ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ລະຫວ່າງວັນທີ 22-29 ຕຸລາ 2025 ຂອງຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະກັບໜັງສືພິມຕວຍແຈ ໃນວັນທີ 23 ຕຸລາ 2025 ນະຄອນໂຮ່ຈີມີ່ງ ຂອງຫວຽດນາມ ໂດຍມີສະຫາຍ ເລເຖຈິ ບັນນາທິການໃຫຍ່ໜັງສືພິມຕວຍແຈ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.

ໃນໂອກາດນີ້, ສະຫາຍ ເລເຖຈິ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານສະພາບໂດຍຫຍໍ້ຂອງໜັງສືພິມຕວຍແຈໃຫ້ຄະນະຜູ້ແທນລາວຮັບຮູ້ວ່າ: ໜັງສືພິມຕວຍແຈ ສ້າງຕັ້ງຂຶ້ນໃນວັນທີ 2 ກັນຍາ 1975 ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນໂຮ່ຈີມີ່ງ ມີພະນັກງານທັງໝົດ 500 ກວ່າຄົນ, ມີຫ້ອງການຜູ້ຕາງໜ້າຢູ່ນະຄອນຫຼວງຮ່າໂນ້ຍ, ດາໜັງ, ຢາຈາງ ແລະ ເກີນເທີ. ເນື້ອໃນໂຄສະນາລວມມີດ້ານການເມືອງ, ສັງຄົມ, ທຸລະກິດ, ການດຳລົງຊິວິດ, ການສຶກສາ, ກີລາ, ສື່ສານມວນຊົນ ແລະອື່ນໆ. ໃນນັ້ນ,ຜະລິດຕະພັນຂອງໜັງສືພິມຕວຍແຈ ປະກອບມີໜັງສືພິມລາຍວັນ, ອອນລາຍ, ວາລະສານປະຈຳອາທິດ, ໜັງສືພິມພາສາອັງກິດແບບອອນລາຍ, ມີຜູ້ຕິດຕາມໜ້າຂ່າວເຟສບຸກອອນລາຍ 2.800.000 ກວ່າຄົນ, ການລາຍງານຂ່າວແມ່ນກວມເອົາເຫດການສຳຄັນແລະ ບັນຫາຕ່າງໆ ໃນທົ່ວປະເທດ ແລະ ທົ່ວໂລກ, ໜັງສືພິມຕວຍແຈ ຜະລິດລາຍວັນ 500.000 ສະບັບ(ປີ 2008). ມາຮອດປີ 2015, ຜະລິດ 220.000 ສະບັບ ແລະ ນັບມື້ຫຼຸດລົງ ຍ້ອນຜູ້ອ່ານໝັງສືພິມຫັນມາອ່ານຜ່ານລະບົບມືຖື ແລະ ສື່ອອນລາຍ, ແຕ່ຍຸດທະສາດການຮັບມືແມ່ນໄດ້ເພີ່ມທະວີການລົງທຶນເຂົ້າໃນຊ່ອງທາງດິຈິຕອນ,ນໍາໃຊ້ຊ່ອງທາງສື່ອອນລາຍ, ປັບປຸງປ່ຽນແປງວິທີໃໝ່ໂດຍພິມລົງສື່ດິຈິຕອນ ແລະ ການສ້າງແຫຼ່ງລາຍຮັບແມ່ນໂຄສະນາສິນຄ້າ, ການຈັດກິດຈະກຳ, ຈັດສຳມະນາ, ຈັດກີລາ ແລະອື່ນໆ

ໃນໂອກາດນີ້, ສະຫາຍ ນາງ ວິລະວອນ ພັນທະວົງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະໃຫ້ຂໍ້ມູນແກ່ຄະນະຜູ້ແທນຝ່າຍລາວ ຊຶ່ງເປັນບົດຮຽນທີ່ດີ ໂດຍສະເພາະການບໍລິຫານວຽກງານໜັງສືພິມ, ເຖິງວ່າຈະພົບບັນຫາຜູ່ອ່ານໜັງສືພິມເຈ້ຍ ມີຈຳນວນຫຼຸດລົງ ແຕ່ໄດ້ຊອກຫາທີວິທີສ້າງແຫຼ່ງລາຍຮັບ ເພື່ອເຮັດໃຫ້ໜັງສືພິມມີການພັດທະນາດີຂຶ້ນເລື້ອຍໆ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະນໍາໜັງສືພິມຕວຍແຈ ທີ່ໄດ້ຖອດຖອນບົດຮຽນໃຫ້ຄະນະສື່ມວນຊົນລາວ ແລະ ຫວັງຢ່າງຍິງວ່າໃນອະນາຄົດ ຈະໄດ້ແລກປ່ຽນຖອດຖອນບົດຮຽນລະຫວ່າງໜັງສືພິມຕວຍແຈກັບສື່ມວນຊົນລາວໂດຍສະເພາະວຽກງານຫັນເປັນດີຈີຕອນທີ່ທັນສະໄໝ.
(ຂ່າວ-ພາບ:ສຳນານ)


