ຄະນະຜູ້ແທນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ

ໂດຍປະຕິບັດຕາມແຜນການຮ່ວມມືແລກປ່ຽນບົດຮຽນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ກັບ ຄະນະພັກກອມມູນິດ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ປະຈໍາປີ 2025, ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ນໍາໂດຍ ສະຫາຍ ໂຈ ຢີ້ເຈ ກໍາມະການປະຈໍາພັກ, ເລຂາທິການພັກ, ຫົວໜ້າຫ້ອງວ່າການ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 18-21 ສິງຫາ 2025.
ໃນວັນທີ 19 ສິງຫາ 2025, ສະຫາຍ ໂຈ ຢີ້ເຈ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ໃນໂອກາດດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໂດຍສະເພາະ ລະຫວ່າງ ສປປ ລາວ ກັບເຂດກວາງຊີ ໃຫ້ໄດ້ຮັບການຂະຫຍາຍເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ສປປ ລາວ ກັບ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໄດ້ມີມູນເຊື້ອການພົວພັນ, ແລກປ່ຽນການໄປມາຫາສູ່ ລະຫວ່າງ ການນໍາຂັ້ນສູງຂອງສອງຝ່າຍ ຢ່າງເປັນປົກກະຕິ, ການຊ່ວຍເຫລືອໃນການຝຶກອົບຮົມກໍ່ສ້າງພະນັກງານລາວ ຢູ່ຈີນ ຂອງພັກກອມມູນິດຈີນ ກໍຄື ອໍານາດການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແກ່ ສປປ ລາວ. ພ້ອມນີ້, ຍັງໄດ້ຍິນດີ ຈະສືບຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ກະສິກໍາ ແລະ ຂົງເຂດອື່ນໆ ລະຫວ່າງ ສປປ ລາວ ກັບ ເຂດກວາງຊີ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆ, ພ້ອມທັງ ຈະສະໜັບສະໜູນ ແລະ ເຂົ້າຮ່ວມ ໃນການຈັດງານວາງສະແດງສິນຄ້າ ຈີນ-ອາຊຽນ ທີ່ຝ່າຍຈີນ ຈະເປັນເຈົ້າພາບຈັດຂຶ້ນໃນທ້າຍປີນີ້.
ສະຫາຍ ໂຈ ຢີ້ເຈ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ບຸນທອງ ຈິດມະນີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງສະພາບພົ້ນເດັ່ນຂອງ ສປ ຈີນ ໃຫ້ຊາບ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງໄດ້ສະເໜີບາງທິດທາງແຜນການໃນຕໍ່ໜ້າ ໃນການສືບຕໍ່ຈັດຕັ້ງປະຕິບັດ ບັນດາເນື້ອໃນຈິດໃຈທີ່ການນຳຂັ້ນສູງສອງພັກ, ສອງລັດ ໄດ້ຕົກລົງເປັນເອກະພາບກັນໃນຜ່ານມາ ໃນການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ແຜນການຮ່ວມມື ລະຫວ່າງ ສອງພັກ ກໍຄື ແຜນ ການຮ່ວມມືສະບັບໃໝ່ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຄະນະພັກກອມມູນິດ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໃຫ້ມີປະສິດທິຜົນສູງກວ່າເກົ່າ.
ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍ ໂຈ ຢິ້ເຈ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກກັບ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ພົບປະເຮັດວຽກກັບ ຄະນະນໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ພ້ອມນັ້ນ, ຄະນະຜູ້ແທນດັ່ງກ່າວຍັງໄດ້ເດີນທາງໄປຢ້ຽມຢາມແຂວງຫລວງພະບາງ ແລະ ພົບປະກັບ ການນໍາແຂວງຫລວງພະບາງ ຕື່ມອີກ.
ພາບ: ທະນູທອງ





