ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຝຶກອົບຮົມວຽກຄຸ້ມຄອງສື່ມວນຊົນລາວຢ້ຽມຢາມ ສຳນັກພິມຈຳໜ່າຍການເມືອງ ແຫ່ງຊາດ ສື້ເຖິດ

Sep 28, 2024

ຄະນະຝຶກອົບຮົມວຽກຄຸ້ມຄອງສື່ມວນຊົນລາວຢ້ຽມຢາມ ສຳນັກພິມຈຳໜ່າຍການເມືອງ ແຫ່ງຊາດ ສື້ເຖິດ
ຄະນະຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນລາວ ຢ້ຽມ ຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກ ງານ ການພິມຈຳໜ່າຍ ແລະ ການຄຸ້ມຄອງການພິມຈຳໜ່າຍປຶ້ມທິດສະດີການເມືອງ ແລະ ປຶ້ມຕ່າງໆ ເພື່ອຊອກຮູ້, ຊອກເຫັນ ແລະ ຄົ້ນຄວ້າກ່ຽວກັບການພິມຈຳໜ່າຍປຶ້ມຕ່າງໆ ຂອງສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ໃນວັນທີ 26 ກັນຍາ 2024 ໂດຍການຕ້ອນຮັບຂອງ ທ່ານ ຫວູ ຈ້ອງ ເລິ່ມ ເລຂາຄະນະພັກ, ຫົວໜ້າອຳນວຍການ, ບັນນາ ທິການໃຫຍ່ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສື້ເຖິດ ພ້ອມຄະນະ.
ທ່ານ ຫວູ ຈ້ອງ ເລິ່ມ ໄດ້ໃຫ້ຮູ້ວ່າ: ສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ຂຶ້ນກັບສູນກາງພັກ ໂດຍລົງເລິກການຄົ້ນຄວ້າ, ດັດແກ້, ພິມຈຳໜ່າຍປຶ້ມກ່ຽວກັບການເມືອງ, ແນວຄິດທິດສະດີຂອງລັດທິມາກ-ເລນິນ, ກາກມາກ, ໂຮ່ຈີ່ມິງ, ກົດໝາຍຂອງພັກ-ລັດ ແລະ ບົດຮຽນທີ່ສຳຄັນຂອງບັນ ດາປະເທດໃນໂລກ ລວມທັງມູນເຊື້ອ ແລະ ຜົນງານການຮ່ວມມືຂອງຫວຽດນາມ- ລາວ ໂດຍສະເພາະການເຄື່ອນໄຫວວຽກງານ, ແນວທາງນະໂຍ ບາຍຂອງພັກ ເພື່ອເປັນການໂຄສະນາ ແລະ ຮັບໃຊ້ໜ້າທີ່ການ ເມືອງ ກໍຄື ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ.
ໃນແຕ່ລະປີ ສຳນັກພິມ ໄດ້ພິມ ແລະ ຈຳໜ່າຍປຶ້ມຊະນິດຕ່າງໆ ຫລາຍກວ່າ 1.000 ຫົວ ເປັນຕົ້ນ ປື້ມການເມືອງ, ທິດ ສະດີລັດທິມາກ-ເລນິນ ແລະ ອຸດົມການ ໂຮ່ຈີ່ມິງ, ໂຄສະນາເຜີຍ ແຜ່ແນວທາງ, ນະໂຍບາຍ ແລະ ກົດໝາຍຂອງພັກ ແລະ ລັດ ຊຶ່ງໄດ້ປະກອບສ່ວນຢ່າງໃຫຍ່ຫລວງໃຫ້ພັກ-ລັດຖະບານ ກໍຄື ປະ ກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ປະເທດ ຊາດ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຍຸກປັດຈຸບັນ, ສຳນັກພິມດັ່ງກ່າວ ໄດ້ມີການຫັນປ່ຽນໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການພິມຈຳໜ່າຍປຶ້ມຊະນິດຕ່າງໆ ຈາກການພິມປຶ້ມແບບເຈ້ຍໄປສູ່ລະບົບດີຈິຕອນ ເປັນປຶ້ມເອເລັກໂຕຣນິກ (e-book) ຊຶ່ງໄດ້ພິມຈຳໜ່າຍແລ້ວຫລາຍກວ່າ 500 ຊະ ນິດປຶ້ມ ໂດຍເຜີຍແຜ່ທາງສື່ອອນລາຍ ເປັນຕົ້ນ ເວັບໄຊ, ເຟສບຸກ ແລະ ອື່ນໆ.
ທ່ານ ຫວູ ຈ້ອງ ເລິ່ມ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສື້ເຖິ້ດ ແຫ່ງ ສສ ຫວຽດນາມ ໄດ້ມີການຮ່ວມມືກັບ ສຳນັກພິມຈຳໜ່າຍແຫ່ງຊາດລາວ ໃນການເຄື່ອນໄຫວວຽກງານພິມຈຳໜ່າຍ, ຈຳໜ່າຍປຶ້ມ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການພິມຈຳໜ່າຍ ແລະ ປະສົບການໃນຫລາຍຂົງເຂດຂອງອົງການຈັດຕັ້ງພັກ-ລັດ ເປັນຕົ້ນ ໜັງສືໃບລານ, ການຂຸດຄົ້ນລິຂະສິດ, ການຈັດຕັ້ງພິມຈຳໜ່າຍປຶ້ມ ແລະ ອື່ນໆ. ນອກນີ້, ຍັງໄດ້ຮ່ວມມືກັບກົມພິມຈຳໜ່າຍ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ໂຄສະນາອົບຮົມສູນກາງພັກ ຂອງລາວ ຄົ້ນຄວ້າ ກ່ຽວກັບ ທິດສະດີ ແລະ ການ ເມືອງທີ່ມີຄຸນຄ່າຂອງຫວຽດນາມ ໂດຍສະເພາະ ວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ສັງລວມ ແລະ ປັບປຸງລະບົບກົດ ໝາຍ, ປະສົບການໃນການພັດທະນາເສດຖະກິດ-ສັງຄົມ ໂດຍແປ ແລະ ເຜີຍແຜ່ເປັນພາສາລາວ ໃຫ້ບັນດາການນຳພັກ, ລັດ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການຈັດຕັ້ງທາງດ້ານການເມືອງ-ສັງຄົມຂອງລາວ ແຕ່ປີ 2018-2023 ໄດ້ຈັດພິມປຶ້ມ 91 ເຫລັ້ມ, ມີ 99.500 ສະບັບ ທີ່ເປັນພາສາລາວ ມອບໃຫ້ບັນດາການນຳຂອງພັກ, ລັດ, ບັນດາກະຊວງ, ທ້ອງຖິ່ນ, ບັນດາອົງການການເມືອງ ແລະ ສັງຄົມຂອງລາວ. ປັດຈຸບັນ, ສຳນັກພິມຈຳໜ່າຍພວມປະຕິບັດແຜນການຈັດພິມປຶ້ມທີ່ແປໃຫ້ປະເທດລາວ ໃນປີ 2024 ຈຳນວນ 15 ເຫລັ້ມ, ມີ 19.500 ສະບັບ ແລະ ຄາດວ່າຈຳນວນປຶ້ມດັ່ງກ່າວ ຈະຖືກສົ່ງມາລາວໃນເດືອນທັນວາ 2024 ນີ້.