ຄະນະຜູ້ແທນ ສປ ຈີນ ນໍາໂດຍ ທ່ານ ກາວ ອັ່ນມິງ (Gao Anming ) ບັນນາ ທິການໃຫຍ່ ອົງການພາສາຕ່າງປະເທດແຫ່ງ ຊາດຈີນ, ທ່ານ ຫວັງ ສືຖີງ (Wang Shiting) ເລຂາຄະນະພັກ ສະຖາບັນການຕ່າງປະເທດຈີນ ຮອງອະທິການບໍດີສະຖາ ບັນຝຶກອົບຮົມການທູດຈີນ, ທ່ານ ເຝີງ ຈູຢາງ (Feng Junyang) ຮອງຫົວໜ້າພະ ແນກໂຄສະນາອົບຮົມ ຄະນະພັກແຂວງຢຸນນານ ສປ ຈີນ ພ້ອມຄະນະໄດ້ເດີນທາງດ້ວຍລົດໄຟ ລາວ-ຈີນ ມາຮອດນະຄອນຫຼວງວຽງຈັນ, ສປປ ລາວ ໃນຕອນແລງວັນທີ 14 ມັງ ກອນນີ້ ໂດຍການຕ້ອນຮັບຂອງ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໃຫຍ່ໜັງສື ພິມປະຊາຊົນສຽງຂອງສູນກາງພັກ ພ້ອມດ້ວຍຄະ ນະ.
ການເດີນທາງມາລາວຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້ ເພື່ອເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້ “ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025” ຈະຈັດຂຶ້ນ ໃນລະຫວ່າງວັນທີ 15-16 ມັງ ກອນ 2025 ທີ່ນະຄອນຫຼວງວຽງຈັນ.
ນອກຈາກນີ້ ຍັງຈະໄດ້ຈັດກອງປະຊຸມສົນທະນາເສັ້ນທາງແຫ່ງວັດທະນະທໍາ ລາວ-ຈີນ, ພິທີເປີດວາລະສານສະບັບພິເສດ. ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ຍັງຈະໄດ້ເດີນທາງເຂົ້າພົບປະຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ສປປ ລາວ, ພົບ ປະບັນນາທິການໃຫຍ່ໜັງສືພິມປະຊາຊົນສຽງຂອງສູນກາງພັກ ແລະ ຈະທ່ຽວຊົມບາງສະຖານທີ່ທ່ອງທ່ຽວສໍາຄັນຂອງລາວຈໍານວນ.
ຂ່າວ-ພາບ: ວັນເພັງ






