ໃນວັນທີ 23 ກັນຍາ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ເເທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດວ່າດ້ວຍອະນາຄົດ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ, ທີ່ ນິວຢອກ, ສ. ອາເມລິກາ, ເຊິ່ງທ່ານຮອງນາຍົກລັດຖະມົນຕີ ໄດ້ປະກອບຄໍາເຫັນໃນພາກສົນທະນາ ພາຍໃຕ້ຫົວຂໍ້ທີ 3: ກ້າວໄປສູ່ອະນາຄົດດ້ານດິຈິຕອນ ຮ່ວມກັນ: ຮັດແໜ້ນການຮ່ວມມື ເເລະ ນະວັດຕະກໍາ ທີ່ກວມລວມ ເພື່ອຮັດເເຄບຊ່ອງຫວ່າງທາງດ້ານດິຈິຕອນ (Towards a Common Digital Future: Strengthening Inclusive Innovation and Cooperation to Bridge the Digital Divide), ເຊິ່ງເປັນໜຶ່ງໃນ 4 ຫົວຂໍ້ ຂອງພາກສົນທະນາທີ່ດໍາເນີນຄູ່ຂະໜານກັບກອງປະຊຸມຄົບຄະນະ.
ໃນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນຢ້ຳເຖິງບົດບາດຄວາມສໍາຄັນຂອງນະວັດຕະກໍາດິຈິຕອນ ໃນການຊ່ວຍເລັ່ງລັດການບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງ ກໍ່ຄືການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງປະເທດຕ່າງໆ ໂດຍສະເພາະກຸ່ມປະເທດທີ່ມີເງື່ອນໄຂພິເສດ (Group of countries in special situations) ໄດ້ມີຄວາມພະຍາຍາມເພື່ອນຳໃຊ້ເຕັກໂນໂລຊີດ້ານດິຈິຕອນ ແຕ່ກໍຍັງມີຄວາມເເຕກໂຕນກັນຫຼາຍໃນການຫັນປ່ຽນທາງດ້ານດິຈິຕອນ, ເຊິ່ງຕ້ອງໄດ້ແກ້ໄຂອຸປະສັກກີດຂວາງຕ່າງໆ.
ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ຍົກໃຫ້ເຫັນວ່າ ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ວິທະຍາສາດ, ເຕັກໂນໂລຊີ ເເລະ ນະວັດຕະກໍາ ທີ່ເປັນເຄື່ອງມືອັນສຳຄັນ ສຳລັບການຜ່ານຜ່າສິ່ງທ້າທາຍໃນບັະຈຸບັນ ແລະ ການພັກດັນການພັດທະນາປະເທດຊາດ ເພື່ອກ້າວໄປສູ່ການເຕີບໂຕສີຂຽວ ແລະ ເສດຖະກິດດິຈິຕອນ ພ້ອມທັງໄດ້ຮຽກຮ້ອງໃຫ້ມີການເພີ່ມທະວີການຮ່ວມມືສາກົນ, ເປັນຕົ້ນເເມ່ນຂອບການຮ່ວມມືລະຫວ່າງປະເທດທີ່ພັດທະນາແລ້ວ ແລະ ປະເທດກຳລັງພັດທະນາ (ເໜືອ-ໃຕ້), ລະຫວ່າງປະເທດກຳລັງພັດທະນາດ້ວຍກັນ (ໃຕ້-ໃຕ້) ເເລະ ການຮ່ວມມືສາມຝ່າຍ ເພື່ອຮັດເເຄບຊ່ອງຫວ່າງທາງດ້ານດິຈິຕອນ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງດ້ານດິຈິຕອນ ແລະ ຊັບພະຍາກອນມະນຸດ, ການແລກປ່ຽນບົດຮຽນທີ່ດີໃນຂະແໜງການດັ່ງກ່າວ ແລະ ການສົ່ງເສີມການຖ່າຍທອດເຕັກໂນໂລຊີ ກໍຄືການເພີ່ມທະວີການລົງທຶນໃນຂະແໜງສຶກສາຂັ້ນສູງ, ການຄົ້ນຄວ້າ ແລະ ການພັດທະນາ.
ພ້ອມດຽວກັນນັ້ນ, ຄະນະຜູ້ແທນ ສປປ ລາວ ກໍໄດ້ເຂົ້າຮ່ວມກອງປະຊຸມພາກສົນທະນາທີ 4 ພາຍໃຕ້ຫົວຂໍ້: ອະນາຄົດເລີ່ມແຕ່ຕອນນີ້: ເພີ່ມທະວີລະບົບຮ່ວມມືສາກົນ ເພື່ອຄົນຮຸ້ນປະຈຸບັນ ແລະ ຮຸ້ນຕໍ່ໄປ (The Future Starts Now: enhancing the global system for current and future generations).
ນອກຈາກນີ້, ຄະນະຜູ້ເເທນ ສປປ ລາວ ກໍໄດ້ເຂົ້າຮ່ວມປະກອບຄໍາເຫັນໃນກອງປະຊຸມລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ (Non-Aligned Movement Ministerial Meeting), ເຊິ່ງໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ການປົກປ້ອງພົນລະເມືອງຢູ່ບ່ອນທີ່ມີການຕໍ່ສູ້ກັນດ້ວຍອາວຸດ: ຢືນຄຽງຂ້າງດ້ວຍຄວາມສາມັກຄີກັບຊາວປາແລັດສະຕິນ” (Protecting Civilians in Armed Conflict: Standing in Solidarity with the Palestinian People) ໂດຍການເປັນປະທານຂອງ ທ່ານ ໂອດົງໂກ ເຈເຈ ອາບູບາກາ (Odongo Jeje Abubakhar), ລັດຖະມົນຕີກະຊວງການຕ່າງປະເທດ ອູກັນດາ, ປະທານຂະບວນການບໍ່ຮ່ວມກຸ່ມ.





