ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນແລງຂອງວັນທີ 17 ກັນຍາ 2021, ທີ່ ກະຊວງການຕ່າງປະເທດ, ຄະ ນະຜູ້ແທນ ສປປ ລາວ ໂດຍພາຍໃຕ້ການນຳພາຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຂອງ ກຸ່ມປະເທດດ້ອຍພັດທະນາ ປະຈຳປີ 2021 (The Annual 2021 High-Level Ministerial Meeting of the Least Developed Countries) ຜ່ານລະບົບທາງໄກ. ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນເປັນປະຈຳທຸກປີ ໃນໄລ ຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ຊຶ່ງຈຸດປະສົງແມ່ນ ເພື່ອເປັນເວທີໃຫ້ແກ່ບັນດາລັດຖະມົນຕີຂອງ ກຸ່ມປະ ເທດດ້ອຍພັດທະນາ (LDCs) ລວມທັງຜູ້ຕາງໜ້າຈາກ ບັນດາປະເທດຄູ່ຮ່ວມພັດ ທະນາ, ອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາທີ່ພົ້ນເດັ່ນຕ່າງໆ ແລະ ຮ່ວມກັນກຳນົດແນວທາງ ໃນການຈັດຕັ້ງປະຕິບັດບັນດາວຽກງານບຸລິມະສິດຕ່າງໆ ສຳລັບປະເທດດ້ອຍພັດ ທະນາ.
ໃນກອງປະຊຸມຄັ້ງນີ້, ທ່ານຮອງລັດຖະ ມົນຕີ ໄດ້ສະແດງຄວາມເປັນຫ່ວງຕໍ່ກັບ ບັນຫາການລະບາດຂອງ ພະຍາດໂຄວິດ-19 ທີ່ແກ່ຍາວມາຕັ້ງແຕ່ປີ 2020 ແລະ ໄດ້ສ້າງຜົນເສຍຫາຍຢ່າງໜັກໜ່ວງ ໂດຍສະເພາະສຳລັບບັນດາປະເທດດ້ອຍພັດທະນາ ຊຶ່ງມີຄວາມບອບບາງ ແລະ ຂາດຄວາມອາດສາມາດ ໃນການຕອບໂຕ້ ແລະ ຟື້ນຟູຈາກຜົນກະທົບ ບໍ່ວ່າຈະເປັນທາງດ້ານການເຂົ້າເຖິງວັກຊີນ, ອຸປະກອນການແພດ ແລະ ງົບປະມານ, ຊຶ່ງສິ່ງເຫຼົ່ານີ້ໄດ້ຮຽກຮ້ອງ ໃຫ້ມີການເພີ່ມທະວີການຊ່ວຍເຫຼືອ ແລະ ສະໜັບສະໜູນ ຈາກບັນດາປະເທດຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ ແລະ ສະຖາບັນການເງິນສາກົນຕ່າງໆ. ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນວ່າ ສປປ ລາວ ກໍ່ເປັນໜຶ່ງໃນບັນດາປະເທດ ທີ່ໄດ້ຮັບຜົນກະທົບໃນຫຼາຍມິຕິຈາກການລະ ບາດຂອງ ພະຍາດໂຄວິດ-19 ບໍ່ວ່າຈະເປັນທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ສະນັ້ນ, ສປປ ລາວ ຈຶ່ງຮຽກຮ້ອງໃຫ້ວົງຄະນາຍາດສາ ກົນ ເພີ່ມທະວີການສະໜັບສະໜູນ ໂດຍສະເພາະແມ່ນດ້ານການເຂົ້າເຖິງທຶນຮອນ ແລະ ມາດຕະການຜ່ອນຜັນໜີ້ສິນ ເພື່ອສ້າງຄວາມອາດສາມາດໃຫ້ແກ່ ລັດຖະ ບານ ສປປ ລາວ ໃນການບັນເທົາຜົນກະທົບທາງດ້ານເສດຖະກິດ-ສັງຄົມ ແນໃສ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາແບບໂລ່ງລຽນ.
ໃນໂອກາດດຽວກັນ, ທ່ານຮອງລັດຖະ ມົນຕີ ກໍ່ໄດ້ຕີລາຄາການຈັດຕັ້ງປະຕິບັດ ແຜນດຳເນີນງານ ອິສ໌ຕັນບູລ໌ (Istanbul Programme of Action) ໃນໄລຍະຜ່ານມາ ຊຶ່ງເຫັນວ່າມີຄວາມຄືບໜ້າໃນລະດັບໜຶ່ງ ແລະ ໃນໂອກາດທີ່ກຳລັງມີການສະຫຼຸບຕີລາຄາ ແລະ ປຶກສາຫາລືການສ້າງແຜນດຳເນີນງານສະບັບໃໝ່, ທ່ານຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ສືບຕໍ່ນຳເອົາບັນດາຫຼັກການພື້ນຖານຂອງ ແຜນດຳເນີນງານ IPoA ລວມທັງຄວາມສຳຄັນຂອງການສ້າງຄວາມເຂັ້ມແຂງທາງດ້ານສາທາລະນະສຸກ ເຂົ້າໃສ່ໃນແຜນດຳເນີນງານສະບັບໃໝ່ ທີ່ຈະມີການຮັບຮອງເອົາໃນກອງປະຊຸມ ອົງການ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ, ຊຶ່ງປະເທດ ກາຕ້າ ຈະເປັນເຈົ້າພາບໃນຕົ້ນປີ 2022.
ໃນຕອນທ້າຍຂອງກອງປະຊຸມ ບັນດາຄະນະຜູ້ແທນ ກໍ່ໄດ້ມີການຮັບຮອງເອົາຖະແຫຼງການລັດຖະມົນຕີປະຈຳປີ ຊຶ່ງເປັນການຢ້ຳຄືນຄວາມໝາຍໝັ້ນຂອງບັນດາປະເທດ ໃນການຈັດຕັ້ງປະຕິບັດແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ແລະ ການສືບຕໍ່ຊ່ວຍເຫຼືອຂອງບັນດາປະເທດຜູ້ໃຫ້ທຶນໃນຕໍ່ໜ້າ.

Fatal error: Uncaught ErrorException: md5_file(/home/lnrorg/public_html/wp-content/litespeed/css/73a7490375507701c57f5b7862463397.css.tmp): Failed to open stream: No such file or directory in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php:130 Stack trace: #0 [internal function]: litespeed_exception_handler(2, 'md5_file(/home/...', '/home/lnrorg/pu...', 130) #1 /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php(130): md5_file('/home/lnrorg/pu...') #2 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(837): LiteSpeed\Optimizer->serve('https://lnr.org...', 'css', true, Array) #3 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(330): LiteSpeed\Optimize->_build_hash_url(Array) #4 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(264): LiteSpeed\Optimize->_optimize() #5 /home/lnrorg/public_html/wp-includes/class-wp-hook.php(324): LiteSpeed\Optimize->finalize('<!DOCTYPE html>...') #6 /home/lnrorg/public_html/wp-includes/plugin.php(205): WP_Hook->apply_filters('<!DOCTYPE html>...', Array) #7 /home/lnrorg/public_html/wp-content/plugins/litespeed-cache/src/core.cls.php(477): apply_filters('litespeed_buffe...', '<!DOCTYPE html>...') #8 [internal function]: LiteSpeed\Core->send_headers_force('<!DOCTYPE html>...', 9) #9 /home/lnrorg/public_html/wp-includes/functions.php(5373): ob_end_flush() #10 /home/lnrorg/public_html/wp-includes/class-wp-hook.php(324): wp_ob_end_flush_all('') #11 /home/lnrorg/public_html/wp-includes/class-wp-hook.php(348): WP_Hook->apply_filters(NULL, Array) #12 /home/lnrorg/public_html/wp-includes/plugin.php(517): WP_Hook->do_action(Array) #13 /home/lnrorg/public_html/wp-includes/load.php(1260): do_action('shutdown') #14 [internal function]: shutdown_action_hook() #15 {main} thrown in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php on line 130