ໃນຕອນເຊົ້າຂອງວັນທີ 18ມິຖຸນາ2025ຜ່ານມາ ທີ່ ບາງກອກ, ປະເທດ ໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 2 (2ndAsia Cooperation Dialogue Senior Officials’ Meeting) ໂດຍການເປັນປະທານຮ່ວມ ຂອງ ທ່ານ ໄພສານ ຣູພານິດກິດ, ຮອງຫົວໜ້າຫ້ອງການ, ກະຊວງການຕ່າງປະເທດ ແລະ ທ່ານ Nasser Rides Almotairi, ເລຂາທິການໃຫຍ່ ຂອບການຮ່ວມມື ACD; ນອກນັ້ນ, ຍັງມີຄະນະຜູ້ແທນ30 ປະເທດ ໃນຈໍານວນທັງໝົດ35ປະເທດສະມາຊິກ ACD ເຂົ້າຮ່ວມໃນທ່າມກາງບັນຍາກາດອັນອົບອຸ່ນ, ມີເນື້ອໃນ, ສ້າງສັນ, ມີມິດຕະພາບ ແລະ ໄມຕີຈິດ.
ຈຸດປະສົງຫຼັກຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ຕີລາຄາຄືນ ກ່ຽວກັບ ຜົນສໍາເລັດ, ສິ່ງທ້າທ້າຍ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໄລຍະຜ່ານມາ ໂດຍສະເພາະ ແຜນງານບູລິມະສິດ ພາຍໃຕ້ວິໄສທັດ 2030 ຂອບການຮ່ວມມື ACD ເຊິ່ງກວມເອົາ 6 ຂະແໜງການເສົາຄໍ້າ;ນອກນັ້ນ, ກໍ່ໄດ້ຮ່ວມກັນແລກປ່ຽນຄວາມຄິດເຫັນ ແລະ ຂໍ້ສະເໜີແນະຕ່າງໆ ກ່ຽວກັບ ຄວາມພະຍາຍາມໃນການສືບຕໍ່ສ້າງພາກພື້ນອາຊີໃຫ້ເຂັ້ມແຂງ, ມີເສດຖະກິດຂະຫຍາຍຕົວ ໄປຄຽງຄູ່ກັບການພັດທະນາແບບຍືນຍົງ ໂດຍຖືເອົາບົດບາດຂອງວຽກງານການທູດກິລາ ເຂົ້າມາມີສ່ວນຮ່ວມຢ່າງຂັນແຂງຫຼາຍຍິ່ງຂຶ້ນ; ຮັບຟັງການລາຍງານ ຂອງ ເລຂາທິການໃຫຍ່ ACD, ແຜນການເຄື່ອນໄຫວປະຈໍາປີ 2025 ຂອງປະເທດເຈົ້າພາບ ໄທ, ແຜນການຈັດກອງປະຊຸມລັດຖະມົນຕີ ACD ວ່າດ້ວຍກິລາ ຄັ້ງທໍາອິດຢູ່ ລັດເຊຍ, ສືບຕໍ່ປຶກສາຫາລື ກ່ຽວກັບ ຮ່າງບົດບັນທຶກຊ່ວຍຈໍາ ລະຫວ່າງ ACD ແລະ ສະພາໂອແລມປິກ ແຫ່ງ ອາຊີ (OCA) ວ່າດ້ວຍການຮ່ວມມືໃນຂົງເຂດກິລາ ແລະ ວັດທະນະທໍາ; ຮ່າງບົດບັນທຶກຊ່ວຍຈໍາ ລະຫວ່າງ ACD ແລະ ຄະນະກໍາມາທິການເສດຖະກິດຢູເຣເຊຍ (EEC); ສືບຕໍ່ປຶກສາຫາລືຄວາມເປັນໄປໄດ້ໃນການປະຕິຮູບຂອບການຮ່ວມມື ACD ໃຫ້ກາຍເປັນອົງການຈັດຕັ້ງພາກພື້ນ ແນໃສ່ສົ່ງເສີມການພົວພັນຮ່ວມມືຫຼາຍຝ່າຍ ໃນພາກພື້ນອາຊີ ແລະ ສາກົນ.
ໃນໂອກາດນີ້, ຫົວໜ້າຄະນະຜູ້ແທນສປປ ລາວ ໄດ້ສະແດງຄວາມຂອບໃຈປະເທດເຈົ້າພາບ ໄທ ສໍາລັບການຕ້ອນຮັບອັນອົບອຸ່ນ ແລະອໍານວຍຄວາມສະດວກໃຫ້ຄະນະຜູ້ແທນເຮົາ ເຂົ້າຮ່ວມກອງປະຊຸມສໍາຄັນຄັ້ງນີ້, ພ້ອມທັງຢໍ້າຄືນວ່າ ສປປ ລາວ ຈະເຮັດວຽກຢ່າງໃກ້ຊິດກັບບັນດາປະເທດສະມາຊິກ ACD ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມລັດຖະມົນຕີ ແລະ ບັນດາກອງປະຊຸມປິ່ນອ້ອມຕ່າງໆໃນປີ 2025 ກໍຄື ຫຼາຍປີຕໍ່ໜ້າ; ນອກນັ້ນ, ຍັງໄດ້ສະແດງທັດສະນະສະໜັບສະໜູນຕໍ່ຫຼາຍຄໍາເຫັນ ແລະ ຂໍ້ລິເລີ່ມຕ່າງໆ ເພື່ອຍົກລະດັບເວທີປຶກສາຫາລືດັ່ງກ່າວໃຫ້ກາຍເປັນອົງການຈັດຕັ້ງພາກພື້ນ ແນໃສ່ເສີມຂະຫຍາຍການຮ່ວມມືຫຼາຍຝ່າຍ ໃນພາກພື້ນ ກໍຄື ສາກົນ ບົນຫຼັກການຄວາມເປັນເອກະສັນ, ສອດຄ່ອງກັບລະບຽບຂັ້ນຕອນ ຂອງ ACDແລະ ເພື່ອຜົນປະໂຫຍດສູງສຸດຂອງຊາດ.
ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກິດຈະກໍາ ACD Day ທີ່ ບາງກອກ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ACD ຄົບຮອບ 23 ປີ ແລະ ໄດ້ຮັບຟັງບົດນໍາສະເໜີ ຂອງ ຜູ້ຕາງໜ້ານັກສຶກສາຈາກ 3 ມະຫາວິທະຍາໄລ ຂອງ ໄທ. ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມື ACD ໃນຄັ້ງນີ້ ໄດ້ຈັດຂຶ້ນໃນຮູບແບບເຊິ່ງໜ້າຄັ້ງທໍາອິດ ນັບແຕ່ມີການລະບາດຂອງພະຍາດໂຄວິດ-19. ສໍາລັບກອງປະຊຸມລັດຖະມົນຕີຕ່າງປະເທດ ACD, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ACD ແລະ ບັນດາກອງປະຊຸມປິ່ນອ້ອມຄັ້ງຕໍ່ໄປແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ສິງຫາ2025 ທີ່ ບາງກອກ, ປະເທດ ໄທ.
ຂ່າວໂດຍ: ພະແນກຮ່ວມມືເສດຖະກິດຫຼາຍຝ່າຍ, ກົມເສດຖະກິດ, ກະຊວງການຕ່າງປະເທດ.







