ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນ ສ.ເບລາຣຸດຊີ ເຂົ້າວາງກະຕ່າດອກໄມ້ຢູ່ພິພິທະພັນໄກສອນພົມວິຫານ

Oct 19, 2024

ທ່ານ ອີກໍ ເຊີເກເຢນໂກ ປະທານ ສະພາຜູ້ແທນປະຊາຊົນ ສະພາແຫ່ງຊາດ ສ. ເບລາຣຸດຊີ ພ້ອມຄະນະ ເຂົ້າວາງກະຕ່າດອກໄມ້ ຢູ່ພິພິທະພັນ ປະທານ ໄກສອນ ພົມວິຫານ ໃນວັນທີ 19 ຕຸລາ 2024 ໃນໂອກາດທີ່ທ່ານ ແລະ ຄະນະ ເດີນມາຢ້ຽມຍາມ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງ ຊາດອາຊຽນ ໄອປາ 45 ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຄຸນງາມ ຄວາມດີຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸດທິດຕະຫຼອດຊີວິດ ເພື່ອຜົນປະໂຫຍດສ່ວນລວມຂອງຊາດ ເພື່ອນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນ ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່ ເປັນນັກປະຕິ ວັດຜູ້ດີເລີດ ເປັນຜູ້ນໍາສູງສຸດຂອງການປະຕິວັດທີ່ມີຄວາມປີຊາສາມາດ ມີຄວາມສະຫລາດຫຼັກແຫຼມ ມີໄຫວພິບອັນແຫຼມຄົມ ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ ນໍາພາສ້າງຕັ້ງຖະນຸບຳລຸງສ້າງສາ ແລະ ພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ ສ້າງປະຖົມປັດໄຈ ກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ທັ້ງນີ້ເພື່ອສະແດງຄວາມເຄົາລົບຮັກ ກໍຄືມູນເຊື້ອຄວາມສາມັກຄີອັນດີງາມຂອງ ສ ປປ ລາວ ແລະ ສ. ເບລາຣຸດຊີ ໃຫ້ໝັ້ນຄົງທະນົງ ແກ່ນຕະຫຼອດໄປ.