ຕອນບ່າຍວັນທີ 27 ພຶດສະພາ 2026, ການນໍາຂັ້ນສູງ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະບໍລິຫານງານພັກ ແລະ ຜູ້ແທນສົມບູນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ ຫຼັກ 6 ນະຄອນຫຼວງວຽງຈັນ, ໃນໂອກາດກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະຈັດຂຶ້ນລະຫວ່າງວັນທີ 28-29 ພຶດສະພາ 2026 ແລະ ສະແດງເຖິງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຕໍ່ຜົນງານ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແລະ ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນຂອງບັນພະບູລຸດລາວ, ບັນດານັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ເສຍສະຫຼະເລືອດເນື້ອ, ຊີວິດ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ແລະ ປະກາດເອກະລາດ, ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 02 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.



