ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງການບັນດາພັກການເມືອງໃນອາຊີ (ICAPP) ຄັ້ງທີ 12 ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ ຣາຊະອານາ ຈັກກໍາປູເຈຍ.

Nov 24, 2024

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງການບັນດາພັກການເມືອງໃນອາຊີ (ICAPP) ຄັ້ງທີ 12 ພາຍໃຕ້ຫົວຂໍ້: “ການສະແຫວງຫາສັນຕິພາບ ແລະ ຄວາມປອງດອງ” (A Quest for Peace and Reconciliation), ເຊິ່ງຈັດຄຽງຄູ່ກັບ ກອງປະຊຸມສະພາວັດທະນະທໍາອາຊີ ຄັ້ງທີ 3, ເວທີສໍາມະນາສື່ມວນຊົນ ICAPP ຄັ້ງທີ 7 ແລະ ກອງປະ ຊຸມປຶກສາຫາລືໂຕະມົນ ລະຫວ່າງ ບັນດາພັກການເມືອງທີ່ມາຈາກອາຊີ, ອາຟຣິກາ, ອາເມຣິກາລາຕິນແລະ ກາຣາອິບ, ແລະ ເອີຣົບ ໃນລະຫວ່າງວັນທີ 21-24 ພະຈິກ 2024 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ, ໂດຍການເປັນເຈົ້າພາບຂອງພັກປະຊາຊົນກໍາປູເຈຍ ຮ່ວມກັບກອງເລຂາ ICAPP, ມີຄະນະຜູ້ແທນຂອງ 65 ພັກການເມືອງ ຈາກ 43 ປະເທດ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຂອງໄອແຄັບຄັ້ງນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ລົງເລິກແລກປ່ຽນ ກ່ຽວກັບ ບັນຫາເພື່ອສັນຕິພາບໃນໂລກ; ເສີມຂະຫຍາຍສາຍພົວ ພັນ ແລະ ຄວາມປອງດອງຂອງບັນດາພັກການເມືອງ ກໍຄື ບັນດາປະເທດ ໃນການແກ້ໄຂບັນຫາສິ່ງທ້າທ້າຍຂອງໂລກຮ່ວມກັນ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄຳເຫັນໃນ 3 ກອງປະຊຸມດັ່ງກ່າວ ໂດຍຍົກໃຫ້ເຫັນເຖິງສະພາບການຂອງໂລກໃນປັດຈຸບັນ ທີ່ກຳລັງປະເຊີນໜ້າກັບສິ່ງທ້າທາຍທາງດ້ານການເມືອງ ແລະ ເສດຖະກິດ ທີ່ຄາດຄະເນໄດ້ຍາກ ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ປະຊາຄົມໂລກ, ຊຶ່ງມີຄວາມຮຽກຮ້ອງຢ່າງຍິ່ງໃຫ້ບັນດາພັກການເມືອງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືໃນແຕ່ລະດ້ານ, ສະໜັບສະໜູນເຊິ່ງກັນ ແລະ ກັນ ບົນຫຼັກການຢູ່ຮ່ວມກັນໂດຍສັນຕິ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ນຳເອົາຄວາມສົມ ບູນພູນສຸກມາສູ່ພາກພື້ນ ແລະ ທົ່ວໂລກ. ພັກ ປປ ລາວ ເຊື່ອໝັ້ນວ່າ ໄອແຄັບ ຈະສາມາດເປັນກົນໄກໜຶ່ງທີ່ສໍາຄັນທີ່ຊ່ວຍຊຸກຍູ້ການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫຼາຍຝ່າຍ ເພື່ອສົ່ງເສີມການພັດທະ ນາ ແລະ ຈະນໍາເອົາຄວາມຈະເລີນຮຸ່ງເຮືອງ ມາສູ່ພາກພື້ນ ກໍຄື ໃນໂລກ.
ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ສະຫາຍ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ອັກຄະຣະມະຫາເສນາບໍດີ ເຕໂຈ ຮຸນແຊນ, ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ພົບປະ ກັບສົມເດັດ ມະຫາບໍວອນ ທິບໍດີ ຮຸນ ມາເນັດ, ຮອງປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ.
ໃນການພົບປະສອງຝ່າຍຄັ້ງນີ້, ໄດ້ຕີລາຄາສູງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ກຳປູເຈຍ; ໄດ້ແລກ ປ່ຽນສະພາບພາຍໃນພັກ, ພາຍໃນປະເທດ ໂດຍສະເພາະສະພາບການພັດທະນາເສດຖະກິດ- ສັງຄົມຂອງແຕ່ລະປະເທດ; ເຫັນດີເປັນເອກະພາບກັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນຂອງສອງພັກ, ສອງລັດ ເພື່ອຊຸກຍູ້ການຮ່ວມ ມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ, ວຽກງານຊາຍ ແດນ ແລະ ພະລັງງາານ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ.
ກອງປະຊຸມຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ເປັນເອກະພາບຮັບ ຮອງເອົາເອກະສານສຸດທ້າຍຂອງກອງປະຊຸມ ຊຶ່ງມີເນື້ອໃນຍົກໃຫ້ເຫັນເຖິງຄວາມສໍາຄັນໃນການເພີ່ມທະວີຄວາມສາມັກຄີຂອງບັນດາພັກການເມືອງ ກໍຄືການສຸມໃສ່ຄວາມພະຍາຍາມຮ່ວມກັນໃນການຮັບມືກັບບັນດາສິ່ງທ້າທ້າຍ ຕໍ່ສັນຕິພາບ, ຄວາມໝັ້ນຄົງ, ເສດຖະກິດ ແລະ ການພັດທະນາ ທີ່ບັນດາປະເທດໃນໂລກກໍາລັງປະເຊີນຢູ່, ທັງເປັນການເພີ່ມທະວີການຮ່ວມມື ລະຫວ່າງ ບັນດາປະເທດອາຊຽນ ແລະ ປະເທດຕ່າງໆໃນໂລກ ເພື່ອເສີມຂະຫຍາຍຄວາມເຂັ້ມແຂງຮອບດ້ານ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ມິດຕະພາບ ໃນພາກພື້ນສາກົນ.