ່ອງທ່ຽວ ແລະ ເຂດຕົວເມືອງໃໝ່ ໃນນັ້ນ, ສຳເລັດວຽກງານວິສະວະກຳທີ່ພັກອາໄສ (ໂຄງການຮ່ວມມືໃຕ້ໃຕ້) ໄລຍະທີ 2 ແມ່ນສຳເລັດແລ້ວ 98% ແລະ ໂຄງການສວນສາທາລະນະໜອງນ້ຳໃຕ້ສຳເລັດແລ້ວ 68%.
ໂອກາດດັ່ງກ່າວ, ທ່ານ ລາວປາວຊົ່ງ ນະວົງໄຊ ຕາງໜ້າຄະນະ ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ພ້ອມທັງໄດ້ຍ້ອງຍໍ, ຊົມເຊີຍ ຕໍ່ການລົງທຶນ ຂອງບັນດາບໍລິສັດທີ່ໄດ້ເຂົ້າມາລົງທຶນໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ເຂດພັດທະນາກວມລວມໄຊເສດຖາ; ການພັດທະນາເສດຖະກິດ-ສັງຄົມ ເປັນພື້ນຖານໃຫ້ແກ່ການພັດທະນາແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ກໍຄືການພັດທະນາໃຫ້ແກ່ປະເທດອາຊຽນ ພາກພື້ນ ແລະ ໃນໂລກ, ປະເທດລາວ ມີກົດໝາຍວ່າດ້ວຍ ສົ່ງເສີມການລົງທຶນ ພາຍໃນ ແລະ ຕ່າງປະເທດ. ນອກນີ້ ກໍຍັງໄດ້ເອົາໃຈໃສ່ ຄຸ້ມຄອງ, ຈັດສັນ, ພັດທະນາເປັນແຕ່ລະໄລຍະ ເພື່ອເຮັດໃຫ້ປະເທດລາວມີຄວາມເຂັ້ມແຂງ.
ຂ່າວ-ພາບ: ແສງຈັນ