ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງ ວັນທີ 3-6 ພະຈິກ 2024 ນີ້, ໃນຕອນເຊົ້າຂອງວັນທີ 4 ພະຈິກ 2024, ສະຫາຍ ເອັສ໌ເຕບານ ລາໂຊ ເຮີນານເດສ໌ ກໍາມະການກົມການເມືອງສູນກາງພັກຄອມມູນິດກູບາ, ປະທານສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ ສ ກູບາ ພ້ອມຄະນະ ໄດ້ເຂົ້າວາງພວງມາລາ ຢູ່ຕໍ່ໜ້າອະນຸສາວະລີນັກຮົບນິລະ ນາມ (ດາວແດງ) ນະຄອນຫລວງວຽງຈັນ.
ການວາງພວງມາລາໃນຄັ້ງນີ້, ເພື່ອສະແດງຄວາມໄວ້ອາໄລ ເຖິງດວງວິນຍານຂອງບັນດານັກຮົມນິລະນາມ, ວິລະຊົນ ຜູ້ທີ່ເສຍສະລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງ ອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິ ວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ຂ່າວ: ສົມຫວັງ
ພາບ: ຂັນໄຊ






